ຕອນເຊົ້າຂອງວັນທີ 3 ມິຖູນາ 2024, ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ສາລະວັນ ໄດ້ຈັດກອງປະຊຸມຕ້ອນຮັບການລົງມາເຄື່ອນໄຫວເຮັດວຽກຂອງທ່ານ ນ. ສຸພາລັກ ສີລາເພັດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຊີ່ງຈຸດປະສົງຫຼັກຂອງກອງປະຊຸມໃນຄັ້ງນີ້ ກໍເພື່ອເປັນການຊຖກຍູ້ໃນການປັບປຸງພາລະບົດໃນຂັ້ນທ້ອງຖີ່ນ, ຜ່ານຂໍ້ຕົກລົງ ວ່າດ້ວຍມາດຕະຖານຕໍາແໜ່ງບໍລິຫານພາຍໃນຂົງເຂດເຕັກໂນໂລຊີ ແລະ ການສື່ສານ ກອງປະຊຸມດັ່ງກ່າວໄດ້ມີຄະນະໍາພະແນກ, ພະນັກງານຫຼັກແຫຼ່ງພາຍໃນພະແນກເຂົ້າຮ່ວມທັງໝົດ 26 ທ່ານ, 12 ທ່ານ. ທ່ານ ສົມຄິດ ແສນທະວີ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງສາລະວັນ ກໍໄດ້ມີຄໍາເຫັນ ພ້ອມທັງລາຍງານສະພາບໃນການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີ ແລະ […]