ວິທີການຫຼຸດຜ່ອນຄວາມຄຽດແບບບໍ່ຕ້ອງເພີ່ງຢາ

ຫຼາຍຄົນອາດຈະບໍ່ຮູ້ຕົວວ່າຕົກຢູ່ໃນສະພາບຂອງຄວາມຕືງຄຽດ ເພາະລື້ງເຄີຍແລ້ວກັບສະພາບດັ່ງກ່າວ  ຊື່ງໃນຊີວິດປະຈຳວັນກໍ່ຕ້ອງພົບກັບເຫດການດັ່ງກ່າວຢາກວ່າເກືອບທຸກໆມື້ ແລະບາງຄົນກໍ່ບໍ່ຍອມຮັບວ່າຕົນເອງມີຄວາມຄຽດ ອີກຢ່າງໜຶ່ງຜົນກະທົບແມ່ນມາຈາກຫຼາຍພະຍາດ ສາເຫດແທ້ຈີງແມ່ນມາຈາກຄວາມກົດດັນ, ຄວາມຄຽດ ແລະ ຕ້ອງເສຍຄ່າປິ່ນປົວໃນໄລຍະຍາວ ເຊັ່ນ: ໂລກກະເພາະອາຫານ, ພະຍາດຫົວໃຈ, ໂລກຊຶມເສົ້າ ແລະ ອື່ນໆ… ຈົນບາງເທື່ອຕ້ອງຫັນມາໃຊ້ຢາຫຼຸດຄວາມຄຽດເປັນທາງລັດ  ເຖິງແມ່ນວ່າຢາຫຼຸດຄວາມຄຽດຈະຊ່ວຍໃຫ້ຜ່ອນຄາຍແຕ່ກໍ່ເປັນພຽງເວ ລາສັ້ນໆ ເທົ່ານັ້ນ ເຊິ່ງໃນໄລຍະຍາວຈະສົ່ງຜົນໃຫ້ຮ່າງກາຍເຮົາເສຍຫາຍຫຼາຍ ມື້ນີ້ພວກເຮົາໄດ້ນໍາເອົາ 6 ວິທີງ່າຍໆ ທີ່ຈະຫຼຸດຜ່ອນຄວາມຄຽດ ຈະຊ່ວຍໃຫ້ທ່ານຜ່ອນຄາຍ ແລະ ທົດລອງນຳໄປໃຊ້ພ້ອມໆ ກັນ.
ວິທີທີ່ 1 : ປິ່ນປົວໂດຍການເຮັດໃນສິ່ງທີ່ເຈົ້າມັກ.
ວິທີຫຼຸດຜ່ອນຄວາມຄຽດທີ່ງ່າຍ ແລະ ໄວທີ່ສຸດ ແບບບໍ່ຕ້ອງໃຊ້ຢາຫຼຸດຄວາມຄຽດກໍ່ຄືການປ່ອຍວາງບັນຫາທຸກຢ່າງ ຫຼັງຈາກນັ້ນຫັນໄປສູ່ຄວາມສຸກໃນການເຮັດໃນສິ່ງທີ່ທ່ານຮັກ ບໍ່ປ່ອຍໃຫ້ຕົນເອງຢູ່ກັບບັນຫາດຽວແບບເດີມໆ ຊ້ຳໆ ຈົນກາຍເປັນຄວາມເຄັ່ງຕຶງແບບສະສົມ.
ຖ້າຄຽດຫຼາຍຮ່າງກາຍຈະປ່ອຍຮໍໂມນທີ່ເອີ້ນວ່າ: cortisol ເຊິ່ງເປັນຮໍໂມນທີ່ເຮັດໃຫ້ລະດັບນໍ້າຕານໃນຮ່າງ ກາຍເພີ່ມ ແລະ ເຮັດໃຫ້ລະບົບພູມຕ້ານທານຫຼຸດລົງ ເຮັດໃຫ້ຄົນທີ່ມີຄວາມຄຽດຫຼາຍກາຍເປັນໂລກອ້ວນ ແລະ ພະຍາດ ອື່ນໆ ຕາມມາໄດ້ງ່າຍ ສະນັ້ນເວລາຄຽດຄວນຊອກຫາກິດຈະກຳທີ່ທ່ານມັກເຮັດ ແລະ ຄວນຫຼີກລ້ຽງການໃຊ້ສານເຄມີທີ່ມີຜົນກະທົບຕໍ່ລະບົບປະສາດ ຫຼື ຢາຕ້ານຄວາມຄຽດ ເພາະເປັນອັນຕະລາຍຕໍ່ຮ່າງກາຍໄດ້.
ດັ່ງນັ້ນ ຈື່ງຄວນເລີ່ມຕົ້ນສ້າງພູມຕ້ານທານໃຫ້ກັບຮ່າງກາຍ ໂດຍການພະຍາຍາມສ້າງ Archuleta (Endorphin) ຫຼື ຮໍໂມນແຫ່ງຄວາມສຸກແມ່ນຮໍໂມນ cortisol ດ້ວຍວິທີການຫຼຸດຜ່ອນຄວາມຄຽດ ດ້ວຍການປ່ອຍໃຫ້ຮ່າງກາຍໃຫ້ພັກ ຜ່ອນຫຼາຍໆ ໃນແບບຂອງໂຕມັນເອງ ເຊັ່ນ: ອອກກຳລັງກາຍ, ເບີ່ງໜັງ, ຟັງເພັງ, ແຕ້ມຮູບ ແລະ ອື່ນໆ… ພຽງເທົ່ານີ້ທ່ານກໍ່ສາມາດຫຼຸດລະດັບຄວາມຄຽດ ແລະ ເພີ່ມລະດັບຄວາມສຸກໄດ້ດ້ວຍຕົນເອງແບບງ່າຍໆ ໄດ້ແລ້ວ.
ວິທີທີ່ 2 : ໃຊ້ອາຫານເປັນຕົວຊ່ວຍ.
ດັ່ງທີ່ໄດ້ກ່າວໄປແລ້ວ ເມື່ອຕົກຢູ່ໃນສະຖານະການຄວາມກົດດັນ ຫຼື ຄຽດຫຼາຍ ຈະເຮັດໃຫ້ທ່ານຫິວ ແລະ ກິນອາຫານໃນປະລິມານຫຼາຍກວ່າປົກກະຕິ ຊຶ່ງຖ້າຫາກວ່າທ່ານບໍ່ຮູ້ຄວບຄຸມ ປ່ອຍໃຫ້ກິນຕາມໃຈປາກ ໃນທີ່ສຸດກໍ່ຈະທົນທຸກກັບສະພາບທີ່ບໍ່ດີ ຍ້ອນນ້ໍາຫນັກຂື້ນ ແລະ ບັນຫາສຸຂະພາບຊໍ້າເຮື້ອ.
ສະນັ້ນ, ຄວນເລືອກກິນອາຫານທີ່ມີປະໂຫຍດ ໂດຍສະເພາະແມ່ນສານອາຫານທີ່ມີວິຕາມິນບີ ທີ່ມາຈາກຊີ້ນເຊັ່ນ: ປາ, ສັດປີກ, ເມັດພືດ, ໄຂ່, ໝາກຖົ່ວ, ນົມ ແລະ ຜັກໃບຂຽວ ເພື່ອຊ່ວຍຮັກສາລະດັບພະລັງງານທີ່ສູນເສຍຈາກອາການຄຽດ ເຮັດໃຫ້ສະໝອງເຮັດວຽກໄດ້ດີຂຶ້ນ ແລະ ຮູ້ສຶກເມື່ອຍໜ້ອຍລົງ.
ນອກຈາກນີ້ ການເພີ່ມວິຕາມິນ C ແມກນີຊຽມ ແລະ ໂພແທດຊຽມ ແມ່ນເຮັດໃຫ້ຮ່າງກາຍທີ່ກິນອາຫານ ສາ ມາດຊ່ວຍຫຼຸດຜ່ອນອາການຄຽດ, ຫຼຸດຜ່ອນການໂສກເສົ້າ ແລະ ເຮັດໃຫ້ອາລົມດີຂຶ້ນເຊັ່ນກັນ ເຫັນແລ້ວແມ່ນບໍ່? ພຽງແຕ່ເລືອກອາຫານທີ່ຖືກຕ້ອງ ກໍ່ສາມາດເຮັດໃຫ້ຮ່າງກາຍສົດຊື່ນ ແລະ ຫຼຸດຜ່ອນຄວາມເຄັ່ງຕຶງ ໂດຍບໍ່ຈໍາເປັນຕ້ອງເພີ່ງຢາຕ້ານຄວາມຄຽດ.
ວິທີທີ່ 3 :  ປິ່ນປົວອາການຄຽດດ້ວຍການກອດ.
ໃຜຈະຮູ້ວ່າພຽງແຕ່ການກອດຈາກຄົນຮັກ ຫຼື ການກອດສັດລ້ຽງ ຈະຊ່ວຍໃຫ້ອາການຄຽດເບົາບາງຢ່າງບໍ່ຫນ້າເຊື່ອ! ເນື່ອງຈາກວ່າການສໍາພັດແມ່ນຫນຶ່ງໃນວິທີທີ່ຊ່ວຍໃນການປິ່ນປົວຄວາມຄຽດ ໃຫ້ມີປະສິດທິພາບຫຼາຍກ່ວາຢາຕ້ານຄວາມຄຽດ ຍ້ອນວ່າມັນຊ່ວຍຜະລິດອອກຊີໂທຊິນ (Oxytocin) ເຊິ່ງເປັນສານທີ່ຊ່ວຍຫຼຸດຜ່ອນຄວາມຄຽດ, ສ້າງຄວາມສຸກ ແລະ ເພີ່ມຄວາມອົບອຸ່ນໃຫ້ກັບຜູ້ໃຫ້ ແລະ ຜູ້ຮັບໄດ້ຫຼາຍເປັນພິເສດ ການກອດກໍ່ຄືກັນກັບຢາທາງໃຈ ທີ່ສາມາດເຮັດໃຫ້ຮ່າງກາຍ ແລະ ຈິດໃຈຂອງທ່ານມີສຸຂະພາບດີຂື້ນໄດ້ງ່າຍ ໂດຍວິທີການກອດແຕ່ລະຄົນສ້າງຄວາມຮູ້ສຶກທີ່ດີ ແລະ ແຕກຕ່າງກັນ ເຊັ່ນ:
• ການກອດ ແບບຕາຕໍ່ຕາ Eye to eye : ເປັນການກອດທີ່ເບິ່ງເຂົ້າໄປໃນຕາ ເໝາະສົມທີ່ຈະເປັນທ່າກອດສຳລັບຄູ່ຮັກທີ່ຢາກສ້າງຄວາມຮູ້ສຶກແບບຜ່ອນຄາຍ, ຄວາມໝັ້ນຄົງຕໍ່ກັນ ແລະ ກັນ.
• ການກອດແບບ The Reach Around : ແມ່ນການກອດໝູ່ເພື່ອນທີ່ໃຊ້ແຂນຂ້າງໜື່ງວາງຢູ່ເທິງບ່າຂອງຝ່າຍກົງກັນຂ້າມ ຊື່ງຈະເຮັດໃຫ້ມີຄວາມຮູ້ສຶກແບບເປັນມິດ, ຄວາມໄວ້ວາງໃຈ ແລະ ປອດໄພ ສຳລັບຜູ້ທີ່ໄດ້ສຳພັດ.
• ການກອດແບບ The Protector : ເປັນການກອດແອວຈາກທາງຫລັງ ເຮັດໃຫ້ຄົນທີ່ກອດຮູ້ສຶກໄວ້ໃຈ, ອົບອຸ່ນ ແລະ ໄດ້ຮັບຄວາມສໍາຄັນຈາກຄົນໃກ້ຊິດ.
ວິທີທີ່ 4 : ກິດຈະກໍາທີ່ຊ່ວຍຝຶກຈິດໃຈ.
ສຳລັບໃຜທີ່ມີບັນຫາເລື່ອງຄວາມຄຽດ ຈົນເຖີງວິຕົກກັງວົນ ຊື່ງແມ່ນພະຍາດທີ່ຄົນຢ້ານກົວ, ວິຕົກກັງວົນ ຊື່ງບໍ່ສາມາດທີ່ຈະປ່ອຍວາງ ຫຼື ຢຸດຄິດໃນເລື່ອງເກົ່າໆ ໄດ້ ການປິ່ນປົວເບື້ອງຕົ້ນອາດຈະບໍ່ຊ່ວຍໄດ້ ຈົນບາງເທື່ອຕ້ອງຫັນມາໃຊ້ຢາຕ້ານຄວາມຄຽດ ເພື່ອເປັນທາງອອກໃຫ້ຫຼຸດຄວາມວິຕົກກັງວົນ ເນື່ອງຈາກວ່າຢາຕ້ານຄວາມຄຽດອອກລິດຢາໄວ ແລະ ທັນໃຈ.
ແຕ່ພວກເຮົາຂໍແນະນໍາໃຫ້ຄົນທີ່ມີອາການຄຽດ, ຄວາມກັງວົນພະຍາຍາມຝຶກສະຕິ ແລະ ຈິດໃຈ ເພື່ອປັບພຶດຕິກຳ ແລະ ຫຼຸດຜ່ອນຄວາມວິຕົກກັງວົນຈາກອາການດັ່ງກ່າວ ເຊັ່ນ: ການອອກກຳລັງກາຍ, ຝຶກການຄວບຄຸມຫາຍໃຈ, ຝຶກ Yoga ຫຼື ການຝຶກສະມາທິ ແລະ ອື່ນໆ ວິທີເຫຼົ່ານີ້ຈະຊ່ວຍໃຫ້ຈິດໃຈສະຫງົບ, ມີສະຕິ ແລະ ຮັບມືກັບຄວາມວິຕົກກັງວົນໃຫ້ຈິດໃຈດີຂຶ້ນ.
ແຕ່ກ່ອນເຂົ້າສູ່ຂະບວນການຝຶກຈິດໃຈດ້ວຍເຕັກນິກຕ່າງໆ ຢ່າງຄ່ອງແຄ້ວ ແລະ ບໍ່ຮູ້ສຶກວ່າຖືກບັງຄັບ ກ່ອນອື່ນໝົດຕ້ອງປະຕິບັດແນວຄິດໃນທາງບວກໃຫ້ໄດ້ເສຍກ່ອນ ເພື່ອປັບລະບົບຄວາມຄິດທີ່ວົນວຽນໃນເລື່ອງເກົ່າໆ ໃຫ້ອອກມາສູ່ໂລກກວ້າງ ແລະ ເຫັນທາງອອກທີ່ຈະແຈ້ງຊັດເຈນສຳລັບຕົນເອງ.
ວິທີທີ່ 5 : ອອກກໍາລັງກາຍເບົາໆ.
ການນັ່ງຢູ່ໂຕະເຮັດວຽກໝົດມື້ ສຸມໃສ່ເອກະສານທີ່ບໍ່ສາມາດສໍາເລັດໄດ້ຕາມເວລາໃນມື້ນັ້ນ ນອກຈາກຈະເຮັດໃຫ້ສະສົມຄວາມຄຽດ ແລະ ຄວາມເມື່ອຍລ້າຕະຫຼອດມື້ແລ້ວ ມັນຍັງເຮັດໃຫ້ຮ່າງກາຍພົບກັບພະຍາດທີ່ເອີ້ນວ່າ ‘Office Syndrome’ ໄດ້ເຊັ່ນກັນ.
ການອອກກຳລັງກາຍເບົາໆ ດ້ວຍທ່າບໍລິຫານຕ່າງທ ຈະຊ່ວຍຫຼຸດຜ່ອນຄວາມເຈັບປວດຈາກພະຍາດຫ້ອງການໄດ້ໃນລະດັບໃດຫນຶ່ງ (ໃນກໍລະນີທີ່ມີອາການບໍ່ຫຼາຍ) ແລະ ຍັງຖືວ່າເປັນການພັກຜ່ອນຈາກຄວາມກົດດັນທີ່ຕ້ອງພົບຕະຫຼອດມື້ ແລະ ຍັງຊ່ວຍໃຫ້ມີສະມາທິໃນການເຮັດວຽກໄດ້ອີກທາງຫນຶ່ງອີກດ້ວຍ.
ວິທີທີ່ 6 : ປ່ຽນບັນຍາກາດໃຫ້ເໝາະສົມກັບການຜ່ອນຄາຍ.
ນອກຈາກວິທີການຫຼຸດຜ່ອນຄວາມຄຽດຈາກຮ່າງກາຍ ແລະ ຈິດໃຈ ອີກວິທີໜຶ່ງທີ່ຈະຫຼຸດຜ່ອນຄົນທີ່ຢູ່ໃນສະ ພາວະຄວາມຄຽດຕະຫຼອດມື້ ລວມໄປເຖີງຢູ່ບ່ອນເຮັດວຽກ ແມ່ນການຫຼຸດຜ່ອນປ່ຽນບັນຍາກາດອ້ອມຕົວໃຫ້ມີສະມາ ທິ ແລະ ສາມາດຜ່ອນຄາຍຄວາມຄຽດໄດ້ແທ້.
ບັນຍາກາດຂອງສະພາບແວດລ້ອມບໍ່ວ່າຈະຢູ່ໃນເຮືອນ ຫຼື ບ່ອນເຮັດວຽກ ຄວນຖືກອອກແບບໃຫ້ເປັນແບບທຳມະຊາດ ບໍ່ວ່າຈະເປັນແສງສະຫວ່າງ, ສຽງ ຫຼື ກິ່ນທັງໝົດເຫຼົ່ານີ້ ກໍ່ສາມາດຊ່ວຍການກະຕຸ້ນໃຫ້ເກີດການຜ່ອນຄາຍໄດ້ ແລະໃນເວລາທີ່ທ່ານອາໄສຢູ່ໃນບັນຍາກາດດີໆ ບໍ່ຈໍາເປັນຕ້ອງເພີ່ງຢາຕ້ານຄວາມຄຽດໃຫ້ເສຍສຸຂະພາບ.
ສະຫຼຸບ: ວິທີການຫຼຸດຜ່ອນຄວາມຄຽດ
ມີຫຼາຍວິທີທີ່ຈະຫຼຸດຜ່ອນຄວາມຄຽດທີ່ທ່ານສາມາດເລືອກໄດ້ ແຕ່ສິ່ງໜື່ງທີ່ສໍາຄັນທີ່ສຸດ ທີ່ຈະປິ່ນປົວຈາກພະຍາດຊໍາເຮື້ອນີ້ແມ່ນການຍອມຮັບ ແລະ ຢຸດເຊົາການວາງຄວາມຄຽດໃສ່ຕົວທ່ານເອງ ແລະ ບໍ່ຄວນເລືອກໃຊ້ຢາຫຼຸດ ຜ່ອນຄວາມຄຽດເປັນທາງລັດໃນການແກ້ໄຂບັນຫາ ເນື່ອງຈາກຢາທີ່ໃຊ້ໃນການຫຼຸດຜ່ອນຄວາມຄຽດເປັນເວລາດົນ ຈະມີຄວາມສ່ຽງຕໍ່ການເກີດການດື້ຢາ ເຊິ່ງຈະສົ່ງຜົນກະທົບທີ່ບໍ່ດີຕໍ່ຮ່າງກາຍຂອງພວກເຮົາໂດຍກົງ.
https://www.medialaos.com/

Leave a Reply

Your email address will not be published. Required fields are marked *