(ໂດຍ ສູນສະກັດກັ້ນ ແລະ ແກ້ໄຂ ເຫດສຸກເສີນທາງຄອມພິວເຕີ) ພາສາຄອມພິວເຕີ ໝາຍເຖິງພາສາໃດໜຶ່ງທີ່ຜູ້ໃຊ້ງານໃຊ້ສື່ສານກັບຄອມພິວເຕີ ຫຼື ຄອມພິວເຕີໃຊ້ສື່ສານກັນເອງ ແລ້ວຄອມພິວເຕີສາມາດເຮັດວຽກຕາມຄຳສັ່ງນັ້ນໄດ້ ມັກໃຊ້ເອີ້ນແທນດ້ວຍຄໍາວ່າ “ພາສາໂປຣແກຣມ” ແຕ່ຄວາມເປັນຈິງພາສາໂປຣແກຣມຄືສ່ວນໜຶ່ງຂອງພາສາຄອມພິວເຕີເທົ່ານັ້ນ ແລະ ມີພາສາອື່ນໆທີ່ເປັນພາສາຄອມພິວເຕີເຊັ່ນກັນ ຍົກຕົວຢ່າງເຊັ່ນ HTML ເປັນທັງພາສາ Markup ແລະ ພາສາຄອມພິວເຕີ ເຖິງວ່າມັນຈະບໍ່ແມ່ນພາສາໂປຣແກຣມ ຫຼື ພາສາເຄື່ອງ ແຕ່ກໍ່ນັບເປັນພາສາຄອມພິວເຕີເຊັ່ນກັນ ຊຶ່ງໂດຍທາງເຕັກນິກສາມາດໃຊ້ໃນການຂຽນໂປຣແກຣມໄດ້ ແຕ່ກໍ່ບໍ່ຈັດວ່າເປັນພາສາໂປຣແກຣມ. ຕົວແປພາສາໂປຣແກຣມຄອມພິວເຕີ ເປັນໂປຣແກຣມທີ່ໃຊ້ໃນການແປຄວາມໝາຍຂອງຄຳສັ່ງໃນພາສາຄອມພິວເຕີຊະນິດຕ່າງໆໄປເປັນພາສາເຄື່ອງ ຊຶ່ງເປັນພາສາທີ່ຄອມພິວເຕີເຂົ້າໃຈ ແລະ ເຮັດວຽກຕາມຄຳສັ່ງໄດ້ ໂດຍໂປຣແກຣມທີ່ຂຽນເປັນໂປຣແກຣມຕົ້ນສະບັບ ຫຼື ຊອດໂຄ້ດ ( Source code) ຊຶ່ງຄົນຂຽນໂປຣແກຣມ (Programmer) […]
Blockchain ແມ່ນຫຍັງ?
Blockchain ແມ່ນເຕັກໂນໂລຊີຊ໋ອບແວເປັນເຕັກໂນໂລຊີຊ໋ອບແວແບບເພຍທູເພຍ (Peer-to-Peer) (ເຊື່ອມຕໍ່ແບບໂຄງຂ່າຍໂດຍກົງ ລະຫວ່າງເຄື່ອງຄອມພິວເຕີ (ບໍ່ມີຄົນກາງ) ທີ່ປົກປ້ອງຂໍ້ມູນໂດຍທີ່ບໍ່ອະນຸຍາດໃຫ້ໃຜປອມແປງ ຫຼື ປ່ຽນໄດ້ ຫຼາຍທ່ານອາດຈະເຄີຍໄດ້ຍິນວ່າ BlockChainຖືກຄິດຄົ້ນຂຶ້ນເພື່ອໃຊ້ສ້າງສະກຸນເງິນດີຈິຕອນຕ່າງໆ ລວມທັງ ບິດຄອຍ (BITCOIN) ແລະ ບໍ່ແມ່ນແຕ່ສະກຸນເງິນດິີຈິຕອນເທົ່ານັ້ນ ຍັງມີບໍລິການລາຍເຊັນອອນລາຍ, ຫຸ້ນ, ເພັງ, ຫຼື ສິນລະປະຕ່າງໆ, ລະບົບລົງຄະແນນ ແລະ ແອັບພິເຄຊັ່ນ (Applications) ອື່ນໆອີກຫຼາຍຢ່າງ ເອີ້ນວ່າ BlockChain. ໂດຍທົ່ວໄປເຮົາໃຊ້ເງິນທີ່ເຮັດຈາກເຈ້ຍ ເມື່ອທ່ານໄດ້ທະນາບັດ 10 ດອນລາ ທ່ານກໍ່ໝັ້ນໃຈໄດ້ວ່າມັນບໍ່ແມ່ນຂອງປອມ ແຕ່ຖ້າຫາກມີການສົ່ງອີເມວມາບອກທ່ານວ່າ “ນີ້ແມ່ນເງິນສິບດອນລາ” ທ່ານກໍ່ອາດຈະບໍ່ເຊື່ອຢ່າງແນ່ນອນ ທັງທີ່ເວລາເຮົາ “ໂອນເງິນ” ໂດຍໃຊ້ຕູ້ເອທີເອັມ (ATM) ຫຼື ຈ່າຍເງິນຜ່ານບັດ ເຮົາກໍ່ໃຊ້ວິທີການແບບດຽວກັນ […]
ວິທີການປ້ອງກັນ ADVANCED PERSISTEMT THREATS
ຖິງແມ່ນວ່າ Advanced Persistent Threats (APT) ຈະຖືກ Ransomware ຍາດພື້ນທີ່ພາດຫົວຂ່າວໃນແຕ່ລະມື້ໄປຈົນໝົດ ແຕ່ກໍ່ບໍ່ແມ່ນວ່າການໂຈມຕີແບບ APT ຈະມີຈໍານວນຫຼຸດລົງ ຫຼາຍອົງກອນຂະໜາດໃຫ່ຍ ຍັງຕົກເປັນເປົ້າໝາຍຂອງແຮັກເກີ (Hacker) ໃນການຄ່ອຍໆເຈາະລະບົບເພື່ອແຊກຊຶມ ແລະ ລັກຂໍ້ມູນ, ໃນບົດຄວາມນີ້ຈຶ່ງສັງລວມ 5 ວິທີ ໃນການເພີ່ມຄວາມປອດໄພໃຫ້ແກ່ອົງກອນສໍາລັບປ້ອງກັນການໂຈມຕີແບບ APT. Advanced Persistent Threats ແມ່ນຫຍັງ? APT ເປັນການໂຈມຕີລະບົບເຄືອຂ່າຍຮູບແບບໜຶ່ງ ທີ່ແຮັກເກີຈະເລືອກເປົ້າໝາຍພຽງເປົ້າໝາຍດຽວ ແລ້ວໂຈມຕີສະເພາະເປົ້າໝາຍນັ້ນ ໂດຍການອາໄສວິທີການໂຈມຕີຮູບແບບຕ່າງໆ ປະສົມປະສານກັນ ເພື່ອໃຫ້ປະສົບຜົນສໍາເລັດ ບໍ່ວ່າຈະເປັນການເຮັດ Social Engineering ທີ່ອາໄສຂໍ້ມູນເປົ້າໝາຍທີ່ເກັບສັງລວມມາໄດ້ ຫຼື ການອອກເເບບ ມັນແວ (Malware) ສໍາລັບໃຊ້ໂຈມຕີເປົ້າໝາຍໂດຍສະເພາະ ເປັນຕົ້ນແມ່ນ ຂະບວນການໂຈມຕີ, […]