ເມືອງຄົງເຊໂດນ ໄດ້ຮັບການຍົກລະດັບທາງດ້ານການນໍາໃຊ້ ແລະ ຄຸ້ມຄອງເວັບໄຊ

ພະແນກເຕັກໂນໂລຊີ ແລະການສື່ສານແຂວງສາລະວັນ ຈັດຝຶກອົບຮົມການນຳໃຊ້ເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ ( G-Web Platform) ໃຫ້ຫ້ອງການອ້ອມຂ້າງເມືອງສາລະວັນ

, ໃນວັນທີ 22-23 ພຶດສະພາ 2024 ທີ່ຜ່ານມາ, ທີ່ຫ້ອງວ່າການເມືອງຄົງເຊໂດນ ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາໝອນ ແກ້ວປັດຈິດ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະການສື່ສານແຂວງ, ທ່ານ ກໍ່າ ແສງມະນີ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງຄົງເຊໂດນ ຜູ້ຊີ້ນຳວຽກງານເສດຖະກິດ, ມີວິທະຍາກອນ, ນັກສຳມະນາກອນຈາກຫ້ອງການອ້ອມຂ້າງເຂົ້າຮ່ວມ.
ທ່ານ ຄໍາໝອນ ແກ້ວປັດຈິດ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະການສື່ສານແຂວງ ໄດ້ກ່າວວ່າ: ຈຸດປະສົງຫຼັກໃນການຝຶກອົບຮົມໃນຄັ້ງນີ້ ເພື່ອເປັນການເສີມຂະຫຍາຍ ແລະ ອໍານວຍຄວາມສະດວກໃນການ ຈັດຕັ້ງປະຕິບັດວຽກງານຂໍ້ມູນຂ່າວສານຜ່ານລະບົບເວັບໄຊ ໂດຍສະເພາະແມ່ນ ການຄຸ້ມຄອງ ແລະ ນໍາໃຊ້ເວັບໄຊ ທີ່ທາງພະແນກໄດ້ສ້າງຂື້ນ ແນ່ໃສ່ເຮັດໃຫ້ພະນັກງານຄຸ້ມຄອງທາງດ້ານເຕັກນິກ ສາມາດຄຸ້ມຄອງລະບົບຄວາມປອດໄພ, ການຂຽນຂ່າວ ແລະ ນໍາເອົາຂ່າວສານການເຄື່ອນໄຫວຕ່າງໆທາງດ້ານການເມືອງ ແລະ ທາງດ້ານວິຊາສະເພາະຂື້ນສູ່ເວັບໄຊ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຫຼາຍຂື້ນ.

Leave a Reply

Your email address will not be published. Required fields are marked *