2 ເມືອງ ຂອງແຂວງສາລະວັນ ໄດ້ຮັບການຍົກລະດັບດ້ານເຕັກໂນໂລຊີການສື່ສານ, ຂໍ້ມູນຂ່າວສານ G-Wep Platform

ໃນລະຫວາງວັນທີ 20-23 ພຶດສະພາ 2025 ທີ່ຜ່ານມານີ້, ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງສາລະວັນ ໄດ້ລົງເຄື່ອນໄຫວຝຶກອົບຮົມ ຍົກລະດັບດ້ານເຕັກໂນໂລຊີການສື່ສານ, ຂໍ້ມູນຂ່າວສານການນຳໃຊ້ G-Wep Platform ໃຫ້ບັນດາຫ້ອງການອ້ອມຂ້າງເມືອງຕຸ້ມລານ, ເມືອງຕະໂອ້ຍ ໃຫ້ກຽດເປັນປະທານຂອງທ່ານ ຄຳມອນ ແກ້ວປັດຈິດ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງສາລະວັນ, ມີບັນດາຕົວແທນຈາກຫ້ອງການອ້ອມຂ້າງເມືອງ 40  ທ່ານເຂົ້າຮ່ວມ.
ນັກວິທະຍາກອນ ກໍໄດ້ມີການນຳສະເໜີບົດຮຽນ ແລະ ນຳພານັກສຳມະນາກອນລົງປະຕິບັດຕົວຈິ່ງ ໂດຍສະເພາະແມ່ນການຕິດຕັ້ງລະບົບເວັບໄຊພາກລັດລົງໃນຄອມພິວເຕີ, ການຕັ້ງຄ່າ ແລະ ປັບແຕ່ງໜ້າເວັບໄຊ, ການບໍລິຫານຈັດການໜ້າເວັບໄຊ, ການບໍລິຫານໜ້າຫຼັກ, ການບໍລິຫານຈັດການເນື້ອຫາ, ການບໍລິຫານຈັດການບັນຫາຄຳຕິຊົມ ແລະ ການຈັດການລະບົບການລົງທະບຽນກອງປະຊຸມ. ຈາກນັ້ນ ຍັງໄດ້ມີການມອບໃບຢັ້ງຢື່ນສຳເລັດການຝຶກອົບຮົມ ໃຫ້ກຽດກ່າວມອບຂອງ ທ່ານ ຄຳມອນ ແກ້ວປັດຈິດ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງສາລະວັນ.
ຕອນທ້າຍຍັງມີການມອບເວັບໄຊໃຫ້ຫ້ອງການເຕັກໂນໂລຊີ ແລະ ການສື່ສານເມືອງ ເພື່ອນຳໃຊ້ເຂົ້າໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຂອງເມືອງ, ໂດຍໃຫ້ກຽດກ່າວມອບຂອງ ທ່ານ ຄຳມອນ ແກ້ວປັດຈິດ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງສາລະວັນ
error: Content is protected !!