ຜົນຮ້າຍ ແລະ ວິທີການປ້ອງກັນພະຍາດຄວາມດັນເລືອດ

ຄວາມດັນເລືອດຂື້ນສູງແມ່ນພະຍາດທີ່ມັກພົບແລະເພີ່ມຂື້ນໃນຜູ້ສູງອາຍຸ, ກວມເອົາ 8-12% ຂອງປະຊາກອນ, ມີບາງສາເຫດຄວາມສ່ຽງທີ່ເຮັດໃຫ້ຄວາມດັນເລືອດເພີ່ມຂື້ນນັ້ນກະຄືໂລກເບົາຫວານ, ຢາສຸບ, ລິບິດໃນເລືອດເພີ່ມແລະການຖ່າຍທອດທາງກຳມະພັນ.
ຄວາມດັນເລືອດຂື້ນສູງແມ່ນພະຍາດທີ່ມັກພົບແລະເພີ່ມຂື້ນໃນຜູ້ສູງອາຍຸ, ກວມເອົາ 8-12% ຂອງປະຊາກອນ, ມີບາງສາເຫດຄວາມສ່ຽງທີ່ເຮັດໃຫ້ຄວາມດັນເລືອດເພີ່ມຂື້ນນັ້ນກະຄືໂລກເບົາຫວານ, ຢາສຸບ, ລິບິດໃນເລືອດເພີ່ມແລະການຖ່າຍທອດທາງກຳມະພັນ.
ຄວາມດັນເລືອດແມ່ນສາເຫດທີ່ພາໃຫ້ມີການເສຍຊີວິດ ແລະ ຜົນເສຍຮ້າຍຕໍ່ເສັ້ນປະສາດຄືເຮັດໃຫ້ເປັນອຳມະ ພາດເຄີ່ງຕົວ, ກາຍເປັນເຈົ້າຍີງນິດທາ, ບາງຄັ້ງອາດພາໃຫ້ຫົວໃຈຊຸກໂຊມ, ຫົວໃຈຂາດເລືອດ, ມີຜົນກະທົບຫຼາຍຕໍ່ກັບຄຸນນະພາບໃນການດຳລົງຊີວິດ( ບໍ່ແຂງແຮງ, ບໍ່ສາມາດເຄື່ອນໄຫວໄດ້) ແລະມີຄວາມເປັນໄປໄດ້ທີ່ຈະເສຍຊີວິດສູງ.
ດັ່ງນັ້ນການປີ່ນປົວພະຍາດຄວາມດັນເລືອດສູງແມ່ນຄວນໄດ້ຮັບການເອົາໃຈໃສ່ເພື່ອຫຼີກລ້ຽງອາການຮ້າຍແຮງທີ່ອາດຈະເກີດຂື້ນ.
ດັ່ງນັ້ນຄວາມດັນເລືອດສູງແມ່ນຫຍັງ?
ຄວາມດັນເລືອດສູງແມ່ນພະຍາດຊ້ຳເຮື້ອໃນນັ້ນຄວາມດັນຂອງເລືອດໃນລະບົບຫຼອດເລືອດເພີ່ມຂື້ນສູງ.
ຄວາມດັນເລືອດໄດ້ແບ່ງອອກເປັນສະນິດຫຼັກ ແລະ ຮອງ. ປະມານ 90-95% “ພະຍາດຄວາມດັນແມ່ນຫຼັກ” ເພື່ອໃຊເຂົ້າໃນກໍລະນີທີ່ບໍ່ສາມາດບົ່ງບອກເຖີງສາເຫດຂອງພະຍາດຄວາມດັນເລືອດ. ແລະ ມີພຽງແຕ່ 5-10% ຂອງຈຳນວນຜູກວດແມ່ນຄວາມດັນເລືອດສູງສຳຮອງທີ່ເກີດຈາກພະຍາດ, ພາກສ່ວນອື່ນເຊັ່ນ: ໄຂ່ຫຼັງ, ຫຼອດເລືອດ, ຫົວໃຈ, ລະບົບຂັບຖ່າຍທີ່ພາໃຫ້ໄຂ່ຫຼັງຊຸກໂຊມຊ້ຳເຮື້ອ, ຫຼອດເລືອດໄຂ່ຫຼັງຕີບ, ຄວາມຮຸນແຮງຂອງ  aldosterone ພື້ນຖານ, ມີກ້ອນໃນໄຂ່ຫຼັງ ແລະເນື່ອງມາຈາກການກີນຢາຄຸມກຳເນີດ
ຄວາມດັນເລືອດສູງແມ່ນໜື່ງໃນຄວາມສ່ຽງຂອງໂລກຫຼອດເລືອດ, ເລືອດກ້ານໃນຫົວໃຈ, ແລະ ຫຼອດເລືອດຫົວໃຈຕີບ, ນອກຈາກນັ້ນເປັນຍັງສາເຫດທີ່ພາໃຫ້ໄຂ່ຫຼັງຊຸກໂຊກຊ້ຳເຮື້ອ ແລະອາການຢູ່ຕາ, ຄວາມດັນເລືອດແມ່ນຈະເຮັດໃຫ້ອາຍຸໄຂພື້ນຖານຫຼົດລົງ.
ເມື່ອໃດຈື່ງສາມາດເວົ້າໄດ້ວ່າຄວາມດັນເລືອດສູງ?
ຄົນເຮົາມັກໃຫ້ຄວາມໜາຍ ຄວາມດັນເລືອດສູງ ( ຫຼືຄວາມດັນເລືອດຫຼາຍ) ໃຫ້ຈຳນວນຄວາມດັນເລືອດສູງ ແລະ ຄວາມດັນເລືອດຫຼຸດ(ຄວາມດັນເລືອດຂາດ) ໃຫ້ຈຳນວນຄວາມດັນເລືອດຕ່ຳ
ເມື່ອຈຳນວນຄວາມດັນເພີ່ມຫຼາຍກ່ວາ 140 mmHg ແລະ ຄວາມດັນເດຍສະໂຕລີກຫຼາຍກ່ວາ 90 mmHg ນັ້ນຖືວ່າຄວາມດັນເລືອດສູງ. ສຳລັບຜູ້ສູງອາຍຸ, ຄວາມດັນເລືອດທີ່ຂື້ນສູງສ່ວນຫຼາຍຈະແມ່ນຄວາມດັນ ເລືອດຊິດໂຕລີກໂດຍແມ່ນຈຳນວນຕົວເລກຄວາມດັນສູງກ່ວາ >160mmHg ແຕ່ວ່າຄວາມດັນເດຍສະໂຕລີກບໍ່ສູງກ່ວາ 90 mmHg
  ປະຈຸບັນນີ້ຍ້ອນຄວາມກ້າວໜ້າທາງດ້ານເຕັກນິກການບົ່ງມະຕິ ( ເຄື່ອງແທກຄວາມດັບມີຢູ່ທົ່ວໄປ) ແລະນັບມື້ນັບມີຢາປີ່ນປົວທີ່ມີຜົນຂ້າງຄຽງໜ້ອຍ, ການປີ່ນຕົວໄດ້ແກ້ໄຂຄຸນນະພາບການດຳລົງຊີວິດຂອງຄົນເຈັບ, ຫຼົດຜ່ອຍອັດ ຕາການເສຍຊີວິດແລະອຳມະພາດ (ອຳມະພາດເຄີ່ງໂຕ, ຫົວໃຈວາຍ) ອັນເນື່ງມາຈານຄວາມດັນເລືອດສູງ.
ຜູ້ທີ່ເປັນພະຍາດຄວາມດັນກໍ່ຕ້ອງໄດ້ຮັບການປີ່ນປົວທີ່ສີ້ນເປືອງຍາວນານເພື່ອແລກກັບການມີຊີວິດທີ່ປອດໄພ
ຄວາມດັນເລືອດສູງມີຫຼາຍສາເຫດເປັນຕົ້ນວ່າ: ອາຍຸ, ປະຫວັດຄອບຄົວ, ພະຍາດຕຸ້ຍ, ເຄື່ອນໄຫວໜ້ອຍ, ສູບຢາ, ກີນເຄັມ, ກົດດັນ, ບາງພະຍາດຊ້ຳເຮື້ອ ( ໄຂມັນສູງ, ເບົາຫວານ, ພະຍາດໄຂ່ຫຼັງ, ຢຸດຫາຍໃຈເວລານອນ) ແລະບາງຄັ້ງການຖືພາກໍ່ຊ່ວຍໃຫ້ຄວາມດັນເພີ່ມຂື້ນ
ເຖີງວ່າພະຍາດຄວາມດັນເລືອດຈະມັກພົບຢູ່ໃນຜູ້ສູງອາຍຸ, ແຕ່ວ່າເດັກນ້ອຍກະມີຄວາມສ່ຽງ, ມີເດັກບາງຄົນ, ຄວາມດັນສູງແມ່ນຍ້ອນໄຂ່ຫຼັງແລະຫົວໃຈ. ແຕ່ວ່າເດັກສ່ວນໃຫຍ່, ການກີນຢູ່ເປັນລະບົບແລະບໍ່ມີການອອກກ່ຳລັງ ກາຍກໍ່ມີຄວາມໃຫ້ເປັນພະຍາດຄວາມດັນເລືອດເຊັ່ນກັນ.
ຄວາມດັນເລືອດບໍ່ແມ່ນຕົວເລກຄົງທີ່
ຕົວເລກຄວາມດັນອາດມີການປ່ຽນແປງເມື່ອມີສາເຫດກະທົບທາງດ້ານຈິດໃຈ( ຄວາມກັງວົນ, ຄວາມຢ້ານກົວ, ບໍ່ມ່ວນຊື່ນ…) ການເຄື່ອນໄຫວ(ໄປມາ, ໂດດເຕັ້ນ) ຫຼືສະພາບແວດລ້ອມ(ໜາວຮ້ອນ), ທາດກະຕຸ້ນ(ຢາສູບ, ກາເຟ, ເຫຼົ້າເບຍ) ແລະພະຍາດ (ໄຂ້ຮ້ອນ, ເຈັບປວດ). ໃນບັນດາສາເຫດດັ່ງກ່ວາກະບໍ່ສາມາດເວົ້າໄດວ່າເຈົ້າເປັນພະຍາດຄວາມ ດັນ.
ເພື່ອເຮັດໃຫ້ມີຈຳນວນຕົວເລກຄວາມດັບທີ່ຖືກຕ້ອງທີ່ສຸດ, ເຈົ້າຄວາມແທກຄວາມດັນໃນຊ່ວງທີ່ມີສະພາບຈິດ ໃຈສະຫງົບ, ຄວາມເອົາໃຈໃສຄືບໍ່ຄວາມດື່ມກາເຟ, ສູບຢາ,ໃຊ້ສານກະຕຸ້ນທີ່ມີທົບກະທົບຕໍ່ຄວາມດັນ( ຄືຢາດົມ) ກ່ອນທີ່ຈະແທກຄວາມດັນເດືອດ.
ມີຫຼາຍຄົນທີ່ຮູ້ວ່າຕົນເອງມີຄວາມດັນເລືອດສູງກໍ່ຕໍ່ເມື່ອໄປກວດສຸຂະພາບປະຈຳປີຫຼືເມື່ອເປັນໂລກຫຼອດເລືອດສະໝອງ. ດີທີ່ສຸດ, ຄົນທີ່ຍັງບໍ່ເຄີຍມີຄວາມດັນສູງຄວນແທກຄວາມດັນເປັນປະຈຳ ແລະ ເມື່ອສົງໄສຄວາມຄວາມດັນຂື້ນສູງແມ່ນຕ້ອງໄດ້ແທກຄວາມດັນຫຼາຍເທື່ອ.
ອາການຂອງຄວາມດັນເລືອດສູງ
ຄວາມດັນເລືອດສູງຖ້າວ່າບໍ່ໄດ້ຮັບການບົ່ງມະຕິແລະປີ່ນປົວໃຫ້ທັນເວລາ ຈະມີອາການຕໍ່ລະບົບຕໍ່ໄປນີ້ເຊັ່ນ: ຫົວໃຈ, ສະໝອງ, ຫຼອດເລືອດຟອຍ.
• ອາການບາງຊ່ວງ: ອາດເປັນອັນຕະລາຍຕໍ່ລະບົບ, ລວມມີຫຼອດເລືອດສະໝອງ, ເລືອດຫົວໃຈກ້າມ, ແກຫຼອດເລືອດໃຫຍ່, ປອດ, ໄຂ່ຫຼັງຊຸກໂຊມກະທັນຫັ.
• ອາການຍາວນານ: ເກີດກັບຄົນທີ່ເປັນຄວາມດັນສູງທີ່ບໍ່ໄດ້ຮັບການບົ່ງມະຕິແລະປີ່ນປົວຖືກຕ້ອງ, ອາການປະກອບດ້ວຍ: ອາການວີນວຽນ, ພະຍາດຕາ, ຫົວໃຈໃຫຍ່, ຫົວໃຈຊຸກໂຊມ, ເຈັບໜ້າເອີກ, ຫົວໃຈຂາດເລືອດ, ໄຂ່ຫຼັງຊຸກໂຊມ, ເຈັບເປັນບັ້ນ
ການວິເຄາະທີ່ຄວນເຮັດເມື່່ອຄວາມດັນເລືອດສູງ
ວິເຄາະພື້ນຖານສຳລັບຄົນເຈັບທົ່ວໄປ
• ກວດນ້ຳຍ່ຽວ
• ກວດເລືອດທັງໝົດ
• ກວດເມັດເລືອດ
• ແທກຄື້ນໄຟຟ້າຫົວໃຈ
ວິເຄາະທີ່ຈຳເປັນ
• ລະດັບຄື້ນ creatinine, ໂປຮຕີນໃນນ້ຳຍ່ຽວ, ໂປຮຕີນໃນນ້ຳຍ່ຽວ 24 ຊົ່ວໂມງ, calcium, axit uric, triglyceride ຊ່ວງຫິວ, LDL cholesterol, glycosolated hemoglobin, TSH,
• ເອໂກຫົວໃຈ
ຄົນເຈັບທີ່ອາຍຸຫຼາຍກົ່ວ 40 ຫາ 50 ປີ ທີ່ມີອາການກ່ຽວກັບຫຼອດເລືອຫົວໃຈຄວນແທກຄື້ນໄຟຟ້າຫົວໃຈ ເພື່ອກວດເພື່ອວານຫົວໃຈ
ສາເຫດທີ່ພາໃຫ້ຄວາມດັນຂື້ນສູງ
ສ່ວນຫຼາຍສາເຫດທີ່ພາໃຫ້ເກີດຄວາມດັນເລືອດສູງແມ່ນຈະບໍ່ມຮສາເຫດທີ່ຈະແຈ້ງ, ນອກຈາກທີ່ຈະປີ່ນປົວດ້ວຍຢາລົດຄວາມດັນແມ່ນຕ້ອງໄດ້ໃສ່ໃຈກັບການປີ່ນປົວພາກສ່ວນອື່ນຄື ເບົາຫວານ, ປິລີບຂື້ນ, ຫຫຼຸດກີເຄັນ, ກຳອາ ຫານແລະອອກກ່ຳລັງກາຍ
ນອກຈາກເດັກນ້ອຍແລະຜູ້ສູງອາຍຸຕ້ອງເອົາໃຈໃສ່ບາງສາເຫດທີ່ກ່ຽວກັບການຜ່າຕັດ, ທີ່ສມາດປີ່ນປົວທີ່ດີແລ້ວຮຽບຮ້ອຍຄື, ຫຼອດເລືອດໃຫຍ່ຕີບ, ຫຼອດເລືອດໄຂ່ຫຼັງຕີບ, ກ້ອນໄຂ່ຫຼັງ
ປີ່ນປົນຄວາມດັນສູງ
ການປີ່ນປົວແມ່ນເພື່ອປ້ອງຄວາມອັນຕະລາຍທີ່ຈະເກີດຂື້ນຈາກຄວາມດັນເລືອດສູງ ທ່ານໝໍຈະໃຫ້ຢາທ່ານເມື່ອໄດ້ກວດເບີ່ງຕົວເລກຄວາມດັນຂອງທ່ານ, ຄວາມດັນສູງມີຜົນກະທົບຕໍ່ຫົວໃຈ, ຕາ, ໄຂ່ຫຼັງ, ສະໝອງ ຫຼືພະຍາດທີ່ກ່ຽວຂ້ອງ( ເບົວຫວານ, ໄຂມັນໃນເລືອດ)
ການປີ່ນປົວຄວາມດັນເລືອດຂື້ນສູງແມ່ນຕ້ອງໄດ້ປີ່ນປົວໄປຕະຫຼອດຊີວິດ, ຖ້າວ່າຄວາມດັນກັບມາເປັນປົກ ກະຕິແລ້ວກໍ່ບໍ່ຄວາມຢຸດກີນຢາຫຼຸດຄວາມດັນຄວນທີ່ຈະສືບຕໍ່ປີ່ນປົວເພາະວ່າຄວາມດັບຈະເພີ່ມຂື້ນເມື່ອເຊົາກີນຢາ. ຕ້ອງໄດ້ປືກສາແພດເລື້ອຍໆເມື່ອຄວາມດັບສູງ ຫຼື ຕ່ຳ. ການປ່ຽນແປງການດຳລົງຊີວິດນັ້ນມີຄວາມສຳຄັນຫຼາຍໃນການປີ່ນປົວຄວາມດັນເຊັ່ນ: ຫຼຸດກີນເຄັມ, ຫຼຸດໄຂມັນ, ຫຼຸດນ້ຳຕານ (ຖ້າເປັນພະຍາດເບົາຫວານ), ບໍ່ດື່ມເຫຼົາເບາຍຫຼາຍ,ເຖີງວ່າຈະດື່ມໃນລະດັບທີ່ພໍຄວນກໍ່ມີຜົນກໍ່ສຸຂະພາບຂອງທ່ານ.
ອອກກ່ຳລັງກາຍເປັນປະຈຳເພື່ອຫຼົດນ້ຳໜັກ, ເຄື່ອນໄຫວ 30-45 ນາທີໃນທຸກມື້, ບໍ່ສູບຢາ, ເຝີກຈິດສະສະບາຍ, ພັກຜ່ອນໃຫ້ພຽງພໍ
https://moh.gov.la/

Leave a Reply

Your email address will not be published. Required fields are marked *