ເຄັດລັບການນໍາໃຊ້ໂທລະສັບມືຖື ໃຫ້ມີອາຍຸການໃຊ້ງານດົນຂຶ້ນ

ໂທລະສັບມືຖືສະມາດໂຟນ (Smartphone) ເປັນສິ່ງໜຶ່ງທີ່ຂາດບໍ່ໄດ້ຂອງຄົນຍຸກ ICT ເພາະໂທລະສັບມືຖືດັ່ງກ່າວນັ້ນ ປຽບເໝືອນອະໄວຍະວະໜຶ່ງທີ່ສໍາຄັນຂອງຄົນເຮົາ ທີ່ຊ່ວຍໃນການບໍລິຫານຈັດການກັບຊີວິດໃຫ້ງ່າຍຂຶ້ນກ່ວາເກົ່າ. ດັ່ງນັ້ນ, ບໍ່ວ່າເຮົາຈະໄປໃສກໍ່ຕ້ອງມີຕິດໂຕໄວ້ຕະຫຼອດເວລາ, ແຕ່ທ່ານຮູ້ບໍ່ວ່າໃນແຕ່ລະເຄື່ອງມີອາຍຸການໃຊ້ງານທີ່ແຕກຕ່າງກັນ ແລະ ຂຶ້ນກັບຜູ້ໃຊ້ວ່າຈະສາມາດບໍາລຸງຮັກສາ ໃຫ້ໂທລະສັບມືຖືຂອງຕົນເອງສາມາດໃຊ້ງານໄດ້ຍາວນານເທົ່າໃດ, ຖ້າທ່ານຢາກໃຫ້ໂທລະສັບມືຖືຂອງທ່ານຢູ່ກັບທ່ານດົນຂຶ້ນ ເຮົາມີຄໍາແນະນໍາດີໆດັ່ງຕໍ່ໄປນີ້:

  1. ລຶບແອັບພິເຄຊັ່ນເກົ່າຖິ້ມ: ຖ້າແອັບພິເຄຊັ່ນ (Application) ທີ່ບໍ່ໄດ້ນໍາໃຊ້ແລ້ວ ກໍ່ໃຫ້ລຶບຖິ້ມເພາະຈະຊ່ວຍໃນການເພີ່ມໜ່ວຍຄວາມຈຳ ແລະ ປະສິດທິພາບຂອງໂທລະສັບມືຖື;
  2. ເປີດນໍາໃຊ້ຮູບແບບປະຢັດພະລັງງານ: ສາມາດສາກແບັດເຕີຣີ (Battery) ໄດ້ໄວຂື້ນ ແຕ່ແອັບພິເຄຊັ່ນ ທີ່ໃຊ້ງານຈະຊ້າລົງ ຊຶ່ງອາດຈະບໍ່ໄດ້ຮັບແຈ້ງເຕືອນອີເມວ ຫຼື ອັບເດດອັດຕະໂນມັດ ລວມທັງຄຸນສົມບັດ ທີ່ໃຊ້ງານໃນເບື້ອງຫຼັງຈະຢຸດການເຮັດວຽກ ຫຼື ເຮັດວຽກຊ້າລົງ;
  3. ເປີດຮູບແບບເຄື່ອງບິນ: ໃນກໍລະນີ ທີ່ຢູ່ໃນສະຖານທີ່ ທີ່ບໍ່ມີສັນຍານໃຫ້ເປີດຮູບແບບເຄື່ອງບິນ ຈະຊ່ວຍປະຢັດແບັດເຕີຣີໄດ້ດີ;
  4. ການຈັດເກັບໂທລະສັບມືຖື: ນໍາໃຊ້ເຄສ (Case) ໂທລະສັບມືຖື ທີ່ມີແນວປິດບ່ອນສາກແບັດເຕີຣີ ເພາະຈະຊ່ວຍກັນຝຸ່ນ ແລະ ຄວາມຊື່ນໄດ້ ໃນເວລາທີ່ເຮົາຈັດເກັບມືຖືໃນກະເປົ໋າ ຫຼື ບ່ອນອື່ນໆ;
  5. ການຮັກສາຄວາມສະອາດໂທລະສັບມືຖື: ຄວນໃຊ້ສະເພາະແພສຳລີແຫ້ງໃນການທຳຄວາມສະອາດໂທລະສັບມືຖື;
  6. ຢຸດອັບເດດຊ໋ອບແວ: ຕ້ອງຮູ້ວ່າຕອນໃດຄວນຢຸດອັບເດດຊ໋ອບແວ ເພາະຜູ້ໃຫ້ບໍລິການໂທລະສັບມືຖືຈະໃຫ້ການອັບເດດຊ໋ອແວບພຽງແຕ່ 2 ຮຸ່ນ ເທົ່ານັ້ນ, ຖ້າມືຖືເກົ່າກວ່ານັ້ນ ເຖິງແມ່ນວ່າຈະອັບເດດຊ໋ອບແວໄດ້ ແຕ່ແອັບພິເຄຊັ່ນບາງໂຕອາດຈະນໍາໃຊ້ໄດ້ບໍ່ດີເທົ່າທີ່ຄວນ;
  7. ປິດໂທລະສັບມືຖື: ຄວນປິດໂທລະສັບມືຖືໄວ້ຫຼາຍໆນາທີ ເພື່ອໃຫ້ໂທລະສັບມືຖືໄດ້ພັກຜ່ອນ ອາທິດລະຄັ້ງຈະຊ່ວຍເຮັດໃຫ້ອາຍຸການໃຊ້ງານຂອງໂທລະສັບມືຖືດົນຂຶ້ນ;
  8. ບໍ່ສາກໂທລະສັບມືຖືຫຼາຍເກີນໄປ: ໂທລະສັບມືຖືສາມາດບອກກ່ຽວກັບອາຍຸແບັດເຕີຣີ, ການສາກແບັດເຕຣີຄັ້ງສຸດທ້າຍເມື່ອໃດ ສິ່ງເຫຼົ່ານີ້ຈະຊ່ວຍໃຫ້ເຮົາບໍ່ສາກໂທລະສັບຫຼາຍຈົນເກີນໄປ;
  9. ບໍ່ປ່ອຍໃຫ້ແບັດເຕີຣີເຕັມ 100% ຕະຫຼອດເວລາ: ເມື່ອແບັດເຕັມ 100% ຢູຕະຫຼອດເວລາ ແມ່ນບໍ່ມີຜົນດີຕໍ່ໂທລະສັບມືຖື;
  10. ບໍ່ຄວນສາກໂທລະສັບມືຖືຂ້າມຄືນ: ເພາະຖ້າແບັດເຕີຣີເຕັມແລ້ວສາກຕໍ່ ຈະເຮັດໃຫ້ສູນເສຍແບັດເຕີຣີໄປລ້າໆ;
  11. ບໍ່ຄວນສາກໂທລະສັບມືຖືໄວ້ໃກ້ບ່ອນນອນ: ໂທລະສັບມືຖືຈະຮ້ອນຂຶ້ນໃນເວລາສາກແບັດເຕີຣີ ມັນສາມາດສ້າງເປວໄຟໄດ້ຖ້າສຽບສາຍສາກບໍ່ແໜ້ນ ຫຼື ສາຍໄຟຂາດ;
  12.  ຢ່າປ່ອຍໄຫ້ແບັດເຕີຣີໝົດ: ຄວນສາກແບັດເຕີຣີຕອນທີ່ຍັງປະມານ 30%, ແຕ່ຖ້າສາກໃຫ້ມັນເຕັມ 100% ຢູ່ຕະຫຼອດເວລາ ຈະເຮັດໃຫ້ໂທລະສັບສາກໄຟເຂົ້າໄດ້ຍາກຂຶ້ນ;
  13. ບໍ່ຄວນຫຼິ້ນໂທລະສັບມືຖືໃນຂະນະກຳລັງສາກ: ຈະເຮັດໃຫ້ສາກເຂົ້າຊ້າ ແລະ ແບັດເຕີຣີໝົດໄວຕອນທີ່ເຊົາສາກ;
  14. ຄວນເກັບໂທລະສັບມືຖືໄວ້ບ່ອນອຸນຫະພູມເໝົາະສົມ: ບໍ່ເກັບໄວ້ບ່ອນທີ່ອຸນຫະພູມ ສູງເກີນໄປ ຫຼື ຕໍ່າເກີນໄປ ເພາະອາດຈະເຮັດໃຫ້ໂທລະສັບມືຖືເສຍຫາຍໄດ້;
  15. ຕິດຟິມກັນແຕກ ແລະ ເຄສກັນກະທົບ: ເພື່ອຮັກສາໜ້າຈໍໂທລະສັບມືຖືບໍ່ໃຫ້ແຕກ ເພາະການປ່ຽນໜ້າຈໍໂທລະສັບມືຖືໃໝ່ມີລາຄາແພງ ຫຼື ປ່ຽນມາອາດບໍ່ດີຄືຈໍເກົ່າ;
  16. ໃຊ້ພາບພື້ນຫຼັງເປັນສີດຳ: ຈະຊ່ວຍປະຢັດແບັດເຕີຣີໄດ້, ບໍ່ຄວນໃຊ້ພາບເຄື່ອນໄຫວ ເພາະສິ້ນເປືອງແບັດເຕີຣີ;
  17. ໃຊ້ລະບົບລ໋ອກຫນ້າຈໍ:  ນອກຈາກຈະຊ່ວຍປ້ອງກັນຄວາມປອດໄພແລ້ວ ຍັງປ້ອງກັນການເປີດນໍາໃຊ້ແອັບຕ່າງໆໃຊ້ໂດຍບໍ່ຕັ້ງໃຈ ລວມທັງການໂທອອກອີກດ້ວຍ;
  18. ຕັ້ງໄລຍະເວລາລ໋ອກຫນ້າຈໍໃຫ້ສັ້ນ: ຕັ້ງໄວ້ປະມານ 15-30 ວິນາທີ ເພາະຈະຊ່ວຍໃຫ້ໂທລະສັບໄດ້ພັກຜ່ອນຫຼາຍຂື້ນ ແລະ ຊ່ວຍປະຢັດແບັດເຕຣີອີກດ້ວຍ;
  19. ພະຍາຍາມຝຶກໃຫ້ຕົນເອງ Check ຫນ້າຈໍໜ້ອຍລົງ: ເພາະນັກວິໄຈໄດ້ກ່າວໄວ້ວ່າ ຄົນທົ່ວໄປຈະ Check ຫນ້າຈໍມື້ລະ 150 ຄັ້ງ ຊຶ່ງແຕ່ລະຄັ້ງທີ່ check ເບິ່ງ ຈະສຶ້ນເປືອງແບັດເຕີຣີຄັ້ງລະ 0,01%;
  20. ປິດການໃຊ້ລະບຸຕຳແໜ່ງ: ເພາະມັນກິນແບັດເຕີຣີຫຼາຍ ເພາະຫຼາຍແອັບຕ້ອງການໃຊ້ຕຳແໜ່ງຂອງໂທລະສັບມືຖື.

ເປັນແນວໃດກັບ 20 ຄໍາແນະນໍາ ທີ່ຈະຊ່ວຍໃຫ້ໂທລະສັບມືຖືຂອງທ່ານ ມີອາຍຸການໃຊ້ງານທີ່ດົນຂຶ້ນ ແລະ ຂ້າພະເຈົ້າເຊື່ອວ່າ ໃນ 20 ຂໍ້ ດັ່ງກ່າວນັ້ນ ທຸກທ່ານສາມາດເຮັດໄດ້ດ້ວຍຕົວເອງ ເພື່ອເພີ່ມປະສິດທິພາບໃນການນໍາໃຊ້ໂທລະສັບມືຖືໃຫ້ດີຂຶ້ນ.

ຂໍ້ມູນອ້າງອິງ:

  1. https://youtu.be/WaZm-LF6aSY

Leave a Reply

Your email address will not be published. Required fields are marked *