ພະຍາດກົດໄຫຼຢ້ອນມັກຈະເກີດຂື້ນໂດຍທີ່ເຮົາບໍ່ຮູ້ສຶກຕົວ, ມັກຈະເກີດກັບຄົນທີ່ບໍ່ຄ່ອຍໃສ່ໃຈສຸຂະພາບ, ຄົນທີ່ບໍ່ເຂົ້າໃຈລະອຽດກ່ຽວກັບພະຍາດນີ້. ຖ້າວ່າບໍ່ກວດພົບແລະປິ່ນປົວທັນການ, ພະຍາດນີ້ກໍຈະສາມາດເຮັດໃຫ້ເກີດມີບາດແຜທີ່ບໍ່ສາມາດປິນປົວໃຫ້ຫາຍຂາດໄດ້. ພະຍາດກົດໄຫຼຢ້ອນມັກຈະເກີດຂື້ນໂດຍທີ່ເຮົາບໍ່ຮູ້ສຶກຕົວ, ມັກຈະເກີດກັບຄົນທີ່ບໍ່ຄ່ອຍໃສ່ໃຈສຸຂະພາບ, ຄົນທີ່ບໍ່ເຂົ້າໃຈລະອຽດກ່ຽວກັບພະຍາດນີ້. ຖ້າວ່າບໍ່ກວດພົບແລະປິ່ນປົວທັນການ, ພະຍາດນີ້ກໍຈະສາມາດເຮັດໃຫ້ເກີດມີບາດແຜທີ່ບໍ່ສາມາດປິນປົວໃຫ້ຫາຍຂາດໄດ້. I. ກົດໄຫຼຢ້ອນແມ່ນພະຍາດຫຍັງ? ພະຍາດກົດໄຫຼຢ້ອນແມ່ນອາການຂອງການໄຫຼຢ້ອນຂອງນໍ້າອາຊິດກະເພາະອາຫານ, ລົມໃນກະເພາະອາຫານ,ອາຫານ…ໄຫຼຂື້ນຫຼອດອາຫານເຮັດໃຫ້ເກີດການອັກເສບຫຼອດອາຫານ,ຫຼອດສຽງ,ຜົ້ງປາກ… ຖ້າອາການກົດໄຫຼຢ້ອນເກີດຂື້ນຫຼາຍກວ່າ2ເທື່ອຕໍ່ອາທິດໜຶ່ງ, ນັ້ນສາມາດບົ່ງບອກໄດ້ເລີຍວ່າທ່ານເປັນພະຍາດກົດໄຫຼຢ້ອນ ບັນດາສາເຫດທີ່ພາໃຫ້ເກີດພະຍາດກົດໄຫຼ ແມ່ນເກີດມາຈາກການເຮັດວຽກຜິດປົກກະຕິຂອງເອັນຍຸ້ມຫຼອດອາຫານລຸ່ມສຸດ, ການກິນອາຫານຫຼາຍເກີນໄປ, ຫຼັງຈາກກິນອາຫານແລ້ວນອນເລີຍ, ຄົນທີ່ຕຸ້ຍຫຼາຍ, ມັກກິນອາຫານຕອນເດິກ, ກິນອາຫານທີ່ພາໃຫ້ເກີດອາການກົດໄຫຼຢ້ອນເຊັ່ນ: ໝາກນາວ, ໝາກກ້ຽງ, ກະທຽມ, ຫົວຫອມໃຫຍ່, ອາ ຫານລົດເຜັດ ແລະ ອື່ນໆ, ດື່ມເຄື່ອງດື່ມທີ່ພາໃຫ້ເກີດອາການກົດໄຫຼຢ້ອນເຊັ່ນ: ເຫຼົ້າ, ເບຍ, ນໍ້າອັດລົມ, ນໍ້າຊາ, ກາເຟ…ນອກຈາກນີ້ຍັງເກີດກັບຄົນທີ່ສູບຢາ, ຄົນກໍາລັງຖືພາ, ຄົນທີ່ມັກກິນຢາຈຳພວກ Aspirin, […]
ຜົນຮ້າຍ ແລະ ວິທີການປ້ອງກັນພະຍາດຄວາມດັນເລືອດ
ຄວາມດັນເລືອດຂື້ນສູງແມ່ນພະຍາດທີ່ມັກພົບແລະເພີ່ມຂື້ນໃນຜູ້ສູງອາຍຸ, ກວມເອົາ 8-12% ຂອງປະຊາກອນ, ມີບາງສາເຫດຄວາມສ່ຽງທີ່ເຮັດໃຫ້ຄວາມດັນເລືອດເພີ່ມຂື້ນນັ້ນກະຄືໂລກເບົາຫວານ, ຢາສຸບ, ລິບິດໃນເລືອດເພີ່ມແລະການຖ່າຍທອດທາງກຳມະພັນ. ຄວາມດັນເລືອດຂື້ນສູງແມ່ນພະຍາດທີ່ມັກພົບແລະເພີ່ມຂື້ນໃນຜູ້ສູງອາຍຸ, ກວມເອົາ 8-12% ຂອງປະຊາກອນ, ມີບາງສາເຫດຄວາມສ່ຽງທີ່ເຮັດໃຫ້ຄວາມດັນເລືອດເພີ່ມຂື້ນນັ້ນກະຄືໂລກເບົາຫວານ, ຢາສຸບ, ລິບິດໃນເລືອດເພີ່ມແລະການຖ່າຍທອດທາງກຳມະພັນ. ຄວາມດັນເລືອດແມ່ນສາເຫດທີ່ພາໃຫ້ມີການເສຍຊີວິດ ແລະ ຜົນເສຍຮ້າຍຕໍ່ເສັ້ນປະສາດຄືເຮັດໃຫ້ເປັນອຳມະ ພາດເຄີ່ງຕົວ, ກາຍເປັນເຈົ້າຍີງນິດທາ, ບາງຄັ້ງອາດພາໃຫ້ຫົວໃຈຊຸກໂຊມ, ຫົວໃຈຂາດເລືອດ, ມີຜົນກະທົບຫຼາຍຕໍ່ກັບຄຸນນະພາບໃນການດຳລົງຊີວິດ( ບໍ່ແຂງແຮງ, ບໍ່ສາມາດເຄື່ອນໄຫວໄດ້) ແລະມີຄວາມເປັນໄປໄດ້ທີ່ຈະເສຍຊີວິດສູງ. ດັ່ງນັ້ນການປີ່ນປົວພະຍາດຄວາມດັນເລືອດສູງແມ່ນຄວນໄດ້ຮັບການເອົາໃຈໃສ່ເພື່ອຫຼີກລ້ຽງອາການຮ້າຍແຮງທີ່ອາດຈະເກີດຂື້ນ. ດັ່ງນັ້ນຄວາມດັນເລືອດສູງແມ່ນຫຍັງ? ຄວາມດັນເລືອດສູງແມ່ນພະຍາດຊ້ຳເຮື້ອໃນນັ້ນຄວາມດັນຂອງເລືອດໃນລະບົບຫຼອດເລືອດເພີ່ມຂື້ນສູງ. ຄວາມດັນເລືອດໄດ້ແບ່ງອອກເປັນສະນິດຫຼັກ ແລະ ຮອງ. ປະມານ 90-95% “ພະຍາດຄວາມດັນແມ່ນຫຼັກ” ເພື່ອໃຊເຂົ້າໃນກໍລະນີທີ່ບໍ່ສາມາດບົ່ງບອກເຖີງສາເຫດຂອງພະຍາດຄວາມດັນເລືອດ. ແລະ ມີພຽງແຕ່ 5-10% ຂອງຈຳນວນຜູກວດແມ່ນຄວາມດັນເລືອດສູງສຳຮອງທີ່ເກີດຈາກພະຍາດ, ພາກສ່ວນອື່ນເຊັ່ນ: […]
ວິທີການຫຼຸດຜ່ອນຄວາມຄຽດແບບບໍ່ຕ້ອງເພີ່ງຢາ
ຫຼາຍຄົນອາດຈະບໍ່ຮູ້ຕົວວ່າຕົກຢູ່ໃນສະພາບຂອງຄວາມຕືງຄຽດ ເພາະລື້ງເຄີຍແລ້ວກັບສະພາບດັ່ງກ່າວ ຊື່ງໃນຊີວິດປະຈຳວັນກໍ່ຕ້ອງພົບກັບເຫດການດັ່ງກ່າວຢາກວ່າເກືອບທຸກໆມື້ ແລະບາງຄົນກໍ່ບໍ່ຍອມຮັບວ່າຕົນເອງມີຄວາມຄຽດ ອີກຢ່າງໜຶ່ງຜົນກະທົບແມ່ນມາຈາກຫຼາຍພະຍາດ ສາເຫດແທ້ຈີງແມ່ນມາຈາກຄວາມກົດດັນ, ຄວາມຄຽດ ແລະ ຕ້ອງເສຍຄ່າປິ່ນປົວໃນໄລຍະຍາວ ເຊັ່ນ: ໂລກກະເພາະອາຫານ, ພະຍາດຫົວໃຈ, ໂລກຊຶມເສົ້າ ແລະ ອື່ນໆ… ຈົນບາງເທື່ອຕ້ອງຫັນມາໃຊ້ຢາຫຼຸດຄວາມຄຽດເປັນທາງລັດ ເຖິງແມ່ນວ່າຢາຫຼຸດຄວາມຄຽດຈະຊ່ວຍໃຫ້ຜ່ອນຄາຍແຕ່ກໍ່ເປັນພຽງເວ ລາສັ້ນໆ ເທົ່ານັ້ນ ເຊິ່ງໃນໄລຍະຍາວຈະສົ່ງຜົນໃຫ້ຮ່າງກາຍເຮົາເສຍຫາຍຫຼາຍ ມື້ນີ້ພວກເຮົາໄດ້ນໍາເອົາ 6 ວິທີງ່າຍໆ ທີ່ຈະຫຼຸດຜ່ອນຄວາມຄຽດ ຈະຊ່ວຍໃຫ້ທ່ານຜ່ອນຄາຍ ແລະ ທົດລອງນຳໄປໃຊ້ພ້ອມໆ ກັນ. ວິທີທີ່ 1 : ປິ່ນປົວໂດຍການເຮັດໃນສິ່ງທີ່ເຈົ້າມັກ. ວິທີຫຼຸດຜ່ອນຄວາມຄຽດທີ່ງ່າຍ ແລະ ໄວທີ່ສຸດ ແບບບໍ່ຕ້ອງໃຊ້ຢາຫຼຸດຄວາມຄຽດກໍ່ຄືການປ່ອຍວາງບັນຫາທຸກຢ່າງ ຫຼັງຈາກນັ້ນຫັນໄປສູ່ຄວາມສຸກໃນການເຮັດໃນສິ່ງທີ່ທ່ານຮັກ ບໍ່ປ່ອຍໃຫ້ຕົນເອງຢູ່ກັບບັນຫາດຽວແບບເດີມໆ ຊ້ຳໆ ຈົນກາຍເປັນຄວາມເຄັ່ງຕຶງແບບສະສົມ. […]