ກອງປະຊຸມຄະນະກໍາມະການ ຫັນເປັນດີຈີຕອນ ແຂວງສາລະວັນ

ໃນຄັ້ງວັນທີ 28 ພຶດສະພາ 2024, ເວລາ 13:30 ໂມງ ທີ່ຫ້ອງປະຊຸມພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ສາລະວັນ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ລະດົມແນວຄວາມຄິດໃສ່ຮ່າງວິໃສທັດ, ຍຸດທະສາດ ແລະ ແຜນພັດທະນາ ການຫັນເປັນດີຈີຕອນ ແຂວງສາລະວັນ. ໂດຍໄດ້ກຽດເປັນປະທານຂອງທ່ານ ພູທົງ ຄໍາມະນີວົງ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ ຜູ້ຊີ້ນໍາວຽກງານເສດຖະກິດຂອງແຂວງ, ເຊີ່ງມີ ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມທັງໝົດ 32 ທ່ານ, ຍິງ 5 ທ່ານ.

            ຈຸດປະສົງຫຼັກຂອງກອງປະຊຸມແມ່ນເພື່ອ:

  1. ຜ່ານຮ່າງ ຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງຄະນະກໍາມະການຫັນເປັນດີຈີຕອນ ປະຈໍາແຂວງສາລະວັນ.
  2. ຜ່ານຮ່າງ ຂໍ້ຕົກລົງວ່າດ້ວຍ ການມອບຄວາມຮັບຜິດຊອບພາຍໃນຄະນະກໍາມະການຫັນເປັນດີຈີຕອນ ປະຈໍາແຂວງສາລະວັນ.
  3. ຜ່ານຮ່າງ ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ເສດຖະກິດດິຈີຕອນ ແຂວງສາລະວັນ ຄັ້ງທີ I (2025-2030).

ຈາກນັ້ນ, ຜູ້ແທນກອງປະຊຸມ ໄດ້ປະກອບຄໍາເຫັນໃສ່ຮ່າງນິຕິກໍາດັ່ງກ່າວ ທາງດ້ານເຕັກນິກວິຊາສະເພາະ ເພື່ອເຮັດໃຫ້ນິຕກໍາເຫຼົ່ານັ້ນ ມີຄວາມຖືກຕ້ອງ, ຊັດເຈນ, ສອດຄ່ອງຕາມສະພາບທ້ອງຖິ່ນ ກໍຄືຂອງແຂວງໃນປະຈຸບັນ

 

Leave a Reply

Your email address will not be published. Required fields are marked *