ພຕສ ແຂວງສາລະວັນ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ

ໃນຕອນເຊົ້າ ຂອງວັນທີ 29 ເມສາ 2022, ຢູ່ທີ່ຫ້ອງປະຊຸມບໍລິສັດລາວໂທລະຄົມສາຂາແຂວງສາລະວັນ ໄດ້ມີພິທີມອບຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ກັບ 2 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ ຄື: ໜ່ວຍພັກ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງຄັ້ງທີ III ຕໍ່ເນື່ອງ,ໜ່ວຍພັກ ບໍລິສັດອີທີແອວຈຳກັດສາຂາແຂວງສາລະວັນ ຄັ້ງທີ II ຕໍ່ເນື່ອງ ປະຈໍາປີ 2021 ໂດຍ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ແຫວນເພັດ ລັດດາວົງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງສາລະວັນ ຕ່າງໜ້າໃຫ້ຄະນະພັກຂັ້ນເທິງ, ມີສະຫາຍ ເລຂາ-ຮອງເລຂາຄະນະພັກຮາກຖານ, ຄະນະພັກຮາກຖານ, ມີເລຂາ-ຮອງເລຂາໜ່ວຍພັກ, ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງ ສາລະວັນ, ບັນດາສະຫາຍຕ່າງໜ້າໜ່ວຍພັກ ຄະນະຈັດຕັ້ງແຂວງ, ກວດກາແຂວງ, ຄະນະໂຄສະນາອົບຮົມແຂວງ ແຂກຖືກເຊີນ ແລະ ພະນັກງານສະມາຊິກພັກຂອງຄະນະພັກຮາກຖານພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງສາລະວັນເຂົ້າຮ່ວມ.
ໃນພິທີດັ່ງກ່າວ ສະຫາຍ ຄຳໝອນ ແກ້ວປັດຈິດ ຮອງເລຂາຄະນະພັກຮາກຖານ,ຮອງຫົວໜ້າພະແນກ ຕສ ແຂວງ ຂຶ້ນຜ່ານບົດສະຫຼຸບລວມ ປະຈຳປີ 2021 ແລະ ທິດທາງແຜນການ ປະຈຳປີ 2022 ແລະ ຕ່າງໜ້າຄະນະຈັດຕັ້ງແຂວງຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການຮັບຮອງເອົາໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງສາລະວັນ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້າ ປະຈຳປີ 2021 ຈຳນວນ 2 ໜ່ວຍພັກ.

ຈາກນັ້ນໃນພິທີ, ກໍໄດ້ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃຫ້ກຽດມອບໂດຍ: ສະຫາຍ ແຫວນເພັດ ລັດດາວົງ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ຕ່າງໜ້າຂຶ້ນຮັບໂດຍ ເລຂາໜ່ວຍພັກທັງ 2 ໜ່ວຍທີ່ຂຶ້ນກັບຄະນະພັກຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງສາລະວັນພ້ອມກັບການການບັດສະມາຊິກພັກສົມບູນ ຈຳນວນ 26 ສະຫາຍ,ຍິງ 4 ສະຫາຍ.

ໃນຕອນທ້າຍພິທີທີ່ມີຄວາມໝາຍສຳຄັນດັ່ງກ່າວ ສະຫາຍ ແຫວນເພັດ ລັດດາວົງ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ຍັງໄດ້ກ່າວຍ້ອງຍໍຊົມເຊີຍຜົນງານທີ່ຍາດມາໄດ້ແກ່ຄະນະພັກຮາກຖານ ແລະ ໃຫ້ເອົາໃຈໃສ່ໜ້າທີ່ວຽກງານຂອງຕົນໃຫ້ມີປະສິດທິພາບ, ໃຫ້ສືບຕໍ່ຊີ້ນຳ-ນຳພາ,ເອົາໃຈໃສ່ 5 ມາດຖານສຳຄັນຂອງພັກໃຫ້ມີປະສິດທິ ພາບພ້ອມ, ສືບຕໍ່ຮັກສາມູນເຊື້ອໃຫ້ໄດ້ ໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນຕໍ່ເນື່ອງທຸກປີ,  ມາຮອດເວລາ 11 : 30 ໂມງພິທີຈຶງໄດ້ປິດລົງ.

Leave a Reply

Your email address will not be published. Required fields are marked *