ວິທີເຮັດ “ໂຊຊ່ຽວດີທັອກ” ຈາກສື່ສັງຄົມອອນລາຍ ພັກສະໝອງ-ຫຼຸດຄວາມຄຽດ

ການໃຊ້ງານສື່ສັງຄົມອອນລາຍອາດເຮັດໃຫ້ຮ່າງກາຍ ແລະ ຈິດໃຈໄດ້ຮັບຜົນກະທົບ ເຊັ່ນ: ການຮັບຂໍ້ມູນຂ່າວ ສານຫຼາຍເກີນໄປ ການຖືກກະຕຸ້ນທາງອາລົມຢ່າງຮຸນແຮງ ລວມທັງການຖືກຂົ່ມເຫັງ ຫຼື ຖືກວິພາກວິຈານ ຈຶ່ງຄວນເຮັດໂຊຊ່ຽວດີທັອກ (Social Detox) ເພື່ອບຳບັດການໄດ້ຮັບຜົນກະທົບຈາກສັງຄົມອອນລາຍ ໂດຍຫຼຸດການໃຊ້ໃຫ້ໜ້ອຍ ລົງ ເພື່ອຫຼຸດການຮັບຂໍ້ມູນຂ່າວສານລ້າງສານພິດຈາກສື່ສັງຄົມອອນລາຍ ແລະ ຟື້ນຟູສະພາບຈິດໃຈ.

ວິທີການເຮັດໂຊຊ່ຽວດີທັອກດ້ວຍຕົນເອງປະກອບມີດັງນີ້:

  1. ປິດແຈ້ງເຕືອນໃນຊ່ວງພັກ: ສະໝອງຈະເກີດການຕອບສະໜອງຕໍ່ສຽງ ແລະ ການສັ່ນແຈ້ງເຕືອນ ເຮັດໃຫ້ຮ່າງ ກາຍຕ້ອງການກວດເຊັກການແຈ້ງເຕືອນຂອງໂທລະສັບຢ່າງສະໝ່ຳສະເໝີ ເຊິ່ງອາດກະຕຸ້ນຄວາມກັງວົນ ແລະ ເພີ່ມຄວາມຄຽດໄດ້.
  2. ກຳນົດເວລາໃຊ້ງານໂທລະສັບ: ກຳນົດເວລາການໃຊ້ງານໂທລະສັບ ແລະ ສື່ສັງຄົມອອນລາຍຕ່າງໆ ເຊັ່ນ: ພັກການໃຊ້ງານທຸກ 30 ນາທີ ຫຼື ກຳນົດການໃຊ້ງານເທື່ອລະ 5-10 ນາທີ.
  3. ເຮັດໂຊຊ່ຽວດີທັອກທຸກມື້ພັກ: ມື້ພັກເປັນຊ່ວງເວລາພັກຜ່ອນ ເຊິ່ງເໝາະກັບການໃຊ້ຊີວິດໂດຍປາສະຈາກອິນເຕີເນັດສື່ສັງຄົມອອນລາຍ ຫຼື ໃຊ້ໃຫ້ໜ້ອຍທີ່ສຸດ ເພື່ອໃຫ້ຮ່າງກາຍ ແລະ ສະໝອງໄດ້ຜ່ອນຄາຍ.
  4. ຊຶມຊັບບັນຍາກາດແບບອັອບລາຍ (off line): ການປິດໂທລະສັບ ການໃຊ້ຊີວິດແບບອັອບລາຍ, ການບໍ່ລົງພາບ ຫຼື ສະຖານະໃນສື່ສັງຄົມອອນລາຍ ແລະ ການເຮັດກິດຈະກຳນອກໜ້າຈໍ ເຊັ່ນ: ອ່ານໜັງສື, ທ່ອງທ່ຽວ, ສົນທະນາກັບໝູ່ເພື່ອນ, ໃຊ້ເວລາຮ່ວມກັບຍາດຕິພີ່ນ້ອງ ຫຼື ຄອບຄົວ ເພື່ອຮັບປະສົບການນອກສື່ສັງຄົມອອນລາຍຢ່າງເຕັມທີ່.
  5. ຈັດການເນື້ອຫາຂອງຂໍ້ມູນທີ່ໄດ້ຮັບ: ເລືອກຮັບຂໍ້ມູນຈາກແຫຼ່ງທີ່ໜ້າເຊື່ອຖື ຫຼຸດການຕິດຕາມຜູ້ມີອິດທິພົນເທິງສື່ສັງຄົມອອນລາຍ (Infuencer) ທີ່ບໍ່ໄດ້ປະໂຫຍດ ແລະ ເລືອກຕິດຕາມສະເພາະຄົນທີ່ເຮັດໃຫ້ເຮົາຮູ້ສຶກດີ ແລະ ມີຄວາມສຸກ
  6. ງົດຫຼິ້ນໂທລະສັບກ່ອນນອນ: ແສງໄຟຈາກໜ້າຈໍອຸປະກອນ ຫຼື ໂທລະສັບແບບສະມາດໂຟນຈະກະຕຸ້ນໃຫ້ສະໝອງເຮັດວຽກຫຼາຍຂຶ້ນ ແລະ ຫຼຸດການເຮັດວຽກຂອງສານເມລາໂທນິນທີ່ເຮັດໃຫ້ການນອນຫຼັບໄດ້ຍາກຂຶ້ນ.

ຄຳແນະນຳຈາກແພດ

ຫາກເຮັດໂຊຊ່ຽວດີທັອກແລ້ວຍັງມີຄວາມຮູ້ສຶກວ່າຕົນເອງໄດ້ຮັບຜົນກະທົບຈາກການໃຊ້ງານສື່ສັງຄົມອອນລາຍ ເຊັ່ນ: ຮູ້ສຶກຄຽດ, ເສົ້າ ຫຼື ຫົດຫູ່ຕິດຕໍ່ກັນເປັນເວລາດົນ ຄວນຮີບປຶກສານັກຈິດວິທະຍາ ຫຼື ຈິດຕະແພດ.

https://laoedaily.com.la/

Leave a Reply

Your email address will not be published. Required fields are marked *