ແຂວງສາລະວັນ ຫວນຄືນມູນເຊື້ອວັນກໍາມະກອນສາກົນຄົບຮອບ 139 ປີ

ແຂວງສາລະວັນໄດ້ຫວນຄືນມູນເຊື້ອ ວັນກໍາມະກອນສາກົນຄົບຮອບ 139 ປີ ( 1 ພຶດສະພາ ປີ 1886 – 1 ພຶດສະພາ ປີ 2025 ) ຈັດຂຶ້ນໃນວັນທີ 29 ເມສາ 2025 ນີ້ຢູ່ທີ່ສະໂມສອນ ແຂວງສາລະວັນ ໂດຍການເລົ່າມູນເຊື້ອ ຂອງ ທ່ານບົວສີ ຄຽມມະນີຂັນໄຊອະດິດຮອງເລຂາພັກແຂວງ,ອະດິດປະທານແນວລາວສ້າງຊາດແຂວງ,ໃຫ້ກຽດເຂົ້າຮ່ວມຮັບຟັງຂອງທ່ານນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດວຽກພັກ-ພະນັກງານ, ທ່ານ ຈັນສະໜອນ ພົມມະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ, ມີບັນດາທ່ານ ໃນຄະນະບໍລິຫານງານສະຫະພັນກໍາມະບານແຂວງ,ສະຫະພັນກໍາມະບານພະແນກການ,ຕະຫຼອດຮອດສະມະຊິກກໍາມະບານເຂົ້າຮ່ວມ.
ທ່ານ ບົວສີ ຄຽມມະນີ ຂັນໄຊ ກໍ່ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນວັນກໍາມະກອນສາກົນຄົບຮອບ 139 ປີ ( 1 ພຶດສະພາ ປີ 1886 – 1 ພຶດສະພາ ປີ 2025 )ພາຍໃຕ້ການປົກຄອງຂອງພວກນາຍທຶນ, ຊົນຊັ້ນກໍາມະກອນໄດ້ຖືກກົດຂີ່ຂູດຮີດນັບມື້ຍິິ່ງໜັກໜ່ວງ,ການອອກແຮງງານສຸດທີ່ລໍາບາກ ແລະ ມີຄວາມສ່ຽງສູງຕໍ່ຊີວິດເນື່ອງຈາກລະບົບປ້ອງກັນໄພແຮງງານຂອງເຄື່ອງຈັກໃນເວລານັ້ນຍັງບໍ່ທັນມີ,ພວກນາຍທຶນນັບມື້ເພີ່ມທະວີການບັງຄັບ, ຂົ່ມເຫັງໃຫ້ກໍາມະກອນອອກແຮງງານໂດຍບໍ່ມີເວລາພັກຜ່ອນມື້ໜຶິ່ງ ເຮັດວຽກ 14 -15 ຊົ່ວໂມງ,ການອອກແຮງງານໜັກແຕ່ຄ່າແຮງງານພັດຕໍ່າ,ການປ້ອງກັນສຸຂະພາບ ແລະ ຄວາມປອດໄພແຮງງານໃນສະຖານທີ່ເຮັດວຽກບໍ່ດີ,ບໍ່ເອົາໃຈໃສ່ກ່ຽວກັບສະຫວັດດີການ-ສັງຄົມຈຶິ່ງພາໃຫ້ເກີດມີຂໍ້ຂັດແຍ່ງຂຶ້ນ ແລະ ຂໍ້ຂັດແຍ່ງດັ່ງກ່າວນັບມື້ນັບຮຸນແຮງ, ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານຈໍາເປັນຈຶິ່ງໄດ້ຈັດຕັ້ງກັນເປັນກຸ່ມ, ເປັນຂະບວນລຸກຮື້ຂຶ້ນຕໍ່ສູ້ກັບຊົນຊັ້ນນາຍທຶນ, ທວງໃຫ້ພວກນາຍທຶນເພີ້ມເງິນເດືອນ ແລະ ຫຼຸດຜ່ອນຊົ່ວໂມງເຮັດວຽກລົງ. ຂະບວນການຕໍ່ສູ້ຄັ້ງທໍາອິດແມ່ນຢູູ່ປະເທດອັງກິດໃນປີ 1764 ເພາະອັງກິດໃນສະໄໝນັ້ນເປັນປະເທດທີ່ຂະຫຍາຍຕົວທາງດ້ານອຸດສາຫະກໍາໄວກ່ວາໝູູ່. ເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທໍາ ແລະ ນໍາພາກໍາມະກອນຕໍ່ສູ້ຕ້ານພວກນາຍທືນ, ຊົນຊັ້ນກໍາມະກອນໃນປະເທດອັງກິດຈຶິ່ງໄດ້ຈັດຕັ້ງ “ຫ້ອງການກໍາມະບານ” ເປັນຕົວແທນຂອງຕົນຂຶ້ນ. ຈາກນັ້ນ, ຂະບວນການຕໍ່ສູ້ຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານຈິິ່ງນັບມື້ມີການເຕີບໃຫຍ່ຂະຫຍາຍຕວຢ່າງບໍ່ຢຸດຢັ້ງ.ໃນເດືອນພະຈິກ ປີ 1884ຢູູ່ເມືອງຫຼວງຊິກາໂກ ເປັນຈຸດໃຈກາງອຸດສາຫະກໍາຂອງປະເທດອາເມລິກາ, ຊົນຊັ້ນກໍາມະກອນໄດ້ມີການຕໍ່ສູ້ກັບພວກນາຍທຶນຢ່າງຮຸ່ນແຮງເພື່ອທວງໃຫ້ເພີ້ມເງິນເດືອນ, ຫຼຸດຜ່ອນຊິ່ວໂມງເຮັດວຽກ,ຮຽກຮ້ອງໃຫ້ກໍາມະກອນ ແລະ ຊາວຜູ້ອອກແຮງງານທຸກທົ່ວໜ້າກຽມພ້ອມຕໍ່ສູ້ເພື່ອທວງເອົາສິດຂອງຕົນ.ວັນທີ 1 ພຶດສະພາ 1886 ໃນປະເທດອາເມລິກາຢູຕົວເມືອງຊິກາໂກ ເປັນຄັ້ງທໍາອິດທີ່ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານໄດ້ມີການຕໍ່ສູ້ໂດຍຖືເອົາເນື້ອໃນຂອງຖະແຫຼງການ, ຮຽກຮ້ອງໃຫ້ພວກນາຍທຶນຕ້ອງປະຕິບັດຕາມການສະເໜີຂອງກໍາມະກອນວ່າ: ແຕ່ນີື້ຕໍ່ໄປບໍ່ໃຫ້ກໍາມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້ເຊັ່ນ: 8ຊົ່ວໂມງຕ້ອງພັກຜ່ອນ, 8 ຊົ່ວໂມງເຮັດວຽກ ແລະ 8 ຊົ່ວໂມງຕ້ອງໄດ້ຮໍ່າຮຽນ, ຈາກເຫດການຂອງ ວັນທີ 1 ພຶດສະພາ1886ມັນໄດ້ສ້າງກະແສຟອງອັນໃຫຍ່ຫຼວງ ແລະ ແຂງແຮງເຖິງຂະບວນການກໍາມະກອນຢູູ່ທະວີບເອີລົບ ແລະທະວີບອາເມລິກາ ເປັນກໍາລັງໃຈໃຫ້ຂະບວນການຕໍ່ສູ້ຂອງກໍາມະກອນໃນທົ່ວໂລກ, ທັງເປັນບາດກ້າວຂະຫຍາຍຕົວແຫ່ງໄຊຊະນະ, ເປັນວັນທີ່ມີຄວາມໝາຍອັນສໍາຄັນໃຫຍ່ຫຼວງຂອງຊົນຊັ້ນກໍາມະກອນໃນຂະບວນການຕໍ່ສູ້ເພື່ອປົກປ້ອງສິດທິ ແລະ ຜົນປະໂຫຍດອັນຊອບທໍາຂອງຕົນ.
ພາບ-ຂ່າວ: ແກ້ວວິໄລ
error: Content is protected !!