ໜ້າທີ່

ມາດຕາ  3 ໜ້າທີ່ 

  • ສ້າງແຜນຍຸດທະສາດ, ນະໂຍບາຍ ແລະ ລະບຽບການ ກ່ຽວກັບວຽກງານເຕັກໂນໂລຊີ ແລະ ການສື່ສານ ແຂວງສາລະວັນ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ໃນແຕ່ລະໄລຍະ ເພື່ອສະເໜີເຈົ້າແຂວງພິຈາລະນາ;
  • ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດກົດໝາຍ, ດຳລັດ, ຂໍ້ຕົກລົງ, ລະບຽບການ ກຽ່ວກັບການຄຸ້ມຄອງທາງດ້ານ ເຕັກໂນໂລຊີ ແລະ ການສືື່ສານ ທີ່ພົວພັນກັບພາລະບົດບາດ ແລະ ລະບຽບການຕ່າງໆທາງດ້ານວິຊາການ ຕາມການແນະນຳຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເພື່ອຈັດຕັ້ງເຜີຍແຜ່ໃຫ້ບັນດາພະແນກຫ້ອງການທຽບເທົ່າຕ່າງໆຂອງ ແຂວງສາລະວັນ ຮັບຊາບ ແລະ ຈັດຕັ້ງປະຕິບັດ;
  • ເຜີຍແຜ່ນກົດໝາຍ, ລະບຽບການ, ຍຸດທະສາດ, ແຜນພັດທະນາ ກ່ຽວກັບວຽກງານເຕັກໂນໂລຊີ ແລະ ການສື່ສານ ໃຫ້ບັນດາພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງສາລະວັນ ພ້ອມທັງຊຸກຍູ້, ແນະນຳ ໃນການຈັດຕັ້ງປະຕິບັດ;
  • ຄົ້ນຄ້ວາການອອກອະນຸຍາດ, ສຶບຕໍ່, ໂຈະ, ຖອນ ແລະ ຍົກເລີກ ໃບອະນຸຍາດດຳເນີນທຸລະກິດດ້ານເຕັກໂນໂລຊີ ແລະ ການສື່ສານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຕາມການມອບໝາຍຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນແຕ່ລະໄລຍະ;
  • ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ອອກອະນຸຍາດ ການນຳເຂົ້າ, ສົ່ງອອກ ແລະ ກາານນຳໃຊ້ອຸປະກອນລະບົບເຕັກໂນໂລຊີ ແລະ ການສື່ສານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຕາມການມອບ ໝາຍຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນແຕ່ລະໄລຍະ;
  • ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ກັກຢຶດ ອຸປະກອນ-ຜະລິດຕະພັນດ້ານເຕັກໂນໂລຊີ ແລະ ການສື່ສານ ທີ່ນຳເຂົ້າ, ຈຳໜ່າຍ, ນຳໃຊ້ ແລະ ໃຫ້ບໍລິການ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໃນແຕ່ລະໄລຍະ;
  • ຄຸ້ມຄອງ, ຕິດຕາມ, ກວດກາ, ຊຸກຍູ້ ແລະ ສົ່ງເສີມ ໃນການນຳເຂົ້າ ແລະ ສົ່ງອອກ ສັນຍານອິນເຕີເນັດ, ສັນຍານໂທລະສັບ, ສັນຍານຂໍ້ຄວາມສັ້ນ ແລະ ຈຸດເຊື່ອມຕໍ່ສາຍສົ່ງຕາມຊາຍແດນ ເຂົ້າ-ອອກ ຕ່າງປະເທດ ຕ້ອງປະຕິບັດຕາມນະໂຍບາຍລວມສູນການສື່ສານຜ່ານປະຕູດຽວ ທີ່ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກຳນົດໄວ້ແຕ່ລະໄລຍະ;
  • ຈັດຕັ້ງປະຕິບັດວຽກງານຄຸ້ມຄອງຄວາມປອດໄພໄຊເບີ ທັງຊູກຍູ້ການນຳໃຊ້ລະບົບອິນເຕີເນັດໃຫ້ຖືກຕ້ອງ ແລະ ມີຄວາມປອດໄພ ແລະ ຮັບແຈ້ງເຫດສຸກເສີນທາງຄອມພີວເຕີຈາກພາກສ່ວນຕ່າງໆພາຍໃນແຂວງສາລະວັນ ເພື່ອລາຍງານຕໍ່ແຂວງ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮັບຊາບ ໃນແຕ່ລະໄລຍະ;
  • ປະສານງານກັບພາກສ່ວນທີ່ກຽ່ວຂ້ອງ ເພື່ອຕິດຕາມ, ກວດກາແນະນຳ ແລະ ສົ່ງເສີມຜູ້ໃຫ້ບໍລິການ, ຄຸ້ມຄອງຜູ້ບໍລິໂພກ ແລະ ແກ້ໄຂຂໍ້ຂັດແຍ່ງໃນການດຳເນີນທຸລະກິດ ດ້ານເຕັກໂນໂລຊີ ແລະ ການສື່ສານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;
  • ຄຸ້ມຄອງ ແລະ ຕິດຕາມ ການນຳໃຊ້ລະບົບບໍລິຫານ ແລະ ບໍລິການ ຂອງລັດ ເພື່ອຫັນເປັນທັນສະໄໝເທື່ອລະກ້າວ ເປັນຕົ້ນ ລະບົບເຄືອຂ່າຍພາກລັດ, ກອງປະຊຸມທາງໄກ, E-Office, E-mail, G-chat, G-share, G-web ແລະ ອື່ນໆ;
  • ຊຸກຍູ້, ສົ່ງເສີມ, ເຜີຍແຜ່ການໃຫ້ບໍລິການ, ສະໜອງຂໍ້ມູນຂ່າວສານ ແລະ ນຳພາອົງການຈັດຕັ້ງລັດ-ເອກະຊົນ ແລະ ປະຊາຊົນ ໃຫ້ຮູ້ນຳໃຊ້ເຕັກໂນໂລຊີ ແລະ ການສື່ສານເຂົ້າໃນວຽກງານ ແລະ ການດຳລົງຊີວິດ ຢ່າງທົ່ວເຖິງ ພາຍໃນແຂວງສາລະວັນ;
  • ຮ່ວມມື ແລະ ປະສານສົມທົບກັບພາກສ່ວນທີ່ກຽ່ວຂ້ອງ ແລະ ບັນດາບໍລິສັດສາຂາທຸລະກິດທີ່ໃຫ້ບໍລິການດ້ານເຕັກໂນໂລຊີ ແລະ ການສື່ສານ ໃນການວາງແຜນ ແລະ ຮັບຮອງແຜນປະຈຳປີຂອງບັນດາບໍລິສັດ, ຈັດສັນ, ພັດທະນາ, ປັບປຸງ, ຍົກລະດັບ, ຂະຫຍາຍ ແລະ ເປັນເຈົ້າການຄຸ້ມຄອງໂຄງລ່າງດ້ານເຕັກໂນໂລຊີ ແລະ ການສື່ສານ ພາຍໃນແຂວງສາລະວັນ; ຄຸ້ມຄອງ, ຕິດຕາມ ແລະ ກວດກາ ການນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ;
  • ຄອງຄຸ້ມ, ຊຸກຍູ້, ສົ່ງເສີມ, ຄົ້ນຄ້ວາພັດທະນາ, ທົດລອງ, ເລືອກເຟັ້ນ ແລະ ນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອສ້າງເປັນໂຄງການຕົວແບບຂອງແຂວງສາລະວັນ;
  • ປະສານສົມທົບກັບ ບັນດາກົມ/ທຽມເທົ່າທີ່ກ່ຽວຂ້ອງ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ລົງຕິດຕາມກວດກາ ການອະນຸຍາດ ແລະ ນຳໃຊ້ຄື່ນຄວາມຖີ່ວິທະຍຸສື່ສານລະບົບໂຟນີ, ເຄື່ອງບິນບໍ່ມີຄົນຂັບ (Drone) ແລະ ການລັກລອບນຳໃຊ້ສັນຍານໂທລະຄົມມະນາຄົມ ແລະ ອິນເຕີເນັດຈາກຕ່າງປະເທດ ທີ່ຜິດກົດໝາຍ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ແຕ່ລະໄລຍະ;
  • ສັງລວມ ແລະ ແຈ້ງຂໍ້ມູນການອອກອະນຸຍາດຂະແໜງເຕັກໂນໂລຊີ ແລະ ການສື່ສານ ໃຫ້ບັນດາກົມ/ທຽມເທົ່າ ທີ່ກ່ຽວຂ້ອງຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນແຕ່ລະໄລຍະ;
  • ຊຸກຍູ້ ແລະ ອຳນວຍຄວາມສະດວກໃຫ້ຫົວໜ່ວຍທຸລະກິດ ທີ່ໃຫ້ບໍລິການໄປສະນີ ແລະ ໂທລະຄົມມະນາ ຄົມ ໃນການຂະຫຍາຍພື້ນຖານໂຄງລ່າງ ແລະ ຕາໜ່າງການບໍລິການ ອອກສູ່ຊົນນະບົດ, ຈຸດສຸມພັດທະນາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງແຂວງສາລະວັນ;
  • ຄົ້ນຄ້ວາ, ສ້າງແຜນພັດທະນາລະບົບສະຖິຕິ, ເກັບກຳຂໍ້ມູນວຽກງານຂອງຂະແໜງ ຕສ ໃນແຂວງສາລະວັນ, ລາຍງານ, ສຳຫຼວດແບບຕົວແທນ ແລະ ການສຳຫຼວດສະເພາະໃນລະດັບທ້ອງຖິ່ນຂອງຕົນໃນແຕ່ລະໄລຍະ ເພື່ອສະເໜີຕໍ່ການຈັດຕັ້ງທີ່ກ່ຽວຂ້ອງຂອງແຂວງສາລະວັນ ທີ່ຕົນຂຶ້ນກັບໂດຍຜ່ານການຢັ້ງຢືນ ແລະ ຮັບ ຮອງທາງດ້ານວິຊາການສະຖິຕິຈາກສູນສະຖິຕິແຫ່ງຊາດ ປະຈຳແຂວງ ແລະ ສູນກາງ;
  • ຄຸ້ມຄອງ, ຊຸກຍູ້, ຕິດຕາມ ແລະ ກວດກາ ວຽກງານໄປສະນີ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;
  • ຄຸ້ມຄອງ, ຕິດຕາມ, ກວດກາ, ຊຸກຍູ້ ແລະ ສະຫຼຸບການເຄື່ອນໄຫວວຽກງານຂອງ ບັນດາບໍລິສັດສາຂາຫົວໜ່ວຍທຸລະກິດທີ່ໃຫ້ບໍລິການດ້ານ ເຕັກໂນໂລຊີ ແລະ ການສື່ສານ ພ້ອມທັງລາຍງານ ສະພາບການເຄື່ອນ ໄຫວໃຫ້ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮັບຊາບເປັນແຕ່ລະໄລຍະ;
  • ຊຸກຍູ້, ແນະນຳ ແລະ ຄົ້ນຄ້ວາປະກອບຄຳເຫັນ ໃຫ້ແກ່ບັນດາພາກສ່ວນກ່ຽວຂ້ອງທີ່ດຳເນີນທຸລະກິດຈະ ການຕ່າງໆ ທາງດ້ານເຕັກໂນໂລຊີ ແລະ ການສື່ສານ ພາຍໃນແຂວງສາລະວັນ;
  • ຂຶ້ນແຜນຄຸ້ມຄອງ, ບຳລຸງ, ກໍ່ສ້າງ, ຊັບຊ້ອນ ແລະ ສະເໜີປະຕິບັດນະໂຍບາຍ ແລະ ປະຕິບັດວິໄນຕໍ່ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ຕາມລະບຍບກົດໝາຍ;
  • ມີສ່ວນຮ່ວມໃນການບຳລຸງ, ກໍ່ສ້າງ, ຊັບຊ້ອນ ແລະ ສະເໜີປະຕິບັດນະໂຍບາຍ ແລະ ວິໄນຕໍ່ພະນັກງານຂອງບັນດາບໍລິສັດ ສາຂາຫົວໜ່ວຍທຸລະກິດທີ່ໃຫ້ບໍລິການດ້ານເຕັກໂນໂລຊີ ແລະ ການສື່ສານ ຕາມການປະສານງານ ຂອງບັນດາບໍລິສັດແມ່;
  • ສະຫຼຸບສັງລວມ, ຕີລາຄາປະເມີນການເຄື່ອນໄຫວວຽກງານປະຈຳເດືອນ, ງວດ, 6 ເດືອນ, 9 ເດືອນ ແລະ ປີ ເພື່ອລາຍງານໃຫ້ເຈົ້າແຂວງສາລະວັນ ແລະ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ຢ່າງເປັນປົກກະຕິ;
  • ຄຸ້ມຄອງ ແລະ ກວດກາການນຳໃຊ້ງົບປະມານຂອງພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງສາລະວັນ ຕາມການອະນຸມັດຂອງ ແຂວງສາລະວັນ;
  • ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງກະຊວງ ແລະ ອົງການປົກຄອງແຂວງສາລະວັນ ຕາມກົດໝາຍທ້ອງຖິ່ນ;