ແຂວງສາລະວັນ ຫາລືເລັ່ງຕອບໂຕ້ໂດຍໄວ ເຂດທີ່ມີການລະບາດພະຍາດໂຄວິດ-19

#ກອງປະຊຸມ ປຶກສາ-ຫາລືກ່ຽວກັບການແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 26 ພະຈິກ 2021 ຢູ່ທີ່ສະໂມສອນແຂວງ ໂດຍການເປັນປະທານຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວ ງສາລະວັນ ຫົວໜ້າຄະນະສະເພາະກິດປ້ອງກັນໂຄວິດ-19 ແຂວງ, ມີບັນດາທ່ານຄະນະສະເພາະກິດປ້ອງກັນ ໂຄວິດ-19 ຂັ້ນແຂວງ ແລະ ເມືອງເຂົ້າຮ່ວມ.

ທ່ານ ດຣ ວົງດາວ ສຸລິນທາ ຮອງຫົວໜ້າ ພະແນກ ສາທາລະນະສຸກແຂວງ ກໍໄດ້ລາຍງານ ໃຫ້ຮູ້ວ່າ: ທົ່ວແຂວງສາລະວັນ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມທັງໝົດ 2.021 ຄົນ, ຍິງ 1.028 ຄົນ, ປິ່ນປົວດີສົ່ງກັບບ້ານ 1.874 ຄົນ, ຍິງ 939 ຄົນ, ຍັງສຶບຕໍ່ປິ່ນປົວ: 147 ຄົນ, ຍິງ 89 ຄົນ ໃນນັ້ນ, ເສຍຊີວິດ3 ຄົນ, ຍິງ 1 ຄົນ. ທັງໄດ້ຂຸ້ນຂ້ຽວຕອບໂຕ້ໂດຍໄວ ໂດຍສະເພາະເຂດທີ່ເລີ່ມມີການລະບາດຂອງພະຍາດໂຄວິດ-19, ເຊີ່ງໄດ້ມີການແຕ່ງຕັ້ງທິມງານລະບາດ, ສຸຂະສຶກສາ, ແພດປີ່ນປົວ, ແພດວິເຄາະລົງຄວບຄຸມພາກສະໝາມ ພ້ອມທັງຕິດຕາມ ແລະ ລາຍງານສະຖານະການຢ່າງຕໍ່ເນື່ອງ ໂດຍສະເພາະເຂດທີ່ມີການລະບາດ, ຄັດກອງແຍກກຸ່ມສຳຜັດໃກ້ຊິດ C1 ແລະ ກຸ່ມສຳຜັດໃກ້ຊິດ C2 ແລະ C3 ຢ່າງລະອຽດ ພ້ອມກັນນັ້ນ ກໍ່ໄດ້ປະເມີນຄວາມສ່ຽງ ກຳນົດເຂດລະບາດ: ບ້ານເຂດແດງ, ເຂດເຫຼືອງ ແລະ ບ້ານເຂດຂຽວ ເພື່ອສະດວກໃນການຈັດຕັ້ງປະຕິບັດ ເປັນຕົ້ນ: ການເກັບກຳຂໍ້ມູນຄົນເຂົ້າ-ອອກ ແລະ ການເຄື່ອນ ໄຫວຕ່າງໆຂອງສັງຄົມ. #ນອກນັ້ນ ກໍ່ໄດ້ເລັ່ງເອົາໃຈໃສ່ສັກຢາປ້ອງກັນພະຍາດ ໂຄວິດ-19 ໃຫ້ກຸ່ມເປົ້າໝາຍ.

#ໂອກາດດຽວກັນນີ້, ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຫົວໜ້າຄະນະສະເພາະກິດປ້ອງກັນໂຄວິດ-19 ກໍໄດ້ໃຫ້ທິດຊີ້ນໍາ ໂດຍເນັ້ນເພີ່ມທະວີຄວາມເອົາໃຈໃສ່, ໃນການຈັດຕັ້ງປະຕິບັດປ້ອງກັນເຝົ້າລະວັງ ແລະ ເອົາໃຈໃສ່ປະສານສົມທົບກັນຢ່າງວ່ອງໄວ ແລະ ໃຫ້ທັນການ, ເປັນເຈົ້າການ ແລະ ຄວາມຮັບຜິດຊອບສູງ ໃຫ້ມີການຊີ້ນໍາ-ນໍາພາ, ປຸກລະດົມໃຫ້ມີຄວາມຕື່ນຕົວ, ຫ້າວຫັນ ເພື່ອຕໍ່ສູ້ກັບພະຍາດໂຄວິດ-19 ໂດຍເລັ່ງໃສ່ເມືອງທີ່ມີຄວາມສ່ຽງສູງ, ໃຫ້ເພີ່ມມາດຕະການປະຕິບັດຄໍາສັ່ງຂອງຄະນະສະເພາະກິດຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ ເພື່ອຄວບຄຸມ ແລະ ແກ້ໄຂບັນຫາດັ່ງກ່າວໃຫ້ທ່ວງທັນ.

—————————————————————————————————————-

ໂດຍ: ກິນດາວັນ ອ້ວນນາຄູ

#salavan newspaper

Leave a Reply

Your email address will not be published. Required fields are marked *