ກົມຈັດຕັ້ງ ແລະ ພະນັກງານ ລົງເຄື່ອນໄຫວຊຸກຍູ້ ຢູ່ ພຕສ ແຂວງສາລະວັນ

ຕອນເຊົ້າຂອງວັນທີ 3 ມິຖູນາ 2024, ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ສາລະວັນ ໄດ້ຈັດກອງປະຊຸມຕ້ອນຮັບການລົງມາເຄື່ອນໄຫວເຮັດວຽກຂອງທ່ານ ນ. ສຸພາລັກ ສີລາເພັດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຊີ່ງຈຸດປະສົງຫຼັກຂອງກອງປະຊຸມໃນຄັ້ງນີ້ ກໍເພື່ອເປັນການຊຖກຍູ້ໃນການປັບປຸງພາລະບົດໃນຂັ້ນທ້ອງຖີ່ນ, ຜ່ານຂໍ້ຕົກລົງ ວ່າດ້ວຍມາດຕະຖານຕໍາແໜ່ງບໍລິຫານພາຍໃນຂົງເຂດເຕັກໂນໂລຊີ ແລະ ການສື່ສານ ກອງປະຊຸມດັ່ງກ່າວໄດ້ມີຄະນະໍາພະແນກ, ພະນັກງານຫຼັກແຫຼ່ງພາຍໃນພະແນກເຂົ້າຮ່ວມທັງໝົດ 26 ທ່ານ, 12 ທ່ານ.

ທ່ານ ສົມຄິດ ແສນທະວີ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງສາລະວັນ ກໍໄດ້ມີຄໍາເຫັນ ພ້ອມທັງລາຍງານສະພາບໃນການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີ ແລະ ການສື່ສານແຂວງ  ເຊີ່ງຍົກໃຫ້ເຫັນຜົນສໍາເລັດໃນຫຼາຍໆດ້ານ, ຂໍ້ສະດວກ ແລະ ບາງບັນຫາຂໍ້ຫຍຸ້ງຍາກ ການຈັດຕັ້ງປະຕິບັດໃນໄລຍະຜ່ານມາ.

ຫຼັງຈາກນັ້ນ, ຕາງໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍໄດ້ເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍມາດຖານຕໍາແໜ່ງບໍລິຫານພະນັກງານພາຍໃນຂົງເຂດເຕັກໂນໂລຊີ ແລະ ການສື່ສານ, ກອງປະຊຸມໄດ້ປຶກສາຫາລື, ແລກປ່ຽນຄໍາຄິດເຫັນໃນຫຼາຍໆບັນຫາ ໂດຍເນັ້ນໜັກໃສ່ການກໍານົດຕໍາແໜ່ງງານ, ການຍົກລະດັບທາງດ້ານເຕັກເນິກວຊາສະເພາະຂອງພະນັກງານ-ລັດຖະກອນ ໃນຂັ້ນທ້ອງຖິ່ນ ແລະ ບັນຫາອື່ນໆ, ກອງປະຊຸມໄດ້ປິດລົງໃນວັນດຽວກັນ ເວລາປະມານ 12 ໂມງ.

Leave a Reply

Your email address will not be published. Required fields are marked *