ເອກະສານ ແລະ ແບບຟອມ

 ອອກອະນຸຍາດໃໝ່

  1. ຊີວະປະຫວັດ
  2. ຮູບສີ 3×4 = 2 ໃບ (ພາຍໃນ 3 ເດືອນ)
  3. ໃບຄຳຮ້ອງ
  4. ໃບຢັ້ງຢືນທີ່ຢູ່
  5. ໃບມອບສິດ (ຜູ້ຕາງໜ້າ)
  6. ໃບຢັ້ງຢືນທີ່ຕັ້ງສຳນັກງານ
  7. ໃບທະບຽນວິສາຫະກິດ
  8. ໃບຢັ້ງຢືນ ຫຼື ໃບປະກາດ (ຖ້າບໍ່ມີ ໃຫ້ປະກອບໃບປະກາດ ຫຼື ໃບຢັ້ງຢືນຂອງວິຊາການໃສ່)
  9. ໃບຢັ້ງຢືນສະຖານະການເງິນຈາກທະນາຄານ ພາຍໃນ ສປປ ລາວ
  10. ບົດວິພາກເສດຖະກິດ ແລະ ເຕັກນິກ
  11. ສຳມະໂນຄົວ / ບັດປະຈຳຕົວ / ໜັງສືຜ່ານແດນ
  12. ສັນຍາອື່ນໆທີ່ກ່ຽວຂ້ອງກັບການດຳເນີນທຸລະກິດ (ຖ້າມີ)
  13. ເອກະສານອື່ນໆ ທີ່ຈຳເປັນ

 ຕໍ່ໃບອະນຸຍາດ (ຕ້ອງດຳເນີນການ ກ່ອນໃບອະນຸຍາດໝົດກຳນົດຢ່າງໜ້ອຍ 30 ວັນ)

  1. ໃບຄຳຮ້ອງ
  2. ໃບອະນຸຍາດສະບັບເກົ່າ (ຕົ້ນສະບັບ)
  3. ໃບມອບສິດ (ຜູ້ຕາງໜ້າ)
  4. ໃບທະບຽນວິສາຫະກິດ (ຖ້າມີການປ່ຽນແປງ)
  5. ໃບຢັ້ງຢືນການເສຍອາກອນ
  6. ບົດສະຫຼຸບການເຄື່ອນໄຫວດຳເນີນທຸລະກິດຜ່ານມາ
  7. ບົດສະຫຼຸບດ້ານການເງິນ
  8. ເອກະສານອື່ນໆ ທີ່ຈຳເປັນ

 ປ່ຽນແປງ, ໂຈະ ຫຼື ຍົກເລີກ ໃບອະນຸຍາດ

  1. ໃບຄຳຮ້ອງ
  2. ໃບສະເໜີ ເພື່ອຊີ້ແຈງເຫດຜົນ ໃນການຂໍປ່ຽນແປງ, ໂຈະ ຫຼື ຍົກເລີກໃບອະນຸຍາດ
  3. ສຳເນົາໃບອະນຸຍາດດຳເນີນທຸລະກິດ
  4. ເອກະສານອື່ນໆ ທີ່ຈຳເປັນ

 ຂັ້ນຕອນ ແລະ ເວລາ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດຳເນີນທຸລະກິດດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ຕ້ອງໄດ້ປະຕິບັດດັ່ງນີ້:

  1. ມີທະບຽນວິສາຫະກິດ ແລະ ສະໂນດນຳສົ່ງ ຈາກຂະແໜງການອຸດສາຫະກຳ ແລະ ການຄ້າ.
  2. ຍື່ນຄຳຮ້ອງ ແລະ ປະກອບເອກະສານ ຕາມແບບຟອມ ຂອງຂະແໜງການເຕັກໂນໂລຊີ ແລະ ການສື່ສານ.
  3. ຂະແໜງການເຕັກໂນໂລຊີ ແລະ ການສື່ສານ ກວດກາຄວາມຖືກຕ້ອງ ແລະ ຄົບຖ້ວນຂອງຂໍ້ມູນ ໃນການປະກອບເອກະສານຂໍໃບອະນຸຍາດ ແລ້ວແຈ້ງຕອບຜູ້ປະກອບການ ພາຍໃນ 15 ວັນ ທາງລັດຖະການ.
  4. ພາຍຫຼັງການປະກອບເອກະສານມີຄວາມຖືກຕ້ອງ, ຄົບຖ້ວນ ສົມບູນແລ້ວ ຂະແໜງການເຕັກໂນໂລຊີ ແລະ ການສື່ສານ ຈະໄດ້ຄົ້ນຄວ້າພິຈາລະນາ ອອກໃບອະນຸຍາດໃຫ້.

 ຄ່າທຳນຽມ ແລະ ຄ່າບໍລິການ

ລາຍລະອຽດມີຢູ່ໃນ ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 002/ປປທ, ລົງວັນທີ 17ມີຖຸນາ 2021.