-
ພຕສ ແຂວງສາລະວັນ ສໍາເລັດການຈັດຝຶກອົບຮົມ ລະບົບບໍລິຫານລັດໃຫ້ພະນັກງານ-ລັດຖະກອນ
ໃນຕອນເຊົ້າຂອງວັນທີ 4 ກຸມພາ 2025, ພຕສ ແຂວງສາລະວັນ ໄດ້ສໍາເລັດການຈັດຝຶກອົບຮົມ ການນໍາໃຊ້ລະບົບບໍລິຫານລັດ ໃຫ້ພະນັກງານ-ລັດຖະກອນ ພະແນກ ຍທຂ ແຂວງສາລະວັນ ເຊີ່ງໄດ້ເນັ້ນໜັກ 2 ລະບົບ ເຊັ່ນ: ລະບົບການສື່ສານພາກລັດ (G-chat), ລະບົບການນໍາໃຊ້ຂໍ້ມູນຮ່ວມກັນ (G-Drive / G-share).
-
ຄະນະພັກຮາກຖານ ພຕສ ແຂວງສາລະວັນ ສໍາເລັດກອງປະຊຸມການທາບທາມ ຮອບ II
ໃນຕອນເຊົ້າຂອງວັນທີ 22 ມັງກອນ 2025 ຄະນະພັກຮາກຖານພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງສາລະວັນ ໄດ້ສຳເລັດການທາບທາມຮ່າງບົດລາຍງານການເມືອງ, ແຜນພັດທະນາຂະແໜງການ ແລະ ບົດສຳຫຼວດການນຳພາລວມ
-
ພຕສ ແຂວງສາລະວັນ ແລະ ພຕສ ແຂວງບໍລິຄໍາໄຊ ພົບປະແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ
ໃນວັນທີ 24 ມັງກອນ 2025, ເວລາ 08:00 ໂມງ, ທີ່ຫ້ອງປະຊຸມພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງສາລະວັນ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ວຽກງານຫັນເປັນທັນສະໄໝ ແລະ ການຄຸ້ມຄອງອິນເຕີເນັດ ລະຫວ່າງພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງສາລະວັນ ກັບ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງບໍລິຄໍາໄຊ, ເຊິ່ງກອງປະຊຸມດັ່ງກ່າວ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມຄິດ ແສນທະວີ ຫົວໜ້າພະແນກ ຕສ ແຂວງ ສາລະວັນ ແລະ ທ່ານ ລັງສີ ແກ້ວວິເສດ ຫົວໜ້າພະແນກ […]
-
ຄະນະພັກຮາກຖານ ພຕສ ແຂວງສາລະວັນ ສຳເລັດການທາບທາມຮ່າງບົດລາຍງານການເມືອງ, ແຜນພັດທະນາຂະແໜງການ ແລະ ບົດສຳຫຼວດການນຳພາລວມ ຕິດພັນກັບການທາມທາບໂຄງປະກອບບຸກຂະລາກອນຮອບ1
ໃນຕອນເຊົ້າຂອງວັນທີ 03 ມັງກອນ 2025 ທີ່ຫ້ອງປະຊຸມພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງສາລະວັນ ໄດ້ຈັດກອງປະຊຸມ ທາບທາມບຸກຄະລາກອນເຂົ້າໂຄງປະກອບຄະນະພັກຮາກຖານ ຂອງພະແນກ ຕສ ແຂວງ ຮອບທີ I ໂດຍການໃຫ້ກຽດເປັນປະທານຂອງສະຫາຍ ສົມຄິດ ແສນທະວີ ເລຂາຄະນະພັກຮາກຖານ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມຊິກພັກສົມບູນ ແລະ ແຂກຖືກເຊີນຈາກ ຄະນະຈັດຕັ້ງແຂວງ, ຄະນະກວດກາແຂວງ ເຂົ້າຮ່ວມທັງໜົດ 58 ສະຫາຍ,ຍິງ 14 ສະຫາຍ. 1. ສະຫາຍ ຄຳໜອນ ແກ້ວປັດຈິດ ຄະນະພັກຮາກຖານ […]
ສີ່ງທີ່ໜ້າສົນໃຈ
-
ອາການຂອງພະຍາດກົດໄຫຼຢ້ອນໃນກະເພາະອາຫານ
ພະຍາດກົດໄຫຼຢ້ອນມັກຈະເກີດຂື້ນໂດຍທີ່ເຮົາບໍ່ຮູ້ສຶກຕົວ, ມັກຈະເກີດກັບຄົນທີ່ບໍ່ຄ່ອຍໃສ່ໃຈສຸຂະພາບ, ຄົນທີ່ບໍ່ເຂົ້າໃຈລະອຽດກ່ຽວກັບພະຍາດນີ້. ຖ້າວ່າບໍ່ກວດພົບແລະປິ່ນປົວທັນການ, ພະຍາດນີ້ກໍຈະສາມາດເຮັດໃຫ້ເກີດມີບາດແຜທີ່ບໍ່ສາມາດປິນປົວໃຫ້ຫາຍຂາດໄດ້. ພະຍາດກົດໄຫຼຢ້ອນມັກຈະເກີດຂື້ນໂດຍທີ່ເຮົາບໍ່ຮູ້ສຶກຕົວ, ມັກຈະເກີດກັບຄົນທີ່ບໍ່ຄ່ອຍໃສ່ໃຈສຸຂະພາບ, ຄົນທີ່ບໍ່ເຂົ້າໃຈລະອຽດກ່ຽວກັບພະຍາດນີ້. ຖ້າວ່າບໍ່ກວດພົບແລະປິ່ນປົວທັນການ, ພະຍາດນີ້ກໍຈະສາມາດເຮັດໃຫ້ເກີດມີບາດແຜທີ່ບໍ່ສາມາດປິນປົວໃຫ້ຫາຍຂາດໄດ້. I. ກົດໄຫຼຢ້ອນແມ່ນພະຍາດຫຍັງ? ພະຍາດກົດໄຫຼຢ້ອນແມ່ນອາການຂອງການໄຫຼຢ້ອນຂອງນໍ້າອາຊິດກະເພາະອາຫານ, ລົມໃນກະເພາະອາຫານ,ອາຫານ…ໄຫຼຂື້ນຫຼອດອາຫານເຮັດໃຫ້ເກີດການອັກເສບຫຼອດອາຫານ,ຫຼອດສຽງ,ຜົ້ງປາກ… ຖ້າອາການກົດໄຫຼຢ້ອນເກີດຂື້ນຫຼາຍກວ່າ2ເທື່ອຕໍ່ອາທິດໜຶ່ງ, ນັ້ນສາມາດບົ່ງບອກໄດ້ເລີຍວ່າທ່ານເປັນພະຍາດກົດໄຫຼຢ້ອນ ບັນດາສາເຫດທີ່ພາໃຫ້ເກີດພະຍາດກົດໄຫຼ ແມ່ນເກີດມາຈາກການເຮັດວຽກຜິດປົກກະຕິຂອງເອັນຍຸ້ມຫຼອດອາຫານລຸ່ມສຸດ, ການກິນອາຫານຫຼາຍເກີນໄປ, ຫຼັງຈາກກິນອາຫານແລ້ວນອນເລີຍ, ຄົນທີ່ຕຸ້ຍຫຼາຍ, ມັກກິນອາຫານຕອນເດິກ, ກິນອາຫານທີ່ພາໃຫ້ເກີດອາການກົດໄຫຼຢ້ອນເຊັ່ນ: ໝາກນາວ, ໝາກກ້ຽງ, ກະທຽມ, ຫົວຫອມໃຫຍ່, ອາ ຫານລົດເຜັດ ແລະ ອື່ນໆ, ດື່ມເຄື່ອງດື່ມທີ່ພາໃຫ້ເກີດອາການກົດໄຫຼຢ້ອນເຊັ່ນ: ເຫຼົ້າ, ເບຍ, ນໍ້າອັດລົມ, ນໍ້າຊາ, ກາເຟ…ນອກຈາກນີ້ຍັງເກີດກັບຄົນທີ່ສູບຢາ, ຄົນກໍາລັງຖືພາ, ຄົນທີ່ມັກກິນຢາຈຳພວກ Aspirin, […]
-
ຜົນຮ້າຍ ແລະ ວິທີການປ້ອງກັນພະຍາດຄວາມດັນເລືອດ
ຄວາມດັນເລືອດຂື້ນສູງແມ່ນພະຍາດທີ່ມັກພົບແລະເພີ່ມຂື້ນໃນຜູ້ສູງອາຍຸ, ກວມເອົາ 8-12% ຂອງປະຊາກອນ, ມີບາງສາເຫດຄວາມສ່ຽງທີ່ເຮັດໃຫ້ຄວາມດັນເລືອດເພີ່ມຂື້ນນັ້ນກະຄືໂລກເບົາຫວານ, ຢາສຸບ, ລິບິດໃນເລືອດເພີ່ມແລະການຖ່າຍທອດທາງກຳມະພັນ. ຄວາມດັນເລືອດຂື້ນສູງແມ່ນພະຍາດທີ່ມັກພົບແລະເພີ່ມຂື້ນໃນຜູ້ສູງອາຍຸ, ກວມເອົາ 8-12% ຂອງປະຊາກອນ, ມີບາງສາເຫດຄວາມສ່ຽງທີ່ເຮັດໃຫ້ຄວາມດັນເລືອດເພີ່ມຂື້ນນັ້ນກະຄືໂລກເບົາຫວານ, ຢາສຸບ, ລິບິດໃນເລືອດເພີ່ມແລະການຖ່າຍທອດທາງກຳມະພັນ. ຄວາມດັນເລືອດແມ່ນສາເຫດທີ່ພາໃຫ້ມີການເສຍຊີວິດ ແລະ ຜົນເສຍຮ້າຍຕໍ່ເສັ້ນປະສາດຄືເຮັດໃຫ້ເປັນອຳມະ ພາດເຄີ່ງຕົວ, ກາຍເປັນເຈົ້າຍີງນິດທາ, ບາງຄັ້ງອາດພາໃຫ້ຫົວໃຈຊຸກໂຊມ, ຫົວໃຈຂາດເລືອດ, ມີຜົນກະທົບຫຼາຍຕໍ່ກັບຄຸນນະພາບໃນການດຳລົງຊີວິດ( ບໍ່ແຂງແຮງ, ບໍ່ສາມາດເຄື່ອນໄຫວໄດ້) ແລະມີຄວາມເປັນໄປໄດ້ທີ່ຈະເສຍຊີວິດສູງ. ດັ່ງນັ້ນການປີ່ນປົວພະຍາດຄວາມດັນເລືອດສູງແມ່ນຄວນໄດ້ຮັບການເອົາໃຈໃສ່ເພື່ອຫຼີກລ້ຽງອາການຮ້າຍແຮງທີ່ອາດຈະເກີດຂື້ນ. ດັ່ງນັ້ນຄວາມດັນເລືອດສູງແມ່ນຫຍັງ? ຄວາມດັນເລືອດສູງແມ່ນພະຍາດຊ້ຳເຮື້ອໃນນັ້ນຄວາມດັນຂອງເລືອດໃນລະບົບຫຼອດເລືອດເພີ່ມຂື້ນສູງ. ຄວາມດັນເລືອດໄດ້ແບ່ງອອກເປັນສະນິດຫຼັກ ແລະ ຮອງ. ປະມານ 90-95% “ພະຍາດຄວາມດັນແມ່ນຫຼັກ” ເພື່ອໃຊເຂົ້າໃນກໍລະນີທີ່ບໍ່ສາມາດບົ່ງບອກເຖີງສາເຫດຂອງພະຍາດຄວາມດັນເລືອດ. ແລະ ມີພຽງແຕ່ 5-10% ຂອງຈຳນວນຜູກວດແມ່ນຄວາມດັນເລືອດສູງສຳຮອງທີ່ເກີດຈາກພະຍາດ, ພາກສ່ວນອື່ນເຊັ່ນ: […]
-
ວິທີການຫຼຸດຜ່ອນຄວາມຄຽດແບບບໍ່ຕ້ອງເພີ່ງຢາ
ຫຼາຍຄົນອາດຈະບໍ່ຮູ້ຕົວວ່າຕົກຢູ່ໃນສະພາບຂອງຄວາມຕືງຄຽດ ເພາະລື້ງເຄີຍແລ້ວກັບສະພາບດັ່ງກ່າວ ຊື່ງໃນຊີວິດປະຈຳວັນກໍ່ຕ້ອງພົບກັບເຫດການດັ່ງກ່າວຢາກວ່າເກືອບທຸກໆມື້ ແລະບາງຄົນກໍ່ບໍ່ຍອມຮັບວ່າຕົນເອງມີຄວາມຄຽດ ອີກຢ່າງໜຶ່ງຜົນກະທົບແມ່ນມາຈາກຫຼາຍພະຍາດ ສາເຫດແທ້ຈີງແມ່ນມາຈາກຄວາມກົດດັນ, ຄວາມຄຽດ ແລະ ຕ້ອງເສຍຄ່າປິ່ນປົວໃນໄລຍະຍາວ ເຊັ່ນ: ໂລກກະເພາະອາຫານ, ພະຍາດຫົວໃຈ, ໂລກຊຶມເສົ້າ ແລະ ອື່ນໆ… ຈົນບາງເທື່ອຕ້ອງຫັນມາໃຊ້ຢາຫຼຸດຄວາມຄຽດເປັນທາງລັດ ເຖິງແມ່ນວ່າຢາຫຼຸດຄວາມຄຽດຈະຊ່ວຍໃຫ້ຜ່ອນຄາຍແຕ່ກໍ່ເປັນພຽງເວ ລາສັ້ນໆ ເທົ່ານັ້ນ ເຊິ່ງໃນໄລຍະຍາວຈະສົ່ງຜົນໃຫ້ຮ່າງກາຍເຮົາເສຍຫາຍຫຼາຍ ມື້ນີ້ພວກເຮົາໄດ້ນໍາເອົາ 6 ວິທີງ່າຍໆ ທີ່ຈະຫຼຸດຜ່ອນຄວາມຄຽດ ຈະຊ່ວຍໃຫ້ທ່ານຜ່ອນຄາຍ ແລະ ທົດລອງນຳໄປໃຊ້ພ້ອມໆ ກັນ. ວິທີທີ່ 1 : ປິ່ນປົວໂດຍການເຮັດໃນສິ່ງທີ່ເຈົ້າມັກ. ວິທີຫຼຸດຜ່ອນຄວາມຄຽດທີ່ງ່າຍ ແລະ ໄວທີ່ສຸດ ແບບບໍ່ຕ້ອງໃຊ້ຢາຫຼຸດຄວາມຄຽດກໍ່ຄືການປ່ອຍວາງບັນຫາທຸກຢ່າງ ຫຼັງຈາກນັ້ນຫັນໄປສູ່ຄວາມສຸກໃນການເຮັດໃນສິ່ງທີ່ທ່ານຮັກ ບໍ່ປ່ອຍໃຫ້ຕົນເອງຢູ່ກັບບັນຫາດຽວແບບເດີມໆ ຊ້ຳໆ ຈົນກາຍເປັນຄວາມເຄັ່ງຕຶງແບບສະສົມ. […]
-
ວິທີເຮັດ “ໂຊຊ່ຽວດີທັອກ” ຈາກສື່ສັງຄົມອອນລາຍ ພັກສະໝອງ-ຫຼຸດຄວາມຄຽດ
ການໃຊ້ງານສື່ສັງຄົມອອນລາຍອາດເຮັດໃຫ້ຮ່າງກາຍ ແລະ ຈິດໃຈໄດ້ຮັບຜົນກະທົບ ເຊັ່ນ: ການຮັບຂໍ້ມູນຂ່າວ ສານຫຼາຍເກີນໄປ ການຖືກກະຕຸ້ນທາງອາລົມຢ່າງຮຸນແຮງ ລວມທັງການຖືກຂົ່ມເຫັງ ຫຼື ຖືກວິພາກວິຈານ ຈຶ່ງຄວນເຮັດໂຊຊ່ຽວດີທັອກ (Social Detox) ເພື່ອບຳບັດການໄດ້ຮັບຜົນກະທົບຈາກສັງຄົມອອນລາຍ ໂດຍຫຼຸດການໃຊ້ໃຫ້ໜ້ອຍ ລົງ ເພື່ອຫຼຸດການຮັບຂໍ້ມູນຂ່າວສານລ້າງສານພິດຈາກສື່ສັງຄົມອອນລາຍ ແລະ ຟື້ນຟູສະພາບຈິດໃຈ. ວິທີການເຮັດໂຊຊ່ຽວດີທັອກດ້ວຍຕົນເອງປະກອບມີດັງນີ້: ປິດແຈ້ງເຕືອນໃນຊ່ວງພັກ: ສະໝອງຈະເກີດການຕອບສະໜອງຕໍ່ສຽງ ແລະ ການສັ່ນແຈ້ງເຕືອນ ເຮັດໃຫ້ຮ່າງ ກາຍຕ້ອງການກວດເຊັກການແຈ້ງເຕືອນຂອງໂທລະສັບຢ່າງສະໝ່ຳສະເໝີ ເຊິ່ງອາດກະຕຸ້ນຄວາມກັງວົນ ແລະ ເພີ່ມຄວາມຄຽດໄດ້. ກຳນົດເວລາໃຊ້ງານໂທລະສັບ: ກຳນົດເວລາການໃຊ້ງານໂທລະສັບ ແລະ ສື່ສັງຄົມອອນລາຍຕ່າງໆ ເຊັ່ນ: ພັກການໃຊ້ງານທຸກ 30 ນາທີ ຫຼື ກຳນົດການໃຊ້ງານເທື່ອລະ 5-10 […]