ແຂວງສາລະວັນ ໄດ້ຮັບການຊ່ວຍເຫຼືອຊຸດອຸປະກອນລະບົບກອງປະຊຸມທາງໄກ ຈາກ ສສ ຫວຽດນາມ

ໃນຕອນເຊົ້າຂອງວັນທີ 8 ກໍລະກົດ 2022, ທ່ານ ສົມຄິດ ແສນທະວີ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ສະລະວັນ ໄດ້ເຂົ້າຮ່ວມພິທີມອບ-ຮັບ ຊຸດອຸປະກອນລະບົບກອງປະຊຸມທາງໄກ ຂອງ ແຂວງກວາງຈິ (ສສ ຫວຽດນາມ) ມອບໃຫ້ແຂວງສາລະວັນ, ພິທີດັ່ງກ່າວໄດ້ຈັດຂື້ນຢູ່ທີ່ ດ່ານສາກົນລະໄລ, ເມືອງດາກຣົງ, ແຂວງກວາງຈິ (ສສ ຫວຽດນາມ) ເຊີ່ງມີຄະນະຜູ້ແທນຕາງໜ້າຈາກສອງແຂວງເຂົ້າຮ່ວມ:

  1. ຕາງໜ້າຝ່າຍມອບ (ແຂວງກວາງຈິ).

– ທ່ານ ຫງວຽນ ຮ່ວານ ຮອງຫົວໜ້າພະແນກຂໍ້ມູນຂ່າວສານ ແລະ ການສື່ສານ

– ທ່ານ ເຈີ່ນ ແທັງ ຮ່າ ອໍານວຍການສູນເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ

– ທ່ານ ຫງວຽນ ວັນ ຕ໋ວນ ຕາງໜ້າພະແນກພົວພັນຕ່າງປະເທດ

  1. ຕາງໜ້າຝ່າຍຮັບ ແລະ ນໍາໃຊ້ (ແຂວງສາລະວັນ)

– ທ່ານ ໜູຕຽມ ຄໍາປະເສີດ ຫົວໜ້າພະແນກການຕ່າງປະເທດ

– ທ່ານ ສົມຄິດ ແສນທະວີ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ

– ທ່ານ ຄໍາຕູ້ ແກ້ວມະນີ ຕາງໜ້າຫ້ອງວ່າການແຂວງ

ຊຸດອຸປະກອນດັ່ງກ່າວທີ່ ແຂວງກວາງຈິ (ສສ ຫວຽດນາມ) ໄດ້ມອບໃຫ້ແຂວງສາລະວັນ ແມ່ນມີມູນຄ່າ 410,025,000 ກີບ

Leave a Reply

Your email address will not be published. Required fields are marked *