ພຕສ ແຂວງສາລະວັນ ແລະ ພຕສ ແຂວງບໍລິຄໍາໃຊ້ ຮັດແໜ້ນຄວາມສາມັກຄີ ແລະ ຮ່ວມມືຮອບດ້ານ
ກອງປະຊຸມແລກປ່ຽນບົດຮຽນດ້ານວິຊາສະເພາະວຽກງານ ເຕັກໂນໂລຊີ ແລະການສື່ສານ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ່ 11 ພະຈິກ 2025 ທີ່ຫ້ອງປະຊຸມພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງບໍລິຄໍາໄຊ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ສົມຄິດ ແສນທະວີ ຫົວໜ້າພະແນກ ຕສ ແຂວງສາລະວັນ ແລະ ທ່ານ ລັງສີ ແກ້ວວິເສດ ຫົວໜ້າພະແນກ ຕສ ແຂວງບໍລິຄໍາໄຊ, ມີບັນດາຄະນະພັກ,ຄະນະພະແນກ,ຫົວໜ້າຂະແໜງ-ຮອງຂະແໜງ ແລະ ພະນັກງານ-ລັດຖະກອນທັງສອງແຂວງເຂົ້າຮ່ວມທັງໜົດ 21 ທ່ານ,ຍິງ 05ທ່ານ.
ໃນພິທີດັ່ງກ່າວທັງສອງແຂວງ, ສອງພະແນກ ກໍ່ໄດ້ລາຍງານສະພາບລວມໃນຂົງເຂດວຽກງານທີ່ຕົນຮັບຜິດຊອບຢ່າງກົງໄປກົງມາພາຍໃນແຂວງຂອງຕົນ ເປັນຕົ້ນ: ການຈັດຕັ້ງປະຕິບັດວຽກງານ ເຕັກໂນໂລຊີ ແລະ ການສື່ສານ ໃນໄລຍະຜ່ານມາພ້ອມນັ້ນຍັງໄດ້ລາຍງານສະພາບຈຸດພິເສດ,ທີ່ຕັ້ງ,ສະພາບການພາຍໃນ ແລະ ພາຍນອກ, ສະພາບການເຄື່ອນໄຫວຕ່າງໆຂອງກຸ່ມຄົນບໍ່ຫວັງດີ,ປະກົດການຫຍໍ້ທໍ້ໃນສັງຄົມ ແລະ ບັນຫາອື່ນໆອີກໃຫ້ກັນ ແລະກັນເພຶ່ອໄດ້ຮັບຊາບ.
ກອງປະຊຸມພົບປະແລກປ່ຽນບົດຮຽນວິຊາສະເພາະ,ຄະນະທັງສອງຝ່າຍກໍ່ໄດ້ຍົກບາງບັນຫາໃນການຈັດຕັ້ງປະຕິບັດວຽກງານຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ຈາກນັ້ນ,ໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານອື່ນໆ.ໂດຍສະເພາະແມ່ນວຽກງານ ອິນເຕີເນັດກາເຟ,ຮ້ານຂາຍອຸປະກອນ ໄອຊີທີ, E-office, G-share,G-Drive G-Chat ແລະ ວຽກງານຜູ້ປະກອບການທາງດ້ານໄປສະນີ ພາຍໃນແຂວງ.ດ້ວຍບັນຍາກາດເຕັມໄປດ້ວຍຄວາມສະໜິດສະໜົມ,ນໍ້າໃຈໄມຕີຈິດມິດຕະພາບ,ການພົວພັນຮ່ວມມືຮອບດ້ານລະຫວ່າງສອງແຂວງພິເສດແມ່ນລະຫວ່າງສອງຝ່າຍໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ.
ໂອກາດນີ້ ບັນດາຜູ້ເຂົ້າຮ່ວມກໍ່ໄດ້ພ້ອມກັນປະກອບຄໍາເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເຖິງໝາກຜົນ,ກົນໄກຂອງການຈັດຕັ້ງປະຕິບັດວຽກງານໃນຂົງເຂດ ເຕັກໂນໂລຊີ ແລະ ການສື່ສານໃນໄລຍະຜ່ານມາ ແລະ ວາງທິດທາງແຜນການຮ່ວມມືກັນໃນຕໍ່ໜ້າເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການແກ້ໄຂທັນກັບເຫດການ-ສະພາບການທີ່ເກີດຂຶ້ນ,ພ້ອມນີ້ກໍ່ເພື່ອເປັນການປະສານສົມທົບກັນໃຫ້ມີຄວາມແໜ້ນແຟ້ນຂຶ້ນໄປເລື້ອຍໆ


