ວິໄສທັດ ການຫັນເປັນດິຈິຕອນ ຂອງແຂວງສາລະວັນ ໄລຍະ 20 ປີ (2025-2045)

ອີງໃສ່ສະພາບແວດລ້ອມ, ສະພາວະຄວາມເປັນຈິງພາຍໃນວຽກງານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ແນວທາງຍຸດທະສາດຂອງການພັດທະນາ, ແຂວງສາລະວັນ ຈຶ່ງໄດ້ວາງ ວິໄສທັດ ການຫັນເປັນຈີຕອນ ຂອງແຂວງ ໄລຍະ 20 ປີ (2025-2045) ດັ່ງນີ້: ນໍາໃຊ້ເຕັກໂນໂລຊີດິຈີຕອນ ເປັນເຄື່ອງມືສໍາຄັນໃນການຂັບເຄື່ອນທຸກຂະແໜງການ ເພື່ອສ້າງເສດຖະກິດດິຈິຕອນ ແນໃສ່ປະກອບສ່ວນເຂົ້າໃນການຂະຫຍາຍຕົວຢ່າງເຂັ້ມແຂງ, ໝັ້ນທ່ຽງ ແລະ  ຍືນຍົງ ໄວ້ດັ່ງນີ້:

1. ເພີ່ມຄວາມອາດສາມາດໃນການແຂ່ງຂັນທາງດ້ານເສດຖະກິດ ດ້ວຍການນຳໃຊ້ນະວັດຕະກຳ ແລະ ເຕັກໂນໂລຊີດິຈີຕອນເປັນເຄື່ອງມືຫຼັກ ໃນການພັດທະນາຄວາມເປັນນະວັດຕະກຳ ຂອງການຜະລິດ, ການຈໍາໜ່າຍ, ການຕະຫຼາດ ແລະ ການບໍລິການທາງດ້ານເສດຖະກິດ.

  • ແຂວງ ສາລະວັນ ຈະໄດ້ປະໂຫຍດຈາກເຕັກໂນໂລຊີດິຈີຕອນໃນການພັດທະນານະວັດຕະກຳ ແລະ ສ້າງການເຄຶ່ອນໄຫວທຸລະກິດແບບໃໝ່ ແລະ ເຮັດໃຫ້ເສດຖະກິດດິຈີຕອນ ມີບົດບາດ ແລະ ຄວາມສຳຄັນຕໍ່ລະບົບເສດຖະກິດ ໃນປີ 2045.
  • ຊ່ວຍໃຫ້ຜູ້ປະກອບການທຸລະກິດພາຍໃນມີຄວາມເຂັ້ມແຂງ ໂດຍສະເພາະຜູ້ປະກອບການຂະໜາດກາງ, ນ້ອຍ ແລະ ສະຕາດອັບ ມີການນຳໃຊ້ເຕັກໂນໂລຊີດິຈີຕອນ, ນະວັດຕະກຳໃໝ່ໆ ໃນການສ້າງຄວາມສາ ມາດໃນການດຳເນີນທຸລະກິດ ແລະ ສ້າງໂອກາດໃນການເຂົ້າສູ່ຕະຫຼາດພາຍໃນ.

2. ປັບປຸງຂະບວນການເຮັດວຽກ ແລະ ການບໍລິການຂອງພາກລັດດ້ວຍເຕັກໂນໂລຊີດິຈີຕອນ ແລະ ການນຳໃຊ້ປະໂຫຍດຈາກຂໍ້ມູນເອເລັກໂຕຣນິກ ເພື່ອໃຫ້ການປະຕິບັດໂປ່ງໃສ, ມີປະສິດທິພາບ ແລະ ປະສິດທິຜົນ.

  • ຫັນການບໍລິການຂອງພາກລັດ ໃນທຸກຂະແໜງການ ເປັນການບໍລິການຜ່ານອອນລາຍ ເພື່ອໃຫ້ຍົກສູງລະດັບການບໍລິການ ໃຫ້ສະດວກ ວ່ອງໄວ; ເຮັດໃຫ້ປະຊາຊົນ, ທຸລະກິດ ແລະ ທຸກພາກສ່ວນ ສາມາດເຂົ້າເຖິງການບໍລິການສຳຄັນຂອງລັດ ຜ່ານຊ່ອງທາງອອນລາຍ.
  • ຫັນການບໍລິການ ຂອງພາກລັດ ໃຫ້ເປັນຮູບແບບຜ່ານປະຕູດຽວ.
  • ເຜີຍແຜ່ການນຳໃຊ້ລະບົບຫ້ອງການທັນສະໄໝຂອງພາກລັດ (e-office) ໃຫ້ບັນດາພະແນກການອ້ອມຂ້າງແຂວງ ແລະ ເມືອງ ເປັນຕົ້ນ: ການຄຸ້ມຄອງເອກະສານເອເລັກໂຕຣນິກ, ການສື່ສານພາຍໃນອົງກອນຂອງພາກລັດ, ສູນຂໍ້ມູນພາກລັດ, ເຄືອຂ່າຍພາກລັດ.

3. ສ້າງໂອກາດທາງສັງຄົມຢ່າງສະເໝີພາບດ້ວຍເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ (ໄອຊີທີ) ແລະ ການບໍລິ ການຜ່ານດິຈີຕອນ ເພື່ອຍົກລະດັບຄຸນນະພາບຊີວິດ ຂອງປະຊາຊົນໃຫ້ດິຂຶ້ນ ແລະ ມີການນຳໃຊ້ຢ່າງປອດໄພ.

  • ຂະຫຍາຍໂຄງລ່າງພື້ນຖານເຕັກໂນໂລຊີດິຈີຕອນ ໄປສູ່ຊົນນະບົດ ແລະ ເຂດຫ່າງໄກຊອກຫຼີກ ໃຫ້ທົ່ວເຖິງ.
  • ເຮັດໃຫ້ປະຊາຊົນບັດເຜົ່າ ສາມາດເຂົ້າເຖິງ ການບໍລິການໂທລະຄົມມະນາຄົມ, ອິນເຕີເນັດ ແລະ ການບໍລິ ການຜ່ານເຕັກໂນໂລຊີດິຈີຕອນ ຢ່າງທົ່ວເຖິງໃນລາຄາທີ່ເໝາະສົມ.
  • ເຮັດໃຫ້ປະຊາຊົນ ສາມານຳໃຊ້ເຕັກໂນໂລຊີດິຈີຕອນຢ່າງເປັນປະໂຫຍດ ແລະ ມີຄວາມປອດໄພ ເຂົ້າໃນການດຳລົງຊີວິດ, ການຜະລິດ, ການເຮັດທຸລະກິດ ເພື່ອຍົກສູງຊີວິດການເປັນຢູ່, ສາມາດສ້າງລາຍຮັບໃໝ່

4. ພັດທະນາຊັບພະຍາກອນມະນຸດທາງດ້ານດິຈີຕອນ ດ້ວຍການກະກຽມຄວາມພ້ອມໃຫ້ບຸກຄະລາກອນມີຄວາມຮູ້ ແລະ ທັກສະທີ່ເໝາະສົມ ໃນການດຳລົງຊີວິດ ແລະ ການປະກອບອາຊີບໃນຍຸກດິຈີຕອນ.

  • ນຳເອົາຫຼັກສູດໄອຊີທີ ແລະ ເຕັກໂນໂລຊີດິຈີຕອນ ເຂົ້າໃນການຮຽນ-ການສອນ ໃນຫຼັກສູດການສຶກສາຂັ້ນພື້ນຖານ ເປັນຕົ້ນໄປ.
  • ເຮັດໃຫ້ປະຊາຊົນມີຄວາມສາມາດ ໃນການພັດທະນາ ແລະ ນຳໃຊ້ເຄື່ອງອຸປະກອນ ແລະ ເຕັກໂນໂລຊີດິຈີຕອນ ຢ່າງມີປະສິດທິພາບ ບົນພື້ນຖານມີຄວາມຮັບຮູ້, ມີຄວາມເຂົ້າໃຈ ແລະ ມີທັກສະໃນການນໍາໃຊ້ຢ່າງຖືກຕ້ອງ ແລະ ເກີດປະໂຫຍດສູງສຸດ.
  • ສ້າງໃຫ້ມີພະນັກງານດ້ານເຕັກໂນໂລຊີດິຈີຕອນ ທີ່ມີຄວາມຮູ້ຄວາມສາມດ ແລະ ຄວາມເປັນຊ່ຽວຊານກັບຄວາມຮຽກຮ້ອງຕ້ອງການຂອງການຂະຫຍາຍຕົວທາງດ້ານເສດຖະກິດດິຈີຕອນ ຂອງແຂວງສາລະວັນ.