ການຮ່ວມມືຍຸດທະສາດທີ່ເລິກເຊິ່ງ, ກວ້າງຂວາງ ຫວຽດນາມ – ຍີ່ປຸ່ນເພື່ອສັນຕິພາບ ແລະ ວັດທະນາຖາວອນ

ໃນຂອບເຂດການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ, ວັນທີ 24 ພະຈິກ ປີ 2021, ຢູ່ທຳນຽບນາຍົກລັດຖະມົນຕີ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ພິທີຕ້ອນຮັບ, ໂອ້ລົມສົນທະນາ ກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumino.

ທີ່ການພົບປະສົນທະນາ, ນາຍົກລັດຖະມົນຕີສອງທ່ານ ເຫັນດີຊຸກຍູ້ການຮ່ວມມືພັດທະນາ ເສດຖະກິດ – ສັງຄົມ ຕໍ່ໜ້າຜົນກະທົບຫຍໍ້ທໍ້ຈາກໂລກລະບາດໂຄວິດ-19 ໂດຍຜ່ານການສົມທົບກັນ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນ ດາໂຄງການໃຫຍ່ຂອງ ຫວຽດນາມ, ພັດທະນາຕົວເມືອງອັດສະລິຍະ, ພັດທະນາພື້ນຖານໂຄງລ່າງ, ເພີ່ມທະວີລະ ບົບສະໜອງ, ຜັນຂະຫຍາຍຂໍ້ລິເລີ່ມ ຫັນເປັນດີຈີຕອນ ແລະ ຂໍ້ລິເລີ່ມຄູ່ຮ່ວມມືປ່ຽນແປງໃໝ່ເຕັກໂນໂລຢີ ແລະ ຜັນຂະຫຍາຍຂໍ້ລິເລີ່ມ ຫັນລະບົບສະໜອງລະຫວ່າງສອງປະເທດເປັນຫຼາຍຮູບຫຼາຍແບບໂດຍໄວ; ຕັ້ງໜ້າຊຸກຍູ້ໂຄງ ການຮ່ວມມື ທີ່ນຳໃຊ້ແຫຼ່ງທຶນອຸປະຖຳພັດທະນາຢ່າງເປັນທາງການຂອງຍີ່ປຸ່ນ ໃນໄລຍະຟື້ນຟູຫຼັງໂລກລະບາດ; ເຫັນດີ ເປັນເອກະພາບ ຮ່ວມມືກັນຢ່າງແໜ້ນແຟ້ນເພື່ອເພີ່ມທະວີ ແລະ ເປີດກວ້າງການຮັບແຮງງານ ຫວຽດນາມ ໄປເຮັດວຽກຢູ່ ຍີ່ປຸ່ນ.

ກ່ຽວກັບບັນຫາຂອງພາກພື້ນ ແລະ ສາກົນ, ນາຍົກລັດຖະມົນຕີສອງທ່ານ ໄດ້ເຫັນດີເປັນເອກະພາບ ສົມທົບກັນຢ່າງ ແໜ້ນແຟ້ນໃນເວທີປາໄສສາກົນ ແລະ ພາກພື້ນ ເປັນຕົ້ນແມ່ນ ອາຊຽນ, ແມ່ນ້ຳຂອງ, ສປຊ… ກໍຄືເພີ່ມທະວີການສົມທົບກັນຮັບມືກັບສິ່ງທ້າທາຍລວມຂອງປະຊາຄົມສາກົນ ແລະ ຜັນຂະຫຍາຍ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ແລະ ສັນຍາຄູ່ຮ່ວມມືເສດຖະກິດ ຮອບດ້ານພາກພື້ນ (RCEP).

ກ່ຽວກັບບັນຫາທະເລຕາເວັນອອກ, ການນຳສອງທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການ ຮັບປະກັນຄວາມໝັ້ນ ຄົງ, ຄວາມປອດໄພໃນການເດີນເຮືອ, ການບິນ, ແກ້ໄຂທຸກການຂັດແຍ້ງ ຫຼືຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ລວມທັງການເຄົາລົບວິວັດການທາງການທູດ ແລະ ນິຕິກຳຢ່າງ ຄົບຖ້ວນ, ບໍ່ນຳໃຊ້ອາວຸດ ຫຼື ນາບຂູ່ນຳໃຊ້ອາວຸດ, ບົນພື້ນຖານເຄົາລົບກົດໝາຍສາກົນ, ພິເສດແມ່ນກົດບັດ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ປະຕິບັດຖະແຫຼງການຮ່ວມ ກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ສ້າງສຳເລັດກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ມີປະສິດທິຜົນ, ແທດຈິງ ແລະ ມີຜົນສັກສິດທາງນິຕິກຳ.

ກ່ອນການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ Kishida Fumio ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານ 11 ສະບັບລະຫວ່າງບັນດາກະຊວງ, ຂະແໜງການ, ອົງການ ແລະ ວິສາຫະກິດສອງປະເທດ.

ກໍເນື່ອງໃນໂອກາດນີ້, ສອງຝ່າຍໄດ້ອອກຖະແຫຼງການຮ່ວມ ມຸ່ງໄປເຖິງໄລຍະໃໝ່ຂອງການພົວພັນ ຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງ, ກວ້າງຂວາງ ຫວຽດນາມ – ຍີ່ປຸ່ນ ເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ ອາຊີ.

________________________________

#SALAVANnewspaper

Leave a Reply

Your email address will not be published. Required fields are marked *