ຄຄອຂ ແຂວງສາລະວັນ ສະຫຼຸບການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ແລະ ທິດທາງແຜນການ ປີ 2026
ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ແລະ ທິດທາງແຜນການ ປະຈຳປີ 2026 ຂອງ ຄະນະກຳມະການຄຸ້ມຄອງອິນເຕີເນັດ ແລະ ຫັນເປັນດິຈິຕອນ ແຂວງສາລະວັນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງ 30 ມັງກອນ 2026, ທີ່ຫ້ອງປະຊຸມພະແນກເຕັກໂນໂລຊີ ແລະ ການສືສານແຂວງ ສາລະວັນ, ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ປອ ໂພສີ ແກ້ວສີພັນດອນ, ຮອງປະທານຄະນະກໍາມະການປົກຄອງແຂວງ, ຜູ້ຊີ້ນໍາຂົງເຂດເສດຖະກິດ ປະທານຄະນະກໍາມະການຄຸ້ມຄອງອິນເຕີເນັດ ແລະ ຫັນເປັນດິຈິຕອນແຂວງ ສາລະວັນ, ມີບັນດາທ່ານ ໃນຄະນະກຳມະການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ຈໍານວນ 47 ທ່ານ, ຍິງ 9 ທ່ານ.
ໃນໂອກາດດັ່ງກ່າວ, ທ່ານ ສົມຄິດ ແສນທະວີ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານຄະນະກໍາມະການຄຸ້ມຄອງອິນເຕີເນັດ ແລະ ຫັນເປັນດິຈິຕອນແຂວງ ສາລະວັນ, ໄດ້ລາຍງານໃຫ້ຊາບກ່ຽວກັບສະພາບລວມ ແລະ ບັນດາຜົນສຳເລັດພົ້ນເດັ່ນ ໃນການຫັນເປັນດິຈິຕອນຂອງ ແຂວງ ໃນໄລຍະຜ່ານມາ. ໃນດ້ານນິຕິກຳ ແມ່ນໄດ້ສໍາເລັດໃນການກໍານົດວິໄສທັດ, ຍຸດທະສາດ, ແຜນພັດທະນາການຫັນເປັນດິຈິຕອນຂອງແຂວງ ແລະ ຫຼາຍຂໍ້ຕົກລົງຈໍານວນໜື່ງ ໂດຍສະເພາະແມ່ນ ສໍາເລັດປັບປຸງຂໍ້ຕົກລົງການແຕ່ງຕັ້ງ ແລະ ຂໍ້ຕົກລົງແບ່ງຄວາມຮັບຜິດຊອບໃນຄະນະກໍາມະການຄຸ້ມຄອງອິນເຕີເນັດ ແລະ ຫັນເປັນດິຈິຕອນ ຂັ້ນແຂວງ ເພື່ອຊຸກຍູ້ດ້ານການບໍລິຫານລັດດິຈິຕອນ, ຄວາມປອດໄພໄຊເບີ ແລະ ອື່ນໆ. ໃນດ້ານໂຄງລ່າງພື້ນຖານ ແມ່ນໄດ້ເອົາໃຈໃສ່ຂະຫຍາຍເຄືອຂ່າຍໂທລະຄົມມະນາຄົມ ເປັນຕົ້ນ: ຄວາມຍາວຂອງສາຍໄຍແກ້ວນໍາແສງ ທັງໝົດ 3.912 ກິໂລ ແມັດ, ເສົາຮັບສົ່ງສັນຍານມືຖືທັງໝົດ 364 ເສົາ (ເພີ່ມຂື້ນ 43 ເສົາ), ສະຖານີໂທລະສັບມືຖື 914 ສະຖານີ (ເພີ່ມຂື້ນ 167 ສະຖາ ນີ), ໃນນັ້ນແຍກ ລະບົບ 2G ມີ 256 ສະຖານີ ເພີ່ມຂື້ນ 87 ສະຖານີ; 3G ມີ 359 ສະຖານີ ເພີ່ມຂື້ນ 126; 4G ມີ 299 ສະຖານີິ ແລະ 5G ມີ 1 ສະຖານີ, ສັນຍານຄວບຄຸມພື້ນທີ່ຂອງແຂວງກວມເອົາ 545 ບ້ານໃນຈໍານວນບ້ານທັງໝົດທົ່ວແຂວງ 578 ບ້ານ, ເທົ່າກັບ 94,29% ຂອງພື້ນທີ່ພາຍໃນແຂວງ, ມີຜູ້ຊົມໃຊເລກໝາຍໂທລະສັບ ແລະ ອິນເຕີເນັດ 238.349 ເລກໝາຍ, ສະເລ່ຍ 51 ເລກໝາຍຕໍ່ພົນລະເມືອງ 100 ຄົນ.
ຍົກເວັ້ນຄ່າທຳນຽມ ແລະ ຄ່າບໍລິການ ເລກໝາຍພິເສດ 3 ຕົວເລກ ໃຫ້ສະພາປະຊາຊົນ (ໝາຍເລກ 034 156) ແລະ ພະແນກ ສາທາລະນະສຸກ (ໝາຍເລກ 034 116), ອົງການກາແດງ ປະຈໍາແຂວງສາລະວັນ (ໝາຍເລກ 034 1625)
ດ້ານການຂົນສົ່ງໄປສະນີ ກວມເອົາ 8 ເມືອງ, ມີຜູ້ປະກອບການດ້ານໄປສະນີທັງໝົດ ຈໍານວນ 13 ສາຂາ (ເພີ່ມຂື້ນ 5 ສາຂາ), 5 ສູນຄັດແຍກ (ເພີ່ມຂື້ນ 1 ສູນ) ແລະ 66 ປ່ອງບໍລິການ (ເພີ່ມຂື້ນ 14 ປ່ອງບໍລິການ) ຮັບປະກັນໃຫ້ແກ່ການຈັດສົ່ງ ແລະ ແຈກຢາຍພັດສະດຸໃນແຕ່ລະເມືອງ.
ດ້ານຄື້ນຄວາມຖີ່ ວິທະຍຸສື່ສານໂຟນີ ໄດ້ຊຸກຍູ້ບຸກຄົນ, ນິຕິບຸກຄົນ ແລະ ບໍລິສັດ ທີ່ມີການນໍາໃຊ້ອຸປະກອນໂຟນີ ມາອອກອະນຸຍາດຕາມລະບຽບການ ຈຳນວນ 4 ຫົວໜ່ວຍ 221 ເຄື່ອງ, ນອກຈາກນັ້ນ, ກໍໄດ້ຍົກເວັ້ນຄ່າທໍານຽມ ແລະ ຄ່າບໍລິການ ການອອກອະນຸຍາດ ວິທະຍຸສື່ສານໂຟນີ ໃຫ້ກັບອົງການເກັບກູ້ລະເບີດ UXOLAO ຈໍານວນ 111 ເຄື່ອງ ແລະ NPA (ປະຊາຊົນນອກແວ) ຈໍານວນ 84 ເຄື່ອງ.
ດ້ານບໍລິຫານລັດດີຈິຕ໋ອນ ແລະ ຄວາມປອດໄພໄຊເບີ ໄດ້ຊຸກຍູ້, ສົ່ງເສີມ ໃຫ້ນໍາໃຊ້ລະບົບບໍລິຫານລັດດິຈິຕ໋ອນ, ໃຫ້ຄໍາປຶກສາ, ຄໍາແນະນໍາ ເພື່ອຫັນເປັນທັນສະໄໝ ເປັນຕົ້ນລະບົບເຄືອຂ່າຍພາກລັດ, ກອງປະຊຸມທາງໄກ, E-Office, E-mail, G-chat, G-share, G-web ແລະ ອື່ນໆ ແລະ ໄດ້ສ້າງຖານຂໍ້ມູນ ພ້ອມທັງຝຶກອົບຮົມການກໍານົດຈຸດພິກັດ ຂອງບັນດາກິດຈະການໃນ ຂົງຂດການຄຸ້ມຄອງລັດເຂົ້າແຜນທີ່ Google Earth ໃນ 9 ຂະແໜງການ ໄດ້ທັງໝົດ 2.221 ຈຸດ.
ສະເໜີສ້າງ User ນຳໃຊ້ລະບົບກອງປະຊຸມທາງໄກຂອງລັດຖະບານ TrueConf ໃຫ້ຫ້ອງວ່າເມືອງ 8 ເມືອງ, ຊຸກຍູ້-ສົ່ງເສີມຂະແໜງການຂອງລັດ ນຳໃຊ້ລະບົບສື່ສານພາກລັດ G-chat , G-Share /G-drive ໃຫ້ພະນັກງານ-ລັດຖະກອນອ້ອມຂ້າງເມືອງ 8 ເມືອງ ຈໍານວນ 2,492 ບັນຊີ.
ສຳເລັດສ້າງເວັບໄຊ ພ້ອມທັງຝືກອົບຮົມການຕິດຕັ້ງ, ຄຸ້ມຄອງ ແລະ ນຳໃຊ້ເວັບໄຊຂອງພາກລັດ G-web platform ໃຫ້ພະນັກງານຫ້ອງການອ້ອມຂ້າງເມືອງ ເຊີ່ງສາມາດເຄື່ອນໄຫວໄດ້ທັງໝົດ 7 ເມືອງ, ລົງເຄື່ອນໄຫວເຜີຍແຜ່ບັນດານິຕິກໍາຕ່າງໆ ພ້ອມທັງເຜີຍແຜ່, ແນະນໍາການນຳໃຊ້ສື່ສັງຄົມອອນລາຍ ໄປໃນທາງທີ່ສອດຄ່ອງ ແລະ ເໝາະສົມໃຫ້ຊາວໜຸ່ມ-ໄວ້ໜຸ່ມ ສຳເລັດ 31 ຈຸດ ກວມເອົາ 8 ເມືອງ ມີຜູ້ເຂົ້າຮ່ວມທັງໝົດ 5.757 ເທື່ອຄົນ, ຍິງ 2.713 ເທື່ອຄົນ.
ນອກຈາກນັ້ນ, ທ່ານ ສົມຄິດ ແສນທະວີ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໃນນາມຮອງປະທານຄະນະກໍາມະການຄຸ້ມຄອງອິນເຕີເນັດ ແລະ ຫັນເປັນດິຈິຕອນ ປະຈໍາແຂວງສາລະວັນ ຍັງໄດ້ສະເໜີການຕີລາຄາສາເຫດທີ່ພາໃຫ້ມີຜົນສຳເລັດ, ບັນດາຂໍ້ຄົງຄ້າງ ສິ່ງທ້າທາຍ, ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດຜ່ານມາ, ພ້ອມທັງສະເໜີ ທິດທາງລວມ, ແຜນວຽກຈຸດສຸມ ແລະ ແຜນ ການເຄື່ອນໄຫວ ຂອງ ຄຊດຂ ປະຈໍາປີ 2026.
ບັນດາທ່ານໃນຄະນະ ຄຊດຂ ໄດ້ປະກອບຄຳເຫັນ ລາຍງານຢ່າງກົງໄປກົງມາ ຊຶ່ງໄດ້ສະແດງໃຫ້ເຫັນ ການຈັດຕັ້ງປະຕິບັດວຽກງານການຫັນເປັນດິຈິຕອນ ຂອງບັນດາຂະແໜງການ ຢ່າງເອົາຈິງເອົາຈັງ ແລະ ມີໝາກຜົນ.
ໃນຕອນທ້າຍ, ທ່ານ ປອ ໂພສີ ແກ້ວສີພັນດອນ ປະທານກອງປະຊຸມໄດ້ຕີລາຄາສູງ ຕໍ່ການຄົ້ນຄວ້າ, ການກຳນົດບັນດາເປົ້າໝາຍທີ່ມີຄວາມສຳຄັນ ແລະ ຈຳເປັນ ທີ່ຈະຕ້ອງຄຸ້ມຄອງ, ພັດທະນາ ແລະ ສົ່ງເສີມໃຫ້ມີການນຳໃຊ້ເຕັກໂນໂລຊີຕ່າງໆ ເຂົ້າໃນການຫັນເປັນດິຈິຕອນ ໃນທຸຂະແໜງການ, ເຊິ່ງກໍແມ່ນໜ້າທີ່ ແລະ ການມີສ່ວນຮ່ວມ ຂອງທຸກພາກສ່ວນ ທັງຂັ້ນແຂວງ ແລະ ຂັ້ນເມືອງ ທີິ່ຈະຕ້ອງໄດ້ສົມທົບກັນຢ່າງແໜ້ນແຟ້ນ ແລະ ກົມກຽວ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ, ຈັດຕັ້ງຜັນຂະຫຍາຍ ວິໄສທັດ ຍຸດທະສາດ ແລະ ແຜນພັດທະນາການຫັນເປັນດິຈິຕອນແຂວງແຂວງ. ທ່ານປະທານກອງປະຊຸມ ຍັງໄດ້ມີຄຳເຫັນຊີ້ນຳ ແລະ ເນັ້ນໃສ່ບາງບັນຫາ ຄື: ກອງປະຊຸມ ໄດ້ຮັບຮອງດ້ານຫຼັກການ ຕໍ່ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ທິດທາງແຜນການ ປະຈຳປີ 2026, ພ້ອມທັງຮັບຮອງແຜນການ ເຄື່ອນໄຫວທັງໝົດປີ 2026. ມອບໃຫ້ ຄະນະຊ່ວຍວຽກ ສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອປັບປຸງເນື້ອໃນລະອຽດໃຫ້ສອດ ຄ່ອງຕື່ມ, ສືບຕໍ່ການຍົກລະດັບໃຫ້ບັນດາພະນັກງານ ມີທັກສະ ແລະ ຄວາມຮູ້ພື້ນຖານການຫັນເປັນດິຈິຕອນ. ສືບຕໍ່ເອົາໃຈໃສ່ຊຸກຍູ້ບັນດາຂະແໜງການໃຫ້ນໍາໃຊ້ລະບົບບໍລິຫານລັດ ໃຫ້ກວາງຂວາງ ເປັນຕົ້ນແມ່ນ ລະບົບ e-Office, G-Chat, G-share, ຂະຫຍາຍການນໍາໃຊ້ ລະບົບລາຍເຊັນເອເລັກໂຕຣນິກ, ຍົກລະດັບວຽກງານຄວາມປອດໄພທາງໄຊເບີ, ອາຊະຍາກຳທາງອອນລາຍ, ການນຳໃຊ້ເຕັກໂນໂລຊີດິຈິຕອນ ໃນທາງທີ່ບໍ່ຖືກຕ້ອງ, ບໍ່ສ້າງສັນ, ບັນຫາຂ່າວປອມ, ບັນຫາຂ່າວອະກຸສົນ, ບັນຫາຫາສຽງບໍ່ດີຜ່ານສື່ສັງຄົມອອນລາຍ, ພ້ອມທັງສືບຕໍ່ເຜີຍແຜ່-ໂຄສະນາ, ແນະນໍາການນໍາໃຊ້ສື່ສັງຄົມອອນລາຍ ໃຫ້ເຍົາວະຊົນ, ຊາວໜຸ່ມ ໄປໃນທາງທີ່ສອດຄ່ອງ, ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ວາງໄວ້.


