ພາລະບົດບາດ

ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ສາລະວັນ, ຂຽນເປັນຕົວອັກສອນຫຍໍ້ “ ພຕສ ” ແລະ ຂຽນເປັນພາສາອັງກິດວ່າ”Department of Technology and Communications of Salavan Province” ເປັນຕົວອັກສອນຫຍໍ້ “DTC” ແມ່ນກົງຈັກການຈັດຕັ້ງໜຶ່ງຂອງແຂວງ, ຢູ່ພາຍໃຕ້ການນຳພາ-ຊີ້ນໍາ ແລະ ຄຸ້ມຄອງດ້ານຊີວິດການເມືອງຂອງອົງການປົກຄອງແຂວງ ແລະ ຢູ່ພາຍໃຕ້ການຊີ້ນໍາ, ຄຸ້ມຄອງ, ຕິດຕາມ, ກວດກາດ້ານວິຊາການ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີພາລະບົດບາດເປັນເສນາ ທິການໃຫ້ແກ່ເຈົ້າແຂວງ ແລະ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການຄຸ້ມຄອງ ວຽກງານໄປສະນີ ແລະ ການສື່ສານ, ວຽກງານດີຈິຕ້ອນ ແລະ ຄວາມປອດໄພໄຊເບີ, ວຽກງານເຕັກໂນໂລຊີ ແລະ ນະວັດຕະກຳໃນທົ່ວແຂວງ.