ແຜນພັດທະນາ ການຫັນເປັນດິຈິຕອນ ແຂວງສາລະວັນ ໄລຍະ 5 ປີ ຄັ້ງທີ I (2025-2030)

ເພື່ອເຮັດໃຫ້ ວິໄສທັດ ແລະ ຍຸດທະສາດ ທີ່ໄດ້ກ່າວມາຂ້າງເທິງ ໄດ້ຮັບການຈັດຕັ້ງປະຕິບັດໄດ້ຢ່າງເປັນຮູບປະທຳ ຈຶ່ງຈຳເປັນຕ້ອງໄດ້ມີແຜນພັດທະນາດ້ານຕ່າງໆ ເພື່ອເປັນບ່ອນອີງໃນການຜັນຂະຫຍາຍໃນຊຸມປີຕໍ່ໜ້າ ຈຶ່ງໄດ້ວາງຄາດໝາຍສູ້ຊົນຕົ້ນຕໍ ໃນ 5 ປີຕໍ່ໜ້າ ດັ່ງນີ້:

  • ສົ່ງເສີມໃຫ້ເກີດມີການຄ້າເອເລັກໂຕຣນິກ ເປັນຮູບປະທຳ ເຊິ່ງປະກອບດ້ວຍ ພລັດຟອມການຄ້າເອເລັກໂຕຣນິກການຊຳລະຜ່ານເອເລັກໂຕຣນິກ, ໂລຊິດສະຕິກ, ຜະລິດຕະພັນ, ສິນຄ້າ ແລະ ການບໍລິການ.
  • ສົ່ງເສີມຜູ້ປະກອບການທຸລະກິດພາຍໃນໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະແມ່ນຜູ້ປະກອບການຂະໜາດກາງ, ນ້ອຍ ແລະ ສະຕາດອັບ ໃຫ້ມີການນຳໃຊ້ເຕັກໂນໂລຊີດິຈີຕອນ ແລະ ການຄ້າເອເລັກໂຕຣນິກ.
  • ຊຸກຍູ້ໃຫ້ມີນໍາໃຊ້ລະບົບຫ້ອງການທັນໄໝຂອງພາກລັດ ເປັນຕົ້ນ ລະບົບຄຸ້ມຄອງເອກະສານເອເລັກໂຕຣນິກ, ການສື່ສານພາຍໃນອົງກອນພາກລັດ ໃຫ້ທຸກພະແນກການອ້ອມຂ້າງແຂວງ ແລະ ເມືອງ ທີ່ມີຄວາມພ້ອມ.
  • ຊຸກຍູ້ໃຫ້ມີການຫັນບໍລິການ ຂອງພາກລັດ ໃຫ້ເປັນຮູບແບບອອນລາຍ ແລະ ຜ່ານປະຕູດຽວ ຢູ່ຂັ້ນແຂວງ.
  • ສົ່ງເສີມລະບົບການເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍ ໂດຍຜ່ານການເງິນ-ການທະນາຄານ, ການຊຳລະເອເລັກໂຕຣນິກ ເປັນຕົ້ນ ຜ່ານລະບົບທະນາຄານເອເລັກໂຕຣນິກ, ລະບົບການເງິນເອເລັກໂຕຣນິກເທິງໂທລະສັບມືຖື (Mobile Money).
  • ສົ່ງເສີມ ຂະຫຍາຍໂຄງລ່າງພື້ນຖານເຕັກໂນໂລຊີດິຈີຕອນຄວາມໄວສູງ ໄປໃນເຂດຊົນນະບົດ ແລະ ເຂດຈຸດສຸມພັດທະນາ.
  • ການນຳໃຊ້ເຕັກໂນໂລຊີດິຈີຕອນ ໃຫ້ຮັບປະກັນວຽກງານ ປກຊ-ປກສ ແລະ ມີຄວາມປອດໄພໃນການບໍລິຫານວຽກງານລັດ, ການດໍາເນີນທຸລະກິດ ແລະ ການນໍາໃຊ້ໃນສັງຄົມ.

ເພື່ອເຮັດໃຫ້ຄາດໝາຍສູ້ຊົນຂ້າງເທິງສາມາດຈັດຕັ້ງປະຕິບັດໄດ້ຕາມຄາດໝາຍ, ໃນແຜນການຫັນເປັນດີຈີຕອນ ແຂວງສາລະວັນ 5 ປີ ຄັ້ງທີ I (2025 – 20230) ຈຶ່ງໄດ້ກຳນົດເອົາ 9 ແຜນງານ ແລະ ບັນດາໂຄງການຕິດພັນ ເພື່ອເປັນແນວທາງ ໃນການຄົ້ນຄ້ວາ, ປັບປຸງ ແລະ ເປັນແຜນງານລະອຽດຂອງຕົນ ມີດັ່ງນີ້:

1. ແຜນງານທີ 1: ສ້າງ ແລະ ປັບປຸງນະໂຍບາຍ ແລະ ນິຕິກໍາໃຕ້ກົດໝາຍ.

ເພື່ອໃຫ້ການຫັນເປັນດິຈີຕອນ ມີປະສິດທິພາບ ແລະ ໄດ້ຮັບໝາກຜົນອັນສູງສຸດ, ພ້ອມດຽວກັນນັ້ນ ເພື່ອສາມາດສະໜອງບໍລິການທາງໄອຊີທີ ທີ່ມີການຄຸ້ມຄອງຢ່າງຮັດກຸມ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ຊົມໃຊ້ຜູ້ໃຫ້ບໍລິການ, ລວມເຖິງພັກ-ລັດ ກໍ່ຄຶຜົນປະໂຫຍດຂອງປະເທດຊາດ ແມ່ນປາສະຈາກບໍ່ໄດ້ ແຜນງານການສ້າງ ແລະ ປັບປຸງນະໂຍບາຍ ແລະ ລະບຽບ ໃນຂະແໜງການຕ່າງໆ ທີ່ກ່ຽວຂ້ອງ. ສາມາດແບ່ງອອກໄດ້ຄຶດັ່ງນີ້:

  • ສ້າງ ແລະ ປັບປຸງລະບຽບ ໃຫ້ຮັດກຸມ, ພຽບພ້ອມ ແລະ ທັນການກັບການປ່ຽນແປງ ແຕ່ລະໄລຍະ, ແນ່ໃສ່ຮັບປະກັນການຄຸ້ມຄອງຜົນປະໂຫຍດຂອງພັກ-ລັດ, ປະໂຫຍດ ແລະ ສິດ ຂອງຜູ້ປະກອບການ ແລະ ຜູ້ຊົມໃຊ້ເປັນຕົ້ນ: ນິຕິກໍາກ່ຽວກັບໄອຊີທີ, ການຄ້າ ແລະ ການບໍລິການທາງເອເລັກໂຕນິກ, ການປົກປ້ອງ ທາງເອເລັກໂຕຣນິກ ແລະ ຊັບພະຍາກອນໄອຊີທີ.
  • ສ້າງນະໂຍບາຍ ເພື່ອຊຸກຍູ້ການນຳໃຊ້ທຸກບໍລິການ ການຫັນເປັນດິຈີຕອນ ເພື່ອໃຫ້ທຸກພາກສ່ວນຮ່ວມມືໃນຂະບວນການດັ່ງກ່າວນີ້ຢ່າງຟົດຟື້ນ ແລະ ເປັນຂະບວນການ. ນອກນັ້ນ ແມ່ນການສ້າງນະໂຍບາຍ ອໍານວຍຄວາມສະດວກໃຫ້ແກ່ພາກສ່ວນເອກະຊົນໃນການລົງທຶນໃສ່ວຽກງານໄອຊີທີຂອງຂະແໜງການຕ່າງໆ ມັນຈະຊ່ວຍໃນການກະຕຸ້ນການຫັນເປັນດິຈີຕອນ ເປັນວົງກ້າງ.

ໂຄງການ ຫຼື ກິດຈະກໍາສະໜັບສະໜູນ.

  • ໂຄງການເຜີຍແຜ່ ແຜນພັດທະນາເສດຖະກິດດິຈີຕອນ ໃນຂອບເຂດທົ່ວແຂວງສາລະວັນ.
  • ໂຄງການສ້າງ ແລະ ປັບປຸງບັນດານິຕິກຳໃຕ້ກົດໝາຍກ່ຽວກັບຂະແໜງການເຕັກໂນໂລຊີ ແລະ ການສື່ສານ.

2. ແຜນງານທີ 2: ປັບປຸງ ແລະ ຂະຫຍາຍໂຄງລ່າງພື້ນຖານເຕັກໂນໂລຊີດິຈິຕອນ.

ຈະຕ້ອງໄດ້ມີການປັບປຸງໂຄງລ່າງພື້ນຖານດິຈີຕອນທີ່ມີຄວາມທັນສະໄໝ, ມີຄຸນນະພາບ, ມີຂະໜາດພຽງພໍ, ຄອບຄຸມທຸກພື້ນທີ່ຂອງແຂວງ, ສາມາດນຳໃຊ້ໂຄງລ່າງພື້ນຖານຮ່ວມກັນໄດ້ຢ່າງມີປະສິດທິພາບ ແລະ ຮັບປະກັນການໃຫ້ບໍລິການໄດ້ຢ່າງຕໍ່ເນື່ອງ. ໂດຍເລັ່ງໃສ່ບັນດາວຽກ ຕົ້ນຕໍຄຶ:

  • ປັບປຸງ ແລະ ຂະຫຍາຍລະບົບສາຍໄຍແກ້ວນຳແສງ ແລະ ອິນເຕີເນັດຄວາມໄວສູງແບບມີສາຍ FTTx ແລະ ແບບບໍ່ມີສາຍໄປຍັງເຂດຊຸມຊົນຕົວເມືອງໃຫ່ຍ.
  • ສົ່ງເສີມການນຳໃຊ້ຊັບພະຍາກອນໂຄງລ່າງພື້ນຖານດິຈີຕອນຢ່າງມີປະສິດທິພາບ ເປັນຕົ້ນ ການນຳໃຊ້ສາຍສົ່ງເສົາສົ່ງສັນຍານໂທລະຄົມມະນາຄົມ ຮ່ວມກັນ.

ໂຄງການ ຫຼື ກິດຈະກໍາສະໜັບສະໜູນ.

  • ເກັບກໍາຂໍ້ມູນ ເພື່ອປັບປຸງ ແລະ ຂະຫຍາຍພື້ນຖານໂຄງລ່າງ ໂທລະຄົມລະບົບ 4G/5G.

3. ແຜນງານທີ 3: ສົ່ງເສີມລັດຖະບານດິຈີຕອນ

ການນຳເອົາເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ໄອຊີທີ) ຫຼື ດິຈີຕອນ ມານຳໃຊ້ໃນຂະແໜງການຄຸ້ມຄອງວຽກງານລັດ ແລະ ບໍລິການປະຊາຊົນ ແມ່ນມີການຂະຫຍາຍຕົວ ແລະ ມີການນຳໃຊ້ຢ່າງກ້ວາງຂວາງ. ເຊິ່ງມັນໄດ້ກາຍເປັນເຄື່ອງມືທີ່ສຳຄັນ ໃນການອຳນວຍຄວາມສະດວກໃນການປະຕິບັດວຽກງານໃນທຸກຂະແໜງການຂອງພາກລັດ ແລະ ເອກະຊົນ.

ນອກຈາກນັ້ນ ກໍ່ຕ້ອງກະກຽມການຫັນປ່ຽນເປັນດິຈີຕອນ (Digital Transformation) ໃນທຸກຂະແໜງ ການ ເພື່ອຮອງຮັບການພັດທະນາທາງດ້ານດິຈີຕອນໃນອະນາຄົດ. ໃນແຜນນີ້ ຈະເລັ່ງໃສ່ບັນດາໜ້າວຽກຄື:

  • ຮັບປະກັນໃຫ້ມີລະບົບບໍລິຫານລັດທັນສະໄໝແບບດິຈີຕອນ ແຕ່ແຂວງ ລົງຮອດເມືອງ ທີ່ມີຄວາມພ້ອມ ເປັນຕົ້ນ ລະບົບກອງປະຊຸມທາງໄກ, ລະບົບເອກະສານເອເລັກໂຕຣນິກ, ລະບົບສື່ສານພາກລັດ, ລະບົບການນໍາໃຊ້ຖານຂໍ້ມູນຮ່ວມກັນ ແລະ ອື່ນໆ ທີ່ຈຳເປັນ.
  • ສ້າງໃຫ້ບັນດາພະນັກງານ-ລັດຖະກອນມີຄວາມຮູ້ຄວາມສາມາດພຽງພໍໃນການນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການປະຕິບັດດໜ້າທີ່ຂອງຕົນ.
  • ສົ່ງເສີມການນໍາໃຊ້ລະຫັດຊື່ອິນເຕີເນັດ .LA ແລະ  .ລາວ  ບັນດາພະແນກການ, ອົງການຈັດຕັ້ງພາກລັດ ແລະ ຫົວໜ່ວຍທຸລະກິດພາຍໃນແຂວງສາລະວັນ ໃຫ້ນໍາໃຊ້ກັນຢ່າງກ້ວາງຂວາງ.

ໂຄງການ ຫຼື ກິດຈະກໍາສະໜັບສະໜູນ.

  • ໂຄງການສ້າງຈຸດພິກັດລະບົບຖານຂໍ້ມູນ ດ້ວຍ google earth ໃຫ້ພະແນກການອ້ອມຂ້າງແຂວງ ແລະ ເມືອງ.
  • ໂຄງການຄົ້ນຄວ້າ-ທົດລອງ ແລະ ສົ່ງເສີມການນໍາໃຊ້ເຕັກໂນໂລຊີ AI ເຂົ້າໃນວຽກງານຂະແໜງການຕ່າງໆພາຍໃນແຂວງ.
  • ໂຄງການພັດທະນາ ແລະ ຂະຫຍາຍການນຳໃຊ້ລະບົບເວັບໄຊພາກລັດ (G-Web platform), ລະບົບຫ້ອງການທັນສະໄໝ (e-office), ລະບົບການສື່ສານຂອງພາກລັດ (G-Chat) ແລະ ນໍາໃຊ້ເອກະສານຮ່ວມກັນຂອງພັກລັດ (G-Drive, G-Share)
  • ໂຄງການຈັດຊື້ອຸປະກອນ ລະບົບກອງປະຊຸມທາງໄກ (Video Conference) ໃຫ້ຫ້ອງວ່າການເມືອງ 8 ເມືອງ.

4. ແຜນງານທີ 4: ເຜີຍແຜ່ ແລະ ຜັນຂະຫຍາຍລະບົບການຊຳລະດິຈີຕອນ

ຊຸກຍູ້ ໃຫ້ມີການຊໍາລະຜ່ານລະບົບດີຈີຕອນ ເພື່ອຮອງຮັບການຂະຫຍາຍຕົວຂອງເສດຖະກິດດິຈີຕອນ, ປະກອບສ່ວນເຂົ້າໃນການປະຕິບັດເງິນຕາ ແລະ ຮັກສາສະຖຽນລະພາບທາງດ້ານການເງິນໃຫ້ໝັ້ນຄົງ ແນໃສ່ເຮັດໃຫ້ປະຊາຊົນລາວໄດ້ໃຊ້ບໍລິການຊຳລະທີ່ປອດໄພ ແລະ ຕົ້ນທຶນຕໍ່າ ໂດຍເລັ່ງໃສ່ໃນການຫຼຸດຜ່ອນການນຳໃຊ້ແຊັກ ແລະ ເງີນສົດ ຫັນໄປໃຊ້ເຄື່ອງມືການຊຳລະແບບເອເລັກໂຕຣນິກເທື່ອລະກ້າວ.

ໂຄງການ ຫຼື ກິດຈະກໍາສະໜັບສະໜູນ.

  • ໂຄງການສົ່ງເສີມການນຳໃຊ້ເງິນເອເລັກໂຕຣນິກເທິງໂທລະສັບມືຖື (Mobile Money) ໃນການຊໍາລະຄ່າສິນຄ້າ ແລະ ການບໍລິການ ທົ່ວໄປ.

5. ແຜນງານທີ 5: ການພັດທະນາຊັບພະຍາກອນມະນຸດທທາງດ້ານດິຈີຕອນ

ແຂວງ ສາລະວັນ ມີຄວາມຕອ້ງການໃນການພັດທະນາກຳລັງຄົນ ເພື່ອເຮັດໃຫ້ຮອງຮັບກັບການຂະຫຍາຍຕົວ ຂອງການພັດທະນາເສດຖະກິດດິຈີຕອນໃນທຸກລະດັບ. ໃນແຜນງານນີ້ ຈະເລັ່ງໃສ່ບັນດາວຽກຕົ້ນຕໍຄຶ:

  • ສົ່ງເສີມ ໃຫ້ແກ່ພະນັກງານລັດ ຂັ້ນແຂວງ ລົງຮອດຂັ້ນເມືອງ ໃຫ້ສາມາດນຳໃຊ້ລະບົບຂໍ້ມູນຂ່າວສານ ແລະ ຊຖກຍູ້ບຸກຄະລາກອນ ໃຫ້ຮູ້ຈັກນຳໃຊ້ລະບົບບໍລິຫານລັດ ແລະ ບໍລິການລັດ ແບບດິຈີຕອນ.
  • ສົ່ງເສີມ ແລະ ສະໜັບສະໜູນໃຫ້ສະຖານບັນການສຶກສາ ທຸກຊັ້ນຂອງພາກລັດ ແລະ ເອກະຊົນ ຈັດການຮຽນການສອນ ແລະ ການຝຶກອົບຮົມທີ່ກ່ຽວຂ້ອງກັບການສ້າງຄວາມເຂັ້ມແຂງທັກສະທາງດ້ານດິຈີຕອນ.

ໂຄງການ ຫຼື ກິດຈະກໍາສະໜັບສະໜູນ.

  • ໂຄງການສ້າງຫຼັກສູດໄອຊີທີ ແລະ ເຕັກໂນໂລຊີດິຈີຕອນ ເຂົ້າໃນການຮຽນ ການສອນ ໃນຫຼັກສູດການສຶກສາຂັ້ນພື້ນຖານ ເປັນຕົ້ນໄປ.

6. ແຜນງານທີ 6: ສົ່ງເສີມການດຳເນີນທຸລະກິດ MSME ແລະ ການບໍລິການ

ການປັບປ່ຽນ MSME ຢູ່ພາຍໃນ ບົນພື້ນຖານຂອງເສດຖະກິດດິຈີຕອນ (Digital MSME) ເປັນການຊ່ວຍໃຫ້ MSME ສາມາດປ່ຽນແປງການດໍາເນີນທຸລະກິດແບບດັ່ງເດີມ ໄປສູ່ການດໍາເນີນທຸລະກິດແບບດິຈີຕອນ ໂດຍການໝູນໃຊ້ເຕັກໂນໂລຊີດິຈີຕອນ, ການສ້າງຄວາມເຂັ້ມແຂງພາຍໃນ ໄດ້ຢ່າງປະສິດທິພາບ ດ້ວຍການສົ່ງເສີມສະໜັບສະໜູນ ໃຫ້ເກີດການປະຍຸກນຳໃຊ້ເຕັກໂນໂລຊີດິຈີຕອນ ໃນທຸກຂະບວນການຂອງທຸລະກິດ. ໃນແຜນພັດທະນານີ້ ຈະເລັ່ງໃສ່ບັນດາວຽກຕົ້ນຕໍຄຶ:

  • ສົ່ງເສີມການພັດທະນາ MSME ໃນດ້ານການຄ້າດິຈີຕອນ (ທັງການຄ້າ ແລະ ການຕະຫຼາດ) ຜ່ານການຄ້າເອເລັກໂຕຣນິກດິຈີຕອນ ແລະ ສັງຄົມອອນລາຍ.
  • ຊຸກຍູ້ການຫັນ MSME ໄປສູ່ການນໍາໃຊ້ເຕັກໂນໂລຊີດິຈີຕອນ ໃນການເພີ້ມປະສິດພາບຂອງຫົວໜ່ວຍທຸລະກິດ.

ໂຄງການ ຫຼື ກິດຈະກໍາສະໜັບສະໜູນ.

  • ໂຄງການສົ່ງເສີມການນໍາໃຊ້ເຕັກໂນໂລຊີດີຈີຕອນ ເຂົ້າໃນທຸກຂະແໜງການ ເປັນຕົ້ນ: ການທ່ອງທ່ຽວ, ສາທາລະນະສຸກ, ການສຶກສາ ແລະ ການບໍລິການ.

7. ແຜນງານທີ 7: ສົ່ງເສີມການພັດທະນາກະສິກຳໃໝ່ດ້ວຍເຕັກໂນໂລຊີດິຈີຕອນ

ການພັດທະນາກະສິກຳຍຸກໃໝ່ ດ້ວຍເຕັກໂນໂລຊີດິຈີຕອນ ແມ່ນເຂົ້າມາມີບົດບາດສຳຄັນຕໍ່ກັບການເພີ່ມຄວາມສາມາດໃນການຜະລິດຂອງພາກກະສິກຳ ດ້ວຍການນຳເອົາເຕັກໂນໂລຊີດິຈີຕອນໄປຊ່ວຍໃນການບໍລິຫານຈັດການ ດ້ານການຕະຫຼາດ, ພື້ນທີ່ການປູກຝັງ, ການລ້ຽງສັດ, ການປະມົງ ແລະ ອື່ນໆ ເພື່ອໃຫ້ໄດ້ປະສິດທິພາບຜົນຜະລິດສູງຂຶ້ນ, ຫຼຸດຜ່ອນການໃຊ້ແຮງງານຄົນລົງ ເຮັດໃຫ້ມີແຮງງານທີ່ພຽງພໍໄປສູ່ພາກອຸດສາຫະກຳ ແລະ ບໍລິການຫຼາຍຂຶ້ນ, ຍົກລະດັບຄຸນນະພາບຊີວິດການເປັນຢູ່ໃຫ້ດີຂຶ້ນ, ມີລາຍໄດ້ໝັ້ນຄົງ, ຫຼຸດພົ້ນຈາກຄວາມທຸກຍາກ ໂດຍຜັນຂະຫຍາຍຕົນເອງຈາກກະສິກຳຜູ້ຜະລິດ ມາເປັນຜູ້ປະກອບການທາງກະສິກຳໃໝ່ ເຊີ່ງຈະເລັ່ງໃສ່ບັນດາວຽກຕົ້ນຕໍຄື:

  • ກະຕຸ້ນໃຫ້ເກີດການນຳໃຊ້ເຕັກໂນໂລຊີດິຈີຕອນ ແລະ ຂໍ້ມູນໃນການຜະລິດ ແລະ ບໍລິຫານຈັດການສິນຄ້າກະສິກຳຕັ້ງແຕ່ການປູກຝັງ, ການລ້ຽງສັດ, ການເກັບກ່ຽວການຜະລິດ ຈົນໄປເຖິງການບໍລິຫານຈັດການຕະຫຼອດຮອດການການສ້າງມູນຄ່າແບບຕ່ອງໂສ້.
  • ສົ່ງເສີມການປ່ຽນກະສິກຳດັ່ງເດີມ ໄປສູ່ການເປັນຜູ້ປະກອບການດິຈີຕອນທາງກະສິກຳ ທີ່ເນັ້ນການນຳໃຊ້ເຕັກໂນໂລຊີດິຈີຕອນ ໃນການຄ້າ, ການຕະຫຼາດ ໄປເຖິງຂະບວນການຈັດສົ່ງສິນຄ້າ ແລະ ການບໍລິການໃຫ້ກັບຜູ້ບໍລິໂພກ.
  • ຊຸກຍູ້ປັບປຸງ ແລະ ພັດທະນາແຫຼ່ງຮຽນຮູ້ດິຈີຕອນທາງກະສິກຳ ໃຫ້ຄົບຖ້ວນໜ້າສົນໃຈ, ເຂົ້າໃຈງ່າຍ ແລະ ປະຊາສຳພັນເພື່ອໃຫ້ຊາວກະສິກອນເຂົ້າເຖິງຂໍ້ມູນຂ່າວສານ, ອົງຄວາມຮູ້, ສາມາດໄປພັດທະນາອາຊີບໄດ້.

ໂຄງການ ຫຼື ກິດຈະກໍາສະໜັບສະໜູນ.

  • ໂຄງການ ຊຸກຍູ້ ແລະ ສະໜັບສະໜູນຜູ້ປະກອບການ MSME ໄປສູ່ການດໍາເນີນທຸລະກິດແບບດີຈີຕອນ ເພື່ອເພີ່ມປະສິດທິພາບໃນການເຮັດວຽກ.
  • ໂຄງການ ສົ່ງເສີມການນໍາໃຊ້ເຕັກໂນໂລຊີດີຈີຕອນ ເຂົ້າໃນທຸກຂະແໜງການ ເປັນຕົ້ນ: ການປຸກ, ການລ້ຽງ ແລະ ການບົວລະບັດຮັກສາ.

8. ແຜນງານທີ 8: ສົ່ງເສີມການນຳໃຊ້ລະບົບໂລຊິດສະຕິກສຳລັບການພັດທະນາເສດຖະະກິດດິຈີຕອນ

ສົ່ງເສີມໃຫ້ມີການເປີດກ້ວາງທຸລະກິດການບໍລິການໂລຊິດສະຕິກ ແລະ ໄປສະນີ ໃຫ້ມີຫຼາກຫຼາຍຜູ້ປະກອບການ ເພື່ອຊຸກຍູ້ໃຫ້ມີຜູ້ປະກອບການໂລຊິດສະຕິກ ແລະ ໄປສະນີ ດ້ວຍການບໍລິການ ແລະ ຜະລິດຕະພັນທີ່ຫຼາກຫຼາຍ, ເຊື່ອມໂຍງຕາໜ່າງ ແລະ ການບໍລິການໂລຊິດສະຕິກ ແລະ ໄປສະນີ ເຂົ້າກັບການບໍລິການການຄ້າແບບເອເລັກໂຕຣນິກ ເພື່ອຊຸກຍູ້ການດຳເນີນທຸລະກິດ ຂອງຜູ້ປະກອບການພາຍໃນແຂວງ ທັງຂອງລັດ ແລະ ເອກະຊົນ. ໃນແຜນພັດທະນານີ້ ຈະເລັ່ງໃສ່ບັນດາວຽກຕົ້ນຕໍຄື:

  • ກຳນົດໂຄງສ້າງລາຄາ ຂອງການບໍລິການໂລຊິດສະຕິກ ແລະ ໄປສະນີ ບົນພື້ນຖານການສ້າງຄວາມສະເໝີພາບ ຂອງການແຂ່ງຂັນ ແລະ ການກະຕຸນໃຫ້ເກີດມີການພັດທະນາ ຂອງການບໍລິການໃນການຈັດສົ່ງເຖີງບ້ານ, ການບໍລິການສົ່ງເຄື່ອງຝາກທີ່ມີການຂຶ້ນທະບຽນ ແລະ ນຳສົ່ງທັນເວລາ, ການຮັບປະກັນເຄື່ອງຝາກ ແລະ ອື່ນໆ.
  • ສົ່ງເສີມການພັດທະນາການບໍລິການແບບເອເລັກໂຕຣນິກ ເພື່ອສາມາດຕອບສະໜອງການເຊື່ອມໂຍ່ງເຂົ້າກັບລະບົບການຄ້າເອເລັກໂຕຣນິກ ເປັນຕົ້ນແມ່ນການ ຈັດການຂໍ້ມູນຂ່າວສານ, ການຊໍາລະ, ການຕິດຕາມ ແລະ ກວດກາເຄື່ອງຝາກໄປສະນີ.
  • ສົ່ງເສີມການນຳໃຊ້ຕາໜ່າງໂລຊິດສະຕິກ ແລະ ໄປສະນີ ໃນການຈັດສົ່ງ ແລະ ແຈກຢາຍສິນຄ້າທີ່ຊື້ຂາຍຜ່ານທາງເອເລັກໂຕຣນິກ ລະຫວ່າງເຈົ້າຂອງຮ້ານ ແລະ ຜູ້ຊື້.
  • ສົ່ງເສີມການນຳໃຊ້ຕາໜ່າງການບໍລິການໂລຊິດສະຕິກ ແລະ ໄປສະນີເປັນຜູ້ຈັດສົ່ງສິນຄ້າ ຈາກຜູ້ປະກອບການ ໄປຫາຕະລາດຈຳໜ່າຍ.

ໂຄງການ ຫຼື ກິດຈະກໍາສະໜັບສະໜູນ.

  • ໂຄງການ ຕິດຕາມ ແລະ ກວດກາ ລະບົບຖານຂໍ້ມູນຂອງຜູ້ປະກອບການດ້ານໄປສະນີ.

9. ແຜນງານທີ 9: ສ້າງຄວາມປອດໄພທາງດ້ານດິຈີຕອນ

ການໂຈມຕີທາງດ້ານໄຊເບີ ແມ່ນນັບມືນັບຫຼາຍຂຶ້ນດ້ວຍຫຼາຍຮູບການທີ່ນັບມື້ສະຫຼັບຊັບຊ້ອນຂຶ້ນ ເຂົ້າໃນທຸກຂະແໜງການທີ່ມີການນຳໃຊ້ເຕັກໂນໂລຊີດິຈີຕອນ ໂດຍສະເພາະແມ່ນ ທະນາຄານ, ອົງການຈັດຕັ້ງລັດ, ການຄ້າເອເລັກໂຕຣນິກ ແລະ ການບໍລິການຕ່າງໆ ທີ່ມີລະບົບ ແລະ ຖານຂໍ້ມູນສຳຄັນ ເພື່ອເຮັດໃຫ້ລະບົບຕ່າງໆ ນັ້ນເປັນອຳມະພາດ, ໂຈລະກຳຂໍ້ມູນທີ່ສຳຄັນໄປເຮັດໃຫ້ສູນເສຍທາງເສດຖະກິດ ຫຼື ຄວາມໝັ້ນຄົງຂອງປະເທດ ແລ້ວແຕ່ຈຸດປະສົງຂອງເຂົາ. ສະນັ້ນ, ຈຶ່ງມີຄວາມຈໍາເປັນຕ້ອງເອົາໃຈໃສ່ສ້າງຄວາມເຂົ້າໃຈ, ປ້ອງກັນ ແລະ ປາບປາມໄພຄຸກຄາມ ເຫຼົ່ານັ້ນໂດຍການຍົກລະດັບຄວາມຮັບປະກັນທາງດ້ານເຕັກນິກ ແລະ ຄວາມຮູ້ຄວາມສາມາດຂອງບຸກຄະລາກອນ ບໍ່ໃຫ້ຂໍ້ມູນ ຫຼື ລະບົບສໍາຄັນຕ່າງໆ ເຫຼົ່ານັ້ນຖືກເສຍຫາຍຈາກການຖືກໂຈມຕີ. ໃນແຜນພັດທະນານີ້ ຈະເລັ່ງໃສ່ບັນດາວຽກຕົ້ນຕໍຄຶ:

  • ສ້າງໃຫ້ມີນິຕິກຳຄວບຄຸມໃນການຮັກສາຄວາມໝັ້ນຄົງປອດໄພທາງໄຊເບີ, ເສີມຂະຫຍາຍຂີດຄວາມສາ ມາດຂອງບຸກຄະລາກອນກ່ຽວກັບວຽກງານຄວາມປອດໄພທາງໄຊເບີ.
  • ພັດທະນາບຸກຄະລາກອນວຽກງານຄວາມປອດໄພທາງໄຊເບີ ເປັນຕົ້ນ ການຝຶກອົບຮົມ-ສຳມະນາ, ການເຮັດກິດຈະກຳ, ການເຜີຍແຜ່ວຽກງານຄວາມປອດໄພທາງໄຊເບີ.

ໂຄງການ ຫຼື ກິດຈະກໍາສະໜັບສະໜູນ.

  • ໂຄງການເຜີຍແຜ່ ແລະ ປູກຈິດສໍານຶກກ່ຽວກັບຄວາມປອດໄພທາງໄຊເບີໃຫ້ແກ່ສັງຄົມ ໃນການນໍາໃຊ້ສື່ສັງຄົມອອນລາຍໃຫ້ສອດຄ່ອງຕາມກົດໝາຍ ແລະ ລະບຽບການ.
  • ໂຄງການ ສ້າງຄວາມເຂັ້ມແຂງ ລະບົບຄວາມປອດໄພ ທາງໄຊເບີ.