ພະແນກເຕັກໂນໂລຊີ ແລະການສື່ສານ ຝຶກອົບຮົມການນຳໃຊ້ເວັບໄຊ ໃຫ້ຫ້ອງການອ້ອມຂ້າງເມືອງສາລະວັນ

ພະແນກເຕັກໂນໂລຊີ ແລະການສື່ສານແຂວງສາລະວັນ ຈັດຝຶກອົບຮົມການນຳໃຊ້ເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ ( G-Web Platform) ໃຫ້ຫ້ອງການອ້ອມຂ້າງເມືອງສາລະວັນ

, ໃນວັນທີ 20 ພຶດສະພາ 2024, ທີ່ຫ້ອງວ່າການເມືອງສາລະວັນ  ໂດຍການເຂົ້າຮ່ວມຂອງ ທ່ານ ສຸກສະຫວັດ ພູມີໄລ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະການສື່ສານແຂວງ, ທ່ານ ບຸນສາ ຄ່ຽມມະນີຂັນໄຊ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງສາລະວັນ ຜູ້ຊີ້ນຳວຽກງານເສດຖະກິດ, ມີວິທະຍາກອນ, ນັກສຳມະນາກອນຈາກຫ້ອງການອ້ອມຂ້າງເມືອງສາລະວັນເຂົ້າຮ່ວມ.
ທ່ານ ສຸກສະຫວັດ ພູມີໄລ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະການສື່ສານແຂວງ ໄດ້ໃຫ້ຮູ້ວ່າຈຸດປະສົງຫຼັກຂອງການຝຶກອົບຮົມໃນຄັ້ງນີ້ ກໍເພື່ອສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນຂັ້ນເມືອງ ໃນການພັດທະນາເວັບໄຊພາກລັດ G-web platform ໃຫ້ເປັນມາດຕະຖານດຽວກັນທົ່ວປະເທດ, ສະດວກຕໍ່ການຄຸ້ມຄອງ, ປັບປຸງຖານຂໍ້ມູນ ແລະ ຄວາມປອດໄພ. ນອກຈາກນີ້ ກໍເພື່ອເປັນການເຜີຍແຜ່ຂໍ້ມູນຂ່າວສານ ແລະ ນິຕິກຳ ຂອງຂະແໜງການຜ່ານໜ້າຕ່າງເວັບໄຊ (content) ທີ່ເປັນພາສາລາວອອກສູ່ປະຊາຊົນ, ພາກທຸລະກິດ ແລະ ພາກລັດ.

Leave a Reply

Your email address will not be published. Required fields are marked *