ແຂວງສາລະວັນ ຈັດພິທີປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮບ 46 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ ຕິດພັນກັບການໂຄສະນາປາຖະກະຖາຜົນສໍາເລັດການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ.

#ໃນວັນທີ 25 ພະຈິກ 2021 ນີ້, ຢູ່ທີ່ສະໂມສອນໃຫຍ່ ຂອງແຂວງສາລະວັນ ໄດ້ຈັດພິທີປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 46 ປີ, ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 101 ປີ ຕິດພັນກັບການປາຖະກະຖາ ຜົນສໍາເລັດການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ. ໃຫ້ກຽດເຂົ້າຮ່ວມຮັບຟັງມີບັນດາທ່ານ ຄະນະປະຈໍາພັກແຂວງ, ອາດີດຄະນະນໍາຂັ້ນແຂວງ, ພະນັກງານອາວຸໂສ-ບໍານານ, ຫົວໜ້າ ແລະ ຮອງຫົວໜ້າພະແນກ ເຂົ້າຮ່ວມ. #ໃນພິທີ, ທ່ານ ຄໍາບຸ່ນ ດ້ວງປັນຍາ ອາດີດເລຂາພັກ-ເຈົ້າແຂວງໆສາລະວັນ ສະໄໝທີ ສະໄໝທີ VI- VII ໄດ້ໃຫ້ກຽດຂຶ້ນປາຖະ ກະຖາວັນຊາດທີ 2 ທັນວາ 1975 ຄົບຮອບ 46 ປີ ( 2 ທັນວາ 1975 – 2 ທັນວາ 2021) ທ່ານ ໄດ້ຍົກໃຫ້ເຫັນວ່າ: ປະຫວັດສາດແຫ່ງການກໍາເນີດ ແລະ ການເຕີບໃຫຍ່ ຂະຫຍາຍຕົວຂອງຊາດລາວ ຕະຫຼອດໄລຍະ 46 ປີ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ທີ່ພັກປະຊາຊົນ ປະຕິວັດລາວ ໄດ້ເຮັດການປະຕິວັດຊາດປະຊາ ທິປະໄຕ, ນຳພາປົກປັກຮັກສາ ແລະ ສ້າງສາລະບອບໃໝ່, ເວລາໃດກໍຢຶດໝັ້ນລັດທິມາກ-ເລນິນ ເປັນພື້ນຖານແນວຄິດທິດສະດີ ແລະ ຢຶດຖືຫຼັກໝັ້ ນຂອງຊົນຊັ້ນກຳມະກອນ ຢ່າງສະເໝີຕົ້ນສະເໝີປາຍ, ສົມທົບແໝ້ນລະຫວ່າງລັດທິຮັກຊາດອັນແທ້ຈິງ ກັບລັດທິສາກົນອັນຜ່ອງໃສ, ມີຄວາມຈົງຮັກພັກດີ ຕໍ່ອຸດົມການປະຕິວັດ ແລະ ຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າ, ຖືເອົາຄວາມສາມັກຄີພາຍໃນ ເປັນຫຼັກ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ພາຍໃນຊາດ, ເຊີດຊູຄວາມເປັນແບບຢ່າງນຳໜ້າ, ຮັກສາໄດ້ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ຄວາມເຊື່ອໝັ້ນຈາກປະຊາຊົນລາວບັນດາເຜົ່າຕະຫຼອດມາ. ຍ້ອນມູນເຊື້ອອັນດີງາມຂອງພັກຂອງຊາດລາວເຮົານັ້ນ ຈື່ງເຮັດໃຫ້ ສປປ ລາວ ເຮົາສາມາດປະກາດເອກະລາດ ສາມາດປົດປ່ອຍປະເທດຊາດຢ່າງມີໄຊ, ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂື້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ຈາກນັ້ນ, ທ່ານ ໄດ້ຍົກໃຫ້ເຫັນເຖິງຜົນງານ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງສາລະວັນ.

#ໂອກາດດຽວກັນນີ້, ໃນພິທີ ທ່ານ ສີສຸວັນ ວົົງຈອມສີ ອາດີດເລຂາພັກ-ເຈົ້າແຂວງໆສາລະວັນ ສະ ໄໝທີ VIII ໄດ້ໃຫ້ກຽດຂຶ້ນປາຖະກະຖາ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ (13 ທັນວາ 1920-13 ທັນວາ 2021) ໃນນັ້ນ, ທ່ານ ໄດ້ຍົກໃຫ້ເຫັນເຖິງຊີວິດ, ການເຄື່ອນໄຫວປະຕິວັດ, ຜົນງານ ແລະ ຄຸນງາມຄວາມດີ ຂອງປະ ທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງຊາດລາວ ຊຶ່ງທ່ານໄດ້ໃຫ້ຮູ້ວ່າ: ປະທານ ໄກສອນ ພົມວິຫານ ແມ່ນລູກຮັກຫຼານແພງຂອງປະຊາຊົນລາວ ບັນດາເຜົ່າ, ແມ່ນຜູ້ຮັກຊາດ, ນັກປະຕິວັດທີ່ຍິ່ງໃຫຍ່ຂອງຊາດ, ເປັນວິລະບູລຸດ, ຜູ້ນຳຂອງພັກ-ລັດ ທີ່ປີຊາສາມາດ ແລະ ສະຫຼາດສ່ອງໃສ.

#ໃນຕອນທ້າຍ, ທ່ານ ປອ ໂພໄຊ ໄຊຍະສອນ ເລຂາພັກ-ເຈົ້າແຂວງໆສາລະວັນ ສະໄໝທີ IX ສະ ໄໝປະຈຸບັນ ໄດ້ໃຫ້ກຽດປາຖະກະຖາເອກະສານ ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໃນນັ້ນ ທ່ານ ໄດ້ໃຫ້ຮູ້ວ່າ: ພາຍຫຼັງທີ່ປະ ຊາຊົນລາວທັງຊາດຄອງຄອຍເປັນເວລາ 5 ປີ ໃນທີ່ສຸດ ໂຄງການສ້າງທາງລົດໄຟລາວ-ຈີນ ກໍ່ກໍານົດເປີດໃຊ້ຢ່າງເປັນທາງການ ໃນວັນທີ 3 ທັນວາ 2021 ນີ້, ເພື່ອສະເຫຼີມສະຫຼອງວັນຊາດຂອງລາວ 2 ທັນວາ 1975 ຄົບຮອບ 46 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ວັນທີ 25 ເມສາ 1961 ຄົບຮອບ 60 ປີ ນີ້ຖືເປັນຂ່າວດີຂອງທົ່ວປວງຊົນລາວທັງຊາດ ທີ່ຈະໄດ້ເຫັນ ແລະ ສໍາຜັດຕົວຈິງ ກັບລົດໄຟທີ່ມີຄວາມໄວສູງ ທີ່ຈະແລ່ນຢູ່ພືນແຜ່ນດິນທີ່ສວຍສົດງົດງາມ ຂອງປະເທດລາວ ເພາະລົດໄຟລາວ-ຈີນ ແມ່ນໂຄງການໃຫຍ່ ເປັນການຮ່ວມມືຍຸດທະສາດ ລະຫວ່າງ ສອງລັດຖະບານ ລາວ ແລະ ຈີນ ທັງແມ່ນສ່ວນໜື່ງໃນການຈັດຕັ້ງ ແລະ ຜັນຂະຫຍາຍແຜນຍຸດທະສາດການເຊື່ອມໂຍງ, ເຊື່ອມຈອດພາກພື້ນຂອງລາວ ແລະ ເປັນຂໍ້ລິເລີ່ມ ໜື່ງເລວ ໜື່ງເສັ້ນທາງ ຂອງຈີນ ທີ່ມີຄວາມສອດຄ່ອງ ກັບແຜນແມ່ບົດ ວ່າດ້ວຍການເຊື່ອມຈອດລະຫວ່າງພາກພື້ນອາຊຽນ ໃນປີ 2025. ເຊິ່ງທາງລົດໄຟລາວ-ຈີນ ມີຄວາມຍາວທັງໝົດ 426, 5 ກມ; ໃນນັ້ນ, ນັບແຕ່ບໍ່ເຕັ່ນ-ນະຄອນຫຼວງວຽງຈັນ ມີຄວາມຍາວ 417 ກມ (ສະຖານີໂດຍສານ ຢູ່ບ້ານໂຄກສະອາດ ເມືອງໄຊທານີ), ຈາກສະຖານນີໂດຍສານ ວຽງຈັນເໜືອ – ສວຽງຈັັນໃຕ້ທ່ານາແລ້ງ 9 ກມ. ການກໍ່ສ້າງເສັ້ນທາງລົດໄຟ, ໄດ້ກໍ່ສ້າງຂົວ ຈໍານວນ 170 ແຫ່ງ, ມີຄວາມຍາວທັງໝົດ 69.20 ກມ ລວມທັງຂົວຂ້າມແມ່ນໍ້າຂອງ ຢູ່ແຂວງຫຼວງພະບາງ 2 ແຫ່ງ; ກໍ່ສ້າງອຸມົງ ຈໍານວນ 75 ແຫ່ງ ມີຄວາມຍາວ ທັງໝົດ 197,6 ກມ, ໃນນີ້ ອຸມົງທີ່ມີຍາວຫລາຍກວ່າ 7 ກມ ມີ 7 ແຫ່ງ ແລະ ອຸມົງທີ່ຄວາມຍາວກວ່າໝູ່ແມ່ນ 9,50 ກມ. ນັບແຕ່ບໍ່ເຕັ່ນ ຮອດສະຖານີນະຄອນຫຼວງວຽງຈັນ ມີສະຖານີລົດໄຟທັງໝົດ 33 ສະຖານີ, ໃນໄລຍະທໍາອິດ ຈະເປີດນໍາໃຊ້ ມີ 21 ສະ ຖານນີ, ອີກ 12 ສະຖານີ ຈະເປີດນໍາໃຊ້ໄລຍະຕໍ່ໄປ. ຈໍານວນ 33 ສະຖານີນີ້ ມີສະຖານີຂົ່ນສົ່ງໂດຍສານ ແລະ ສິນຄ້າລວມຢູ່ນໍາກັນມີ 11 ສະຖານີ ຄື: ສະຖານີບໍ່ເຕັ່ນ, ນາເຕີຍ, ນາໝໍ້, ເມືອງໄຊ, ເມືອງງາ, ຫຼວງພະບາງ, ກາສີ, ວັງວຽງ, ໂພນໂຮງ, ນະຄອນຫຼວງວຽງຈັນ ແລະ ສະຖານີຂົ່ນສົ່ງສິນຄ້າສະເພາະ ມີ 1 ແຫ່ງ ຢູ່ນະຄອນຫຼວງວຽງຈັນໃຕ້; ຈຸດສະຫຼັບລາງ ແລະ ຈຸດຫຼີກ ທັງໝົດມີ 284 ແຫ່ງ, ຈໍານວນຂະບວນລົດໄຟ ໃນເບື້ອງຕົ້ນມີ 18 ຂະບວນ, ໃນນັ້ນ ຂະບວນຂົນສົ່ງໂດຍສານ ມີ 4 ຂະບວນ ແລະ ຂົນສົ່ງສິນຄ້າ ມີ 14 ຂະບວນ, ການເປີດນໍາໃຊ້ສະຖານີລົດໄຟໃນໄລ ຍະຕົ້ນ ຈະເປີດນໍາໃຊ້ 21 ສະຖານີ ເຊິ່ງສາມາດແລ່ນໄດ້ 23 ຖ້ຽວຕໍ່ວັນ, ຖ້າຫາກວ່າໄດ້ເປີດນໍາໃຊ້ທັງ 33 ສະຖານີ ສາມາດເພີ່ມຖ້ຽວໄດ້ເຖິງ 39 ຖ້ຽວຕໍ່ວັນ. ສໍາລັບການລົງທຶນກໍ່ສ້າງທາງລົດໄຟລາວ-ຈີນ ມີມູນຄ່າການລົງທຶນທັງໝົດ ຂອງໂຄງການ ປະມານ 5.950 ລ້ານໂດຣາສະຫະລັດ.

—————————————————————–

#ຂໍ້ມູນຈາກແລະ ພາບຈາກ: ຖິ່ນສຽງແຄນ ແດນດອກຮັງ

Leave a Reply

Your email address will not be published. Required fields are marked *