ອາການຂອງພະຍາດກົດໄຫຼຢ້ອນໃນກະເພາະອາຫານ

ພະຍາດກົດໄຫຼຢ້ອນມັກຈະເກີດຂື້ນໂດຍທີ່ເຮົາບໍ່ຮູ້ສຶກຕົວ, ມັກຈະເກີດກັບຄົນທີ່ບໍ່ຄ່ອຍໃສ່ໃຈສຸຂະພາບ, ຄົນທີ່ບໍ່ເຂົ້າໃຈລະອຽດກ່ຽວກັບພະຍາດນີ້. ຖ້າວ່າບໍ່ກວດພົບແລະປິ່ນປົວທັນການ, ພະຍາດນີ້ກໍຈະສາມາດເຮັດໃຫ້ເກີດມີບາດແຜທີ່ບໍ່ສາມາດປິນປົວໃຫ້ຫາຍຂາດໄດ້.
ພະຍາດກົດໄຫຼຢ້ອນມັກຈະເກີດຂື້ນໂດຍທີ່ເຮົາບໍ່ຮູ້ສຶກຕົວ, ມັກຈະເກີດກັບຄົນທີ່ບໍ່ຄ່ອຍໃສ່ໃຈສຸຂະພາບ, ຄົນທີ່ບໍ່ເຂົ້າໃຈລະອຽດກ່ຽວກັບພະຍາດນີ້. ຖ້າວ່າບໍ່ກວດພົບແລະປິ່ນປົວທັນການ, ພະຍາດນີ້ກໍຈະສາມາດເຮັດໃຫ້ເກີດມີບາດແຜທີ່ບໍ່ສາມາດປິນປົວໃຫ້ຫາຍຂາດໄດ້.
I. ກົດໄຫຼຢ້ອນແມ່ນພະຍາດຫຍັງ?
ພະຍາດກົດໄຫຼຢ້ອນແມ່ນອາການຂອງການໄຫຼຢ້ອນຂອງນໍ້າອາຊິດກະເພາະອາຫານ, ລົມໃນກະເພາະອາຫານ,ອາຫານ…ໄຫຼຂື້ນຫຼອດອາຫານເຮັດໃຫ້ເກີດການອັກເສບຫຼອດອາຫານ,ຫຼອດສຽງ,ຜົ້ງປາກ…
ຖ້າອາການກົດໄຫຼຢ້ອນເກີດຂື້ນຫຼາຍກວ່າ2ເທື່ອຕໍ່ອາທິດໜຶ່ງ, ນັ້ນສາມາດບົ່ງບອກໄດ້ເລີຍວ່າທ່ານເປັນພະຍາດກົດໄຫຼຢ້ອນ
ບັນດາສາເຫດທີ່ພາໃຫ້ເກີດພະຍາດກົດໄຫຼ ແມ່ນເກີດມາຈາກການເຮັດວຽກຜິດປົກກະຕິຂອງເອັນຍຸ້ມຫຼອດອາຫານລຸ່ມສຸດ, ການກິນອາຫານຫຼາຍເກີນໄປ, ຫຼັງຈາກກິນອາຫານແລ້ວນອນເລີຍ, ຄົນທີ່ຕຸ້ຍຫຼາຍ, ມັກກິນອາຫານຕອນເດິກ, ກິນອາຫານທີ່ພາໃຫ້ເກີດອາການກົດໄຫຼຢ້ອນເຊັ່ນ: ໝາກນາວ, ໝາກກ້ຽງ, ກະທຽມ, ຫົວຫອມໃຫຍ່, ອາ ຫານລົດເຜັດ ແລະ ອື່ນໆ, ດື່ມເຄື່ອງດື່ມທີ່ພາໃຫ້ເກີດອາການກົດໄຫຼຢ້ອນເຊັ່ນ: ເຫຼົ້າ, ເບຍ, ນໍ້າອັດລົມ, ນໍ້າຊາ, ກາເຟ…ນອກຈາກນີ້ຍັງເກີດກັບຄົນທີ່ສູບຢາ, ຄົນກໍາລັງຖືພາ, ຄົນທີ່ມັກກິນຢາຈຳພວກ Aspirin, Ibuprofen, ຢາຍານກ້າມເນື້ອ,ຢາລຸດຄວາມດັນເລືອດ…
ຖ້າຫາກເປັນພະຍາດກົດໄຫຼຢ້ອນແຕ່ບໍ່ໄປກວດ ແລະ ບໍ່ໄດ້ຮັບການປິ່ນປົວທັນເວລາຈະພາໃຫ້ເກີດມີຜົນເສຍຫາຍຕາມມາເຊັ່ນ:ກະເພາະເກີດການອັກເສບແລະມີແຜໃນກະເພາະອາຫານ,ອັກເສບຫຼອດອາຫານແລະອາດຈະພາໃຫ້ເກີດເປັນມະເຮັງຫຼອດອາຫານໄດ້.
II. ເອົາໃຈໃສ່9ອາການຂອງພະຍາດກົດໄຫຼຢ້ອນດັ່ງຕໍ່ໄປນີ້
1. ຮູ້ສຶກແສບມະໂຫກເວລານອນ
ອາຊິດໃນກະເພາະອາຫານຈະໄຫຼຂື້ນຫຼອດອາຫານຫຼາຍຂື້ນໃນເວລານອນ ຫຼື ເວລາທ່ານກົ້ມລົງ, ພາໃຫ້ເກີດອາການແສບມະໂຫກ ອາການນີ້ແມ່ນເປັນເພາະວ່າເວລາເຮົາຢືນແມ່ນອາຫານຈະນອນຢູ່ໃນກະເພາະອາຫານ, ແຕ່ເວລາທ່ານນອນລົງອາການກົດໄຫຼຢ້ອນຈະສາມາດເກີດຂື້ນໄດ້ງ່າຍຂື້ນ.
ອາຊິດໃນກະເພາະອາຫານຈະເຮັດໃຫ້ເກີດອາການຮ້ອນຢູ່ບໍລິເວນໜ້າເອິກຂື້ນມາຫາຫຼອດອາຫານແລະພາໃຫ້ທ່ານມີຄວາມຮູ້ສຶກສົ້ມຢູ່ປາກ, ນີ້ເປັນອາການໜຶ່ງທີ່ສາມາດຊ່ວຍບອກອາການວ່າທ່ານເປັນພະຍາດກົດໄຫຼຢ້ອນ. ເພື່ອລຸດອາການແສບມະໂຫກທ່ານຄວນນອນໝູນໝອນສູງຂື້ນເວລານອນ ແລະ ບໍ່ຄວນກິນອາຫານເປັນຈຳນວນຫຼາຍກ່ອນເຂົ້ານອນ
2. ອາການເຈັບບໍລິເວນໜ້າເອິກ
ອາການນີ້ເກີດຂື້ນຍ້ອນອາຊິດໃນກະເພາະອາຫານ ແລະ ບາງເວລາອາດມີທັງອາຫານໄຫຼຂື້ນຫຼອດອາຫານເຮັດໃຫ້ທ່ານຮູ້ສຶກແຄ້ນ, ຮູ້ສຶກເຈັບບໍລິເວນໜ້າເອິກ, ທ່ານອາດຈະຮູ້ສຶກເຈັບຫຼາຍຫຼືໜ້ອຍ, ໃນໄລຍະເວລາຍາວນານ ຫຼື ອາດຈະເປັນໃນເວລາສັ້ນໆ.
3. ອາການເຈັບຄໍຫຼັງຈາກກິນອາຫານ
ອາການເຈັບຄໍຫຼັງຈາກກິນອາຫານ, ສ່ວນຫຼາຍມັກເກີດຂື້ນເວລາທີ່ທ່ານກິນອາຫານເປັນຈຳນວນຫຼາຍຈະເຮັດໃຫ້ອາຫານລົ້ນຈາກກະເພາະອາຫານຈະພາໃຫ້ອາຊິດກະເພາະອາຫານ ແລະ ອາຫານໃນກະເພາະອາຫານໄຫຼຂື້ນຫຼອດອາຫານ. ສຳລັບທ່ານທີ່ເປັນພະຍາດກົດໄຫຼຢ້ອນ, ດີທີ່ສຸດທ່ານບໍ່ຄວນກິນອາຫານຫຼາຍເກີນໄປ, ບໍ່ກິນອາຫານທີ່ມັນເກີນໄປ,ບໍ່ກິນເຫຼົ້າ, ບໍ່ສູບຢາເພື່ອລຸດຜ່ອນອາການນີ້ໄດ້.
4. ອາການຂົມປາກ
ໃນບາງກໍລະນີ, ພະຍາດກົດໄຫຼຢ້ອນພາໃຫ້ການເຮັດວຽກຜິດປົກກະຕິຂອງເອັນຍຸ້ມລຸ່ມສຸດຂອງກະເພາະພາໃຫ້ນໍ້າບີໄຫຼຈາກລຳໄສ້ອ່ອນຂື້ນກະເພາະ, ແລ້ວໄຫຼຈາກກະເພາະຂື້ນຫຼອດອາຫານ ແລະ ໄຫຼເຂົ້າຜົ້ງປາກພາໃຫ້ເກີດອາການຂົມປາກ, ຖ້າມີອາການແບບນີ້ຄວນໄປພົບກັບທ່ານໝໍເພື່ອກວດຫາພະຍາດ ແລະ ປິ່ນປົວໄດ້ທັນເວລາ
5. ອາການປວດຮາກ
ຖ້າທ່ານຮູ້ສຶກປວດຮາກໂດຍບໍ່ຮູ້ສາເຫດ, ໂດຍສະເພາະຫຼັງຈາກກິນອາຫານແມ່ນທ່ານອາດຈະເປັນພະຍາດກົດໄຫຼຢ້ອນ, ອາການນີ້ແມ່ນຍ້ອນການບີບຂອງກະເພາະອາຫານເພື່ອບີບອາຫານອອກເຮັດໃຫ້ທ່ານມີອາການປວດຮາກແລະ ຮາກ.
6. ອາການສຽງແຫບ,ໄອ,ຫາຍໃຈຝືດ
ອາຊິດໃນກະເພາະອາຫານໄຫຼຂື້ນຫຼອດອາຫານພາໃຫ້ອັກເສບເສັ້ນສຽງ, ໄອຍ້ອນກົດໄຫຼຢ້ອນອາດຈະພາໃຫ້ເປັນອາການຊໍ້າເຮື້ອ ແລະ ຖ້າເປັນໃນເວລາຍາວນານຈະພາໃຫ້ເກີດອາການຫາຍໃຈຝືດໄດ້.
ເພາະສະນັ້ນ ຖ້າທ່ານມີອາການສຽງແຫບ, ເຈັບຄໍ, ພິເສດແມ່ນມີອາການຫຼັງຈາກກິນອາຫານຫຼືມີພ້ອມກັບອາການໄອ,ຈາມ,ນໍ້າມູກໄຫຼແມ່ນທ່ານຕ້ອງໄດ້ເອົາໃຈໃສ່ເພາະວ່ານີ້ແມ່ນບັນດາອາການຂອງພະຍາດກົດໄຫຼຢ້ອນ
7. ອາການຮ້ອນກະເພາະ
ທ່ານທີ່ເປັນພະຍາດກົດໄຫຼຢ້ອນ ຈະມີອາການຮ້ອນພາຍໃນທ້ອງອາການນີ້ແມ່ນເພາະວ່າອາຊິດໃນກະເພາະອາຫານຫຼາຍເກີນໄປເຮັດໃຫ້ເຫຍື່ອຫຸ້ມກະເພາະເກີດການອັກເສບ,ພາໃຫ້ເກີດໄວຣັດກະເພາະແລະພາໃຫ້ເກີດມີອາການຮ້ອນກະເພາະ.
8. ອາການນໍ້າລາຍຫຼາຍຜິດປົກກະຕິ
ນໍ້າລາຍຫຼາຍກວ່າປົກກະຕິກໍ່ແມ່ນໜຶ່ງໃນອາການຂອງພະຍາດກົດໄຫຼຢ້ອນທີ່ຊັດເຈນຫຼາຍ, ເວລາເກີດອາການກົດໄຫຼຢ້ອນຮ່າງກາຍເລີຍສັ່ງໃຫ້ຜະລິດນໍ້າລາຍອອກມາຈຳນວນຫຼາຍເພື່ອເຮັດໃຫ້ອາຊິດກະເພາະອາຫານມີການເຈືອຈາງ.
9. ອາການກືນອາຫານຍາກ
ພະຍາດກົດໄຫຼຢ້ອນຖ້າເກີດຂື້ນຫຼາຍເທື່ອຕິດໆກັນຈະພາໃຫ້ເກີດມີບາດແຜໃນເຫຍື້ອຫຸ້ມຫຼອດອາຫານ, ເຮັດໃຫ້ມີການອັກເສບຊັ້ນກ້າມເນື້ອຫຼອດອາຫານ, ພາໃຫ້ເກີດອາການຕີບຂອງຫຼອດອາຫານ ແລະ ຈະພາໃຫ້ເກີດອາການກືນອາຫານຍາກ.
ຖ້າຫາກມີບັນດາອາການສົງໄສຕາມບັນດາອາການທີ່ໄດ້ກ່າວມາຂ້າງເທິງ ທ່ານຄວນໄປພົບທ່ານໝໍເພື່ອກວດແລະໄດ້ຮັບການປິ່ນປົວໄດ້ທັນເວລາແລະປິ່ນປົວໄດ້ຮັບໝາກຜົນທີ່ສຸດ
https://moh.gov.la/

Leave a Reply

Your email address will not be published. Required fields are marked *