ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ໃຫ້ການນຳແຂວງ, ພະນັກງານບຳນານ, ພະນັກງານລັດຖະກອນ ຜູ້ມີຜົນງານດີເດັ່ນ

#ໃນວັນທີ 2 ທັນວາ 2025ນີ້, ຢູ່ທີ່ສະໂມສອນແຂວງສາລະວັນ ໄດ້ມີພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍການເຂົ້າຮ່ວມຂອງ ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກແຂວງ; ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ອາດີດການນຳແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ; ກຳລັງປະກອບອາວຸດ ແລະ ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມ.
#ສະຫາຍ ຈັນສີລອນ ສີສົມບູນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງ ແຂວງສາລະວັນ ໄດ້ຜ່ານລັດຖະດຳລັດຂອງປະທານປະເທດ ວ່າດ້ວຍ: ການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ແກ່ພະນັກງານ-ລັດຖະກອນ ທັງປະຈຳການ ແລະ ພະນັກງານບໍານານ, ຜູ້ປະກອບການນັກທຸລະກິດ ພາຍໃນແຂວງສາລະວັນ ທີ່ມີຜົນງານພົ້ນເດັ່ນ ແລະ ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໄລຍະ 50 ປີຜ່ານມາ, ເຊິ່ງລວມມີບຸກຄົນທີ່ມີຜົນງານດີເດັ່ນ ທັງໝົດ 7.790 ຄົນ, ຍິງ 926 ທ່ານ; ໃນນີ້ພະນັກງານ-ລັດຖະກອນ ປະຈຳການ ມີຈໍານວນ 4.781 ທ່ານ, ຍິງ 497 ທ່ານ, ພະນັກງານບຳນານ 1.689 ທ່ານ ຍິງ 37ທ່ານ, ນັກທຸລະກິດຜູ້ປະກອບການ 1.320 ທ່ານ ຍິງ 392 ທ່ານ.
#ໃນພິທີໃຫ້ກຽດປະດັບຫຼຽນກາລະນຶກເທື່ອນີ້ ໂດຍແມ່ນ ສະຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາພັກແຂວງສາລະວັນ; ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງຜູ້ ຊີ້ນຳວຽກງານການເມືອງແນວຄິດພັກ-ພະນັກງານ ພັດປ່ຽນກັນປະດັບ ແລະ ຂື້ນຮັບການປະດັບຫຼຽນໂດຍແມ່ນພະນັກງານການນໍາ ແລະ ອາດີດການນໍາຂອງແຂວງ ຈໍານວນໜຶ່ງຂື້ນຮັບການປະດັບຫຼຽນຢ່າງສົມກຽດ.
#ທັງນີ້ ກໍ່ເພື່ອຫວນຄືນເຖິງວັນມະຫາໄຊຊະນະແຫ່ງການປະຕິວັດຊາດ ປະຊາທິປະໄຕ ລະນຶກເຖິງຜົນງານ ແລະ ການເສຍສະຫຼະອັນຍິ່ງໃຫຍ່ ຂອງປະທານ ໄກສອນ ພົມວິຫານ, ປະທານສຸພານຸວົງ, ບັນດາຜູ້ນໍາ, ນັກຮົບປະຕິວັດ, ວິລະຊົນ, ສະມາຊິກພັກ-ພະນັກງານ, ຕະຫຼອດຮອດປະຊາຊົນລາວບັນ ດາເຜົ່າ ທີ່ໄດ້ອຸທິດໃຫ້ແກ່ພາລະກິດ ຕໍ່ສູ້ກູ້ຊາດຢ່າງພິລະອາດຫານ, ສາມາດຍາດໄດ້ເອກະລາດແຫ່ງຊາດ ປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ໃນວັນທີ 2 ທັນວາ ປີ 1975.