ໜ່ວຍພັກ ພຕສ ແຂວງສາລະວັນ ດໍາເນີນການກວດກາ-ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025
ວັນທີ 25 ພະຈິກ 2025, ໜ່ວຍພັກພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ສາລະວັນ ໄດ້ດໍາເນີນການກວດກາ-ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025, ທີ່ຫ້ອງປະຊຸມຂອງຕົນ, ໂດຍການເປັນປະທານຂອງ ສະຫາຍ ສຸກສະຫວັດ ພູມີໄລ ເລຂາໜ່ວຍພັກພະແນກ ແລະ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສົມຄິດ ແສນທະວີ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ, ມີບັນດາສະຫາຍຄະນະໜ່ວຍພັກ ແລະ ສະມາຊິກພັກເຂົ້າຮ່ວມທັງໝົດ 22 ສະຫາຍ, ຍິງ 11 ສະຫາຍ.
# ສະຫາຍ ສຸກສະຫວັດ ພູມີໄລ ເລຂາໜ່ວຍພັກພະແນກ ຕສ ແຂວງສາລະວັນ ໄດ້ເຊື່ອມຊືມເອກະສານ ຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ
# ສະຫາຍ ດໍາສະອາດ ນະແກ້ງສິມ ຮອງເລຂາໜ່ວຍພັກພະແນກ ຕສ ແຂວງສາລະວັນ ໄດ້ເຊື່ອມຊືມເອກະສານ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 28/ຄຈສພ ລົງວັນທີ 14 ກຸມພາ 2025 ກ່ຽວກັບການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ
# ທັງນີ້, ກໍເພື່ອເຮັດໃຫ້ຄະນະໜ່ວຍພັກ, ສະມາຊິກພັກແຕ່ລະສະຫາຍ ພາຍໃນໜ່ວຍ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກັບການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ດໍາເນີນໄປຢ່າງຖືກຕ້ອງເປັນເອກະພາບໃນທົ່ວພັກ. ຄະນະໜ່ວຍພັກ, ສະມາຊິກພັກ ຕ້ອງໄດ້ຮໍ່າຮຽນ, ເຊື່ອມຊຶມແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງ, ລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດຢ່າງທົ່ວເຖິງ ແລະ ຄົບຖ້ວນ, ຈຳແນກໄດ້ມິດສັດຕູຢ່າງຈະແຈ້ງ, ຍຶດໝັ້ນ ແລະປະຕິບັດຢ່າງເຂັ້ມງວດ 5 ຫຼັກການ, 3 ທິດນຳໃນການກໍ່ສ້າງ ແລະ ປັບປຸງ, ຍຶດໝັ້ນ ແລະ ເສີມຂະຫຍາຍແບບແຜນນຳພາ ທີ່ເປັນມູນເຊື້ອອັນດີງາມຂອງພັກ, ແຜນນະໂຍບາຍ, ກົດໝາຍ ແລະ ລະບຽບການຕ່າງໆໃຫ້ມີຜົນສຳເລັດ. ເປັນຕົ້ນ: ການກຳນົດບັນດາເນື້ອໃນ, ຂັ້ນຕອນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຮູ້ນໍາພາສ້າງແຜນການ, ຈັດຕັ້ງປະຕິບັດແຜນການ, ສະຫຼຸບຕີລາຄາ ແລະ ຮັບປະກັນໃນການຕີລາຄາ ແບ່ງປະເພດຂອງສະມາຊິກພັກ, ໜ່ວຍພັກ ຖືກຕ້ອງກັບຄວາມເປັນຈິງ; ສ້າງການຫັນປ່ຽນ ຢ່າງແຂງແຮງ ແລະ ເລິກເຊິ່ງທາງດ້ານທັດສະນະ ແລະ ວິທີການຕີລາຄາການຈັດຕັ້ງພັກ, ສະມາຊິກພັກ ທີ່ຖືເອົາຄຸນນະພາບເປັນກົກ, ເອົາສະພາບການຕົວຈິງ ແລະ ຜົນສໍາເລັດຕົວຈິງເປັນໄມ້ຫຼາວັດແທກ ຕາມມາດຕະຖານທີ່ກຳນົດໄວ້.
#ຈາກນັ້ນ ກໍ່ໄດ້ມີການເປີດບັ້ນດຳເນີນຊີວິດການເມືອງ ມີການຜ່ານບົດສໍາຫຼວດ, ໃຫ້ຄະແນນ, ຈັດປະເພດ ແລະ ປະກອບຄໍາຄິດຄໍາເຫັນ, ຕໍານິ-ສົ່ງຂ່າວ, ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ກອງປະຊຸມໄດ້ດໍາເນີນເປັນເວລາ 2 ວັນ ແລະ ອັດລົງດ້ວຍຜົນສໍາເລັດຕາມລະຕາດໝາຍ.


