ຄວາມໝາຍຂອງພາສາໂປຣແກຣມ

(ໂດຍ ສູນສະກັດກັ້ນ ແລະ ແກ້ໄຂ ເຫດສຸກເສີນທາງຄອມພິວເຕີ)

ພາສາ​ຄອມພິວເຕີ​ ໝາຍ​ເຖິງ​ພາສາ​ໃດໜຶ່ງ​ທີ່​ຜູ້​ໃຊ້​ງານ​ໃຊ້​ສື່​ສານ​ກັບ​ຄອມພິວເຕີ​ ຫຼື​ ຄອມພິວເຕີ​ໃຊ້ສື່ສານກັນ​ເອງ ແລ້ວ​ຄອມພິວເຕີ​ສາມາດ​ເຮັດວຽກ​ຕາມ​ຄຳ​ສັ່ງ​ນັ້ນ​ໄດ້​ ​ມັກ​ໃຊ້​ເອີ້ນ​ແທນດ້ວຍຄໍາວ່າ “​ພາສາ​ໂປຣ​ແກຣມ”​ ແຕ່​ຄວາມ​ເປັນ​ຈິງ​ພາສາ​ໂປຣ​ແກຣມ​ຄື​ສ່ວນໜຶ່ງ​ຂອງ​ພາສາ​ຄອມພິວເຕີ​ເທົ່າ​ນັ້ນ​ ແລະ ​ມີ​ພາສາ​ອື່ນ​ໆ​ທີ່​ເປັນ​ພາສາ​ຄອມພິວເຕີ​ເຊັ່ນ​ກັນ​ ຍົກ​ຕົວ​ຢ່າງ​ເຊັ່ນ​ HTML ເປັນ​ທັງ​ພາສາ​ Markup ​ແລະ ​ພາສາ​ຄອມພິວເຕີ​ ເຖິງວ່າ​ມັນ​ຈະ​ບໍ່​ແມ່ນ​ພາສາ​ໂປຣ​ແກຣມ​ ຫຼື​ ພາສາ​ເຄື່ອງ​ ແຕ່​ກໍ່​ນັບ​ເປັນ​ພາສາ​ຄອມພິວເຕີ​ເຊັ່ນກັນ ຊຶ່ງ​ໂດຍ​ທາງ​ເຕັກ​ນິກ​ສາມາດ​ໃຊ້​ໃນ​ການ​ຂຽນ​ໂປຣ​ແກຣມ​ໄດ້​ ແຕ່​ກໍ່​ບໍ່​ຈັດ​ວ່າ​ເປັນ​ພາສາ​ໂປຣ​ແກຣມ.

ຕົວ​ແປ​ພາສາ​ໂປຣ​ແກຣມ​ຄອມພິວເຕີ​ 

ເປັນ​ໂປຣ​ແກຣມ​ທີ່​ໃຊ້​ໃນ​ການ​ແປ​ຄວາມໝາຍ​ຂອງ​ຄຳ​ສັ່ງ​ໃນ​ພາສາ​ຄອມພິວເຕີ​ຊະນິດ​ຕ່າງ​ໆ​ໄປ​ເປັນ​ພາສາ​ເຄື່ອງ​ ຊຶ່ງ​ເປັນ​ພາສາ​ທີ່​ຄອມພິວເຕີ​ເຂົ້າໃຈ​ ແລະ ​ເຮັດວຽກ​ຕາມ​ຄຳ​ສັ່ງ​ໄດ້​ ໂດຍ​ໂປຣ​ແກຣມ​ທີ່​ຂຽນ​ເປັນ​ໂປຣ​ແກຣມ​ຕົ້ນ​ສະບັບ​ ຫຼື​ ຊອດ​ໂຄ້ດ​ ( Source code) ຊຶ່ງ​ຄົນຂຽນໂປຣ​ແກຣມ​​ (Programmer) ຂຽນ​ຄຳ​ສັ່ງ​ຕາມ​ຫຼັກ​ການ​ອອກ​ແບບ​ໂປຣ​ແກຣມ​ ແລະ ​ຈຳ​ເປັນ​ຕ້ອງ​ໃຊ້​ຕົວ​ແປ​ພາສາ​ຄອມພິວເຕີ​ເພື່ອ​ກວດ​ສອບ​ໄວ​ຍະກ​ອນ​ຂອງ​ພາສາ​ວ່າ​ຂຽນ​ຖືກ​ຕ້ອງ​ ຫຼື​ ບໍ່​ ແລະ ​ທົດສອບ​ຜົນໄດ້​ຮັບ​ວ່າ​ເປັນ​ຢ່າງໃດ​ ຊຶ່ງ​ພາສາ​ຄອມພິວເຕີ​ຊະນິດ​ຕ່າງ​ໆ​ຈະ​ມີ​ຕົວ​ແປ​ພາສາ​ຂອງ​ຕົນເອງ​ໂດຍ​ສະເພາະ​ ໂປຣ​ແກຣມ​ທີ່​ແປຈາກ​ໂປຣ​ແກຣມ​ຕົ້ນ​ສະບັບ​ແລ້ວ​ຈະ​ເອີ້ນວ່າ​ ອອບ​ເຈັກ​ໂຄ້ດ​ ( Object code) ຊຶ່ງ​ເປັນ​ພາສາ​ເຄື່ອງ​ທີ່​ປະກອບ​ດ້ວຍ​ ລະ​ຫັດ​ຄຳ​ສັ່ງ​ທີ່​ຄອມພິວເຕີ​ສາມາດ​ເຂົ້າໃຈ ​ແລະ ​ນຳ​ໄປ​ປະຕິບັດ​ໄດ້​ຕໍ່ໄປ​.

ຕົວ​ແປ​ພາສາ​ຄອມພິວເຕີ​ມີ​ການ​ໃຊ້​ງານ​ສຳລັບ​ການ​ແປ​ພາສາ​ຄອມພິວເຕີ​ຊະນິດ​ຕ່າງ​ໆ​ ແບ່ງ​ອອກ​ເປັນ​ 3 ປະ​ເພດ

1. ແອດ​ເຊມ​ເບີ​ (Assembler) ເປັນ​ຕົວ​ແປ​ພາສາ​ແອດ​ເຊມ​ບ​ລີ (Assembly) ​ຊຶ່ງ​ເປັນ​ພາສາ​ລະ​ດັບ​ຕ່ຳ​ ໃຫ້ເປັນ​ພາສາ​ເຄື່ອງ​.

2. ອິນ​ເທີ​ພຣີ​ເຕີ​ຣ໌​ (Interpreter) ເປັນ​ຕົວ​ແປ​ພາສາ​ຄອມພິວເຕີ​ລະ​ດັບ​ສູງ​ໄປ​ເປັນ​ພາສາ​ເຄື່ອງ​ ໂດຍ​ໃຊ້​ຫຼັກ​ການ​ແປ​ຄຳ​ສັ່ງ​ເທື່ອ​ລະ​ 1 ຄໍາ​ສັ່ງ​ໃຫ້ເປັນ​ພາສາ​ເຄື່ອງ​ ແລ້ວ​ນຳ​ຄຳ​ສັ່ງ​ທີ່​ເປັນ​ພາສາ​ເຄື່ອງ​ນັ້ນ​ໄປ​ທຳການ​ປະ​ມວນ​ຜົນ​ ແລະ​ສະແດງ​ຜົນ​ຮັບ​ທັນ​ທີ​ຫາກ​ບໍ່​ພົບ​ຂໍ້​ຜິດ​ພາດ​ ຫຼັງ​ຈາກ​ນັ້ນ​ຈະ​ແປ​ຄຳ​ສັ່ງ​ຖັດ​ໄປ​ເລື້ອຍ​ໆ​ຈົນ​ກວ່າ​ຈະ​ຈົບ​ໂປຣ​ແກຣມ​ ໃນ​ລະຫວ່າງ​ການ​ແປ​ຄຳ​ສັ່ງ​ ຖ້າ​ຫາກ​ພົບ​ຂໍ້​ຜິດ​ພາດ​ທາງ​ໄວ​ຍະກ​ອນ​ຂອງ​ພາສາ​ໂປຣ​ແກຣມ​ ອິນ​ເທີ​ພ​ຣີ​ເຕີ​ຣ໌​ກໍ​່ຈະ​ຢຸດ​ການ​ເຮັດ​ວຽກງານ​ພ້ອມ​ແຈ້ງ​ຂໍ້​ຜິດ​ພາດ​ໃຫ້​​ແກ້​ໄຂ​ຊຶ່ງ​ເຮັດ​ໄດ້​ງ່າຍ ​ແລະ ​ວ່ອງໄວ​ ແຕ່​ອອບ​ເຈັກ​ໂຄ້ດ​ທີ່​ໄດ້​ຈາກ​ການ​ແປ​ຄຳ​ສັ່ງ​ໂດຍ​ໃຊ້​ອິນ​ເທີ​ພຣີ​ເຕີ​ຣ໌​ນັ້ນ​ບໍ່​ສາມາດ​ເກັບ​ໄວ້​ໃຊ້​ໃໝ່​ໄດ້​ ຈະ​ຕ້ອງ​ແປ​ໂປຣ​ແກຣມ​ໃໝ່​ທຸກ​ເທື່ອ​ທີ່​ຕ້ອງ​ການ​ໃຊ້​ງານ​ ເຮັດໃຫ້​ໂປຣ​ແກຣມ​ ເຮັດວຽກ​ໄດ້​ຂ້ອນ​ຂ້າງ​ຊ້າ​.

3. ຄອມ​ໄພ​ເລີ​ຣ໌​ (Compiler) ເປັນ​ຕົວ​ແປ​ພາສາ​ຄອມພິວເຕີ​ລະ​ດັບ​ສູງ​ໄປ​ເປັນ​ພາສາ​ເຄື່ອງ​ ໂດຍ​ທຳການ​ກວດ​ສອບ​ຄວາມ​ຖືກ​ຕ້ອງ​ຂອງ​ການ​ຂຽນ​ຄຳ​ສັ່ງ​ທັງ​ໝົດ​ທັງ​ໂປຣ​ແກຣມ​ໃຫ້ເປັນ​ອອບ​ເຈັກ​ໂຄ້ດ​ ແລ້ວ​ຈຶ່ງ​ທຳການ​ແປ​ຄຳ​ສັ່ງ​ໄປ​ເປັນ​ພາສາ​ເຄື່ອງ​ ຈາກ​ນັ້ນ​ຈຶ່ງ​ທຳການ​ປະ​ມວນ​ຜົນ​ ແລະ ​ສະແດງ​ຜົນ​ຮັບ​ ຫາກ​ພົບ​ຂໍ້​ຜິດ​ພາດ​ຂອງ​ການ​ຂຽນ​ໂປຣ​ແກຣມ​ ຫຼື​ ມີ​ຄຳ​ສັ່ງ​ທີ່​ຜິດ​ຫຼັກ​ໄວ​ຍະກ​ອນຂອງ​ພາສາ​ຄອມພິວເຕີ​ ໂປຣ​ແກຣມ​ຄອມ​ໄພ​ເລີ​ຣ໌​ຈະ​ແຈ້ງ​ໃຫ້ຜູ້ຂຽນໂປຣ​ແກຣມ​​​​ແກ້​ໄຂ​ໃຫ້​ຖືກ​ຕ້ອງ​ທັງ​ໝົດ​ກ່ອນ​ ແລ້ວ​ຈຶ່ງ​ຄອມ​ໄພລ໌​ໃໝ່​ອີກ​ເທື່ອໜຶ່ງ​ ຈົນ​ກວ່າຈະ​ບໍ່​ພົບ​ຂໍ້​ຜິດ​ພາດຈຶ່ງຈະ​ນຳ​ໂປຣ​ແກຣມ​ໄປ​ໃຊ້​ງານ​ໄດ້​.

ຂໍ້​ດີ​ຂອງ​ຄອມ​ໄພ​ເລີ​ຣ໌​  

​ໂປຣ​ແກຣມ​ອອບ​ເຈັກ​ໂຄ້ດ​ທີ່​ໄດ້​ຈະ​ສັງລວມ​ຄຳ​ສັ່ງ​ທີ່​ສຳຄັນ​ໃນ​ການ​ຣັນ​ໂປຣ​ແກຣມ​  ແລະ ​ໄດ້​ໂປຣ​ແກຣມ​ທີ່​ເຮັດວຽກ​ເອງ​ໄດ້​ ຫຼື​ Execute Program ຊຶ່ງ​ສາມາດ​ເຮັດວຽກ​ໄດ້​ບໍ່​ຈຳ​ກັດ​ ບໍ່​ຕ້ອງ​ເສຍ​ເວລາ​ໃນ​ການ​ແປໃໝ່​ທຸກ​ເທື່ອ​ ເຮັດໃຫ້​ການ​ເຮັດ​ວຽກ​ຂອງ​ໂປຣ​ແກຣມ​ເປັນ​ໄປ​ຢ່າງ​ວ່ອງໄວ​ ຈຶ່ງ​ເປັນ​ຮູບ​ແບບ​ການ​ແປທີ່​ໄດ້ຮັບ​ຄວາມ​ນິຍົມ​ຢ່າງ​ຫຼວງຫຼາຍ.​

ໃນ​ປັດຈຸບັນ​ ມີ​ຫຼັກ​ການ​ແປ​ພາສາ​ຄອມພິວເຕີ​ແບບ​ໃໝ່​ເກີດ​ຂຶ້ນ​ ຄື​ ແປ​ຈາກ​ຊອດໂຄ້ດ​ ໄປ​ເປັນ​ລະ​ຫັດ​ຊົ່ວ​ຄາວ​ ຫຼື ​ Intermediate Code ຊຶ່ງ​ສາມາດ​ນຳ​ໄປ​ເຮັດວຽກ​ໄດ້​ດ້ວຍ​ການ​ໃຊ້​ໂປຣ​ແກຣມ​ໃນ​ການ​ອ່ານ​ ແລະ ​ເຮັດວຽກ​ຕາມ​ລະ​ຫັດ​ຊົ່ວ​ຄາວ​ນັ້ນ​ ໂດຍ​ໂປຣ​ແກຣມ​ນີ້​ຈະ​ມີ​ຫຼັກ​ການ​ເຮັດ​ວຽກຄ້າຍ​ກັບ​ອິນ​ເທີ​ພຣີ​ເຕີ​ຣ໌​ ແຕ່​ຈະ​ເຮັດວຽກ​ໄດ້​ໄວ​ກວ່າ​ເນື່ອງ​ຈາກ​ລະ​ຫັດ​ຊົ່ວ​ຄາວ​ຈະ​ໃກ້​ຄຽງ​ກັບ​ພາສາ​ເຄື່ອງ​ຫຼາຍ​ ມີ​ຂໍ້​ດີ​ຄື​ສາມາດ​ນຳ​ລະ​ຫັດ​ຊົ່ວ​ຄາວ​ນັ້ນ​ໄປ​ໃຊ້​ໄດ້​ກັບ​ທຸກ​ ໆ​ ເຄື່ອງ​ມີ່​ມີ​ໂປຣ​ແກຣມ​ຕີ​ຄວາມ​ໄດ້​ທັນ​ທີ​.

ອ້າງອີງ basic-c.weebly.com

Leave a Reply

Your email address will not be published. Required fields are marked *