ຍຸດທະສາດ ການຫັນເປັນດີຈີຕອນ ຂອງແຂວງສາລະວັນ ໄລຍະ 10 ປີ (2025-2035)
ເພື່ອຂັບເຄື່ອນ ການຫັນເປັນດີຈີຕອນ ຂອງແຂວງສາລະວັນ ໄປຕາມວິໄສທັດ ທີ່ວາງໄວ້ຂ້າງເທິງ ມີດັ່ງນີ້:
1. ການສ້າງ ແລະ ປັບປຸງນິຕິກຳ
ນິຕິກຳ ຫຼື ລະບຽການແມ່ນເຄື່ອງມືທີ່ສຳຄັນ ຂອງການປະຕິບັດນະໂຍບາຍທາງດ້ານສັງຄົມ, ເສດຖະກິດ ເພື່ອເຮັດໃຫ້ ການຫັນເປັນດີຈີຈີຕອນ ມີການຂັບເຄື່ອນໄປໃນທາງທີ່ດີ. ບັນດານິຕິກໍາ ທີ່ມີຄວາມສອດຄ່ອງ ແລະ ສົ່ງເສີມກັນແມ່ນມີຄວາມຈໍາເປັນສູງ ເພື່ອສ້າງສະພາບແວດລ້ອມຂອງການພັດທະນາຢ່າງຍືນຍົງ ແລະ ແນວໂນ້ມໃນການພັດທະນານິຕິກຳ ແລະ ມີການຂະຫຍາຍຕົວຢ່າງໝັ້ນຄົງ.
2. ການປັບປຸງ ແລະ ຂະຫຍາຍໂຄງລ່າງພື້ນຖານ
ປັບປຸງເຄື່ອຂ່າຍພາກລັດ ໃຫ້ເປັນເສັ້ນທາງໃນການຮັບ-ສົ່ງ ຂໍ້ມູນ ລະຫວ່າງຂະແໜ່ງການຕ່າງໆ ໃຫ້ມີຄວາມປອດໄພສູງ, ປັບປຸງ ແລະ ໂຄງລ່າງພື້ນຖານໂທລະຄົມມະນາຄົມ ແລະ ອິນເຕີເນັດຄວາມໄວສູງ ລະບົບ4G ກວມເອົາ 8 ເມືອງ ແລະ ເຂດຈຸດສຸມພັດທະນາຂອງແຂວງ, ສູ້ຊົນຂະຫຍາຍສັນຍານໂທລະສັບມືຖື ໃຫ້ຄວບຄຸມພື້ນທີ່ທົ່ວແຂວງສາລະວັນ, ໃນນັ້ນ ເນັ້ນຂະຫຍາຍໄປຍັງເຂດຫ່າງໄກ ແລະ ເຂດຍຸດທະສາດຮັບໃຊ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຊິ່ງການຂະຫຍາຍຕົວ ແລະ ຄວາມກ້າວໜ້າຂອງໂຄງລ່າງເຕັກໂນໂລຊີດິຈີຕອນ ຈະສົ່ງຜົນໃຫ້ເສດຖະກິດດິຈີຕອນມີການພັດທະນາ ແລະ ຂະຫຍາຍຕົວຂຶ້ນ.
3. ເຜີຍແຜ່ ແລະ ການນຳໃຊ້ພລັດຟອມ
ພລັດຟອມ (Platform) ແມ່ນບັນດາຊອບແວພື້ນຖານທີ່ຈໍາເປັນ ສາມາດເຮັດໃຫ້ເກີດທຸລະກໍາ ແລະ ແລກ ປ່ຽນຂໍ້ມູນຮ່ວມກັນ ໃນຮູບແບບອອນລາຍ ເພື່ອສົ່ງເສີມວຽກງານການບໍລິຫານລັດ, ການຄ້າ, ການຊຳລະ ແລະ ການທະນາຄານ ໃນຮູບແບບດິຈີຕອນ. ຊຸກຍູ້ ສົ່ງເສີມບັນດາພະແນກການ, ອົງການທຽບເທົ່າຂັ້ນແຂວງ ແລະ ອົງການທຽບເທົ່າຂັ້ນເມືອງ ໄດ້ຫັນມານຳໃຊ້ເອັບພຣີເຄຊັ້ນຂອງລັດຖະບານ ເຊັ່ນ: ເອັບພຣີເຄຊັ້ນສື່ສານພາກລັດ G-Chat, ລະບົບ G-Drive, G-Share, ລະບົບ G-Web platform ແລະ ລະບົບຫ້ອງການທັນສະໄໝ e-office.
4. ການພັດທະນາຊັບພະຍາກອນມະນຸດ
ເສດຖະກິດດິຈີຕອນຈະໂດດເດັ່ນ ກໍ່ຕໍ່ເມື່ອລະດັບຄວາມຮູ້ດິຈີຕອນຂອງປະຊາຊົນດິຂຶ້ນ ເຊິ່ງປະຈຸບັນລະດັບຄວາມຮູ້ຂອງປະຊາຊົນບໍ່ສາມາດອ່ານ ແລະ ຂຽນໜັງສືເທົ່ານັ້ນ ແຕ່ມັນຍັງກວມເອົາຄວາມຮູ້ທາງດ້ານດິຈີຕອນ ທີ່ສາມາດນຳໃຊ້ເຕັກໂນໂລຊີຢ່າງມີຄວາມສາມາດ, ຕີຄວາມໝາຍ ແລະ ເຂົ້າໃຈເນື້ອໃນຂອງດິຈີຕອນ ແລະ ເຂົ້າເຖິງການນຳໃຊ້ດ້ວຍຄຸນນະພາບ, ປະດິດສ້າງ, ຄົ້ນຄ້ວາ ແລະ ສື່ສານດ້ວຍເຄື່ອງມືທີ່ເໝາະສົມ. ເຊິ່ງໃນປະຈຸບັນນີ້ ການສົ່ງເສີມການຮຽນຮູ້ ແລະ ທັກສະເຕັກໂນໂລຊີດິຈີຕອນ ເຂົ້າໃນລະບົບການສຶກສາໃນທຸກລະດັບ, ສະໜັບສະໜູນການຝຶກອົບຮົມ ແລະ ສ້າງຄວາມຮູ້, ຄວາມສາມາດຂອງພະນັກງານ-ລັດຖະກອນໃນການນຳໃຊ້ເຕັກໂນໂລຊີດິຈີຕອນ ເພື່ອຍົກສູງການຄຸ້ມຄອງ ການບໍລິຫານຂອງລັດ.
5. ການພັດທະນາຄວາມປອດໄພຂອງການນຳໃຊ້ເຕັກໂນໂລຊີດິຈີຕອນ
ຈຸດປະສົງຂອງຍຸດທະສາດນີ້ ເພື່ອລົງເຄື່ອນໄຫວເຜີຍແຜ່ເຊື່ອມຊຶມ ປຸກຈິດສຳນຶກໃນການນຳໃຊ້ສື່ສັງຄົມອອນລາຍ ໃຫ້ທົ່ວສັງຄົມພາຍໃນແຂວງ ໄດ້ຮັບຮູ້ເຂົ້າໃຈໃນດ້ານຄວາມປອດໄພທາງໄຊເບີ ເພື່ອຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆ ທາງລະບົບຄອມພີວເຕີ, ຕິດຕາມກວດກາຂໍ້ມູນຂ່າວສານຜ່ານອິນເຕີເນັດ, ປ້ອງກັນຂ່າວປອມ, ປ້ອງກັນຂໍ້ມູນຂ່າວສານ ທີ່ບໍ່ມີມູນຄວາມຈິງ, ປ້ອງກັນຂໍ້ມູນຂ່າວສານ ທີ່ທໍາລາຍຄວາມໝັ້ນຄົງຂອງຊາດ ຄວາມສະຫງົບສຸກຂອງສັງຄົມ.
6. ການນຳໃຊ້ເຕັກໂນໂລຊີດິຈີຕອນ
ເພື່ອໂຄສະນາ ເຜີຍແຜ່ ໃຫ້ສັງຄົມຮູ້ຈັກ ແລະ ນຳໃຊ້ຜະລິດຕະພັນ ແລະ ການບໍລິການທີ່ກ່ຽວຂ້ອງກັບເສດຖະກິດດິຈີຕອນ, ເປັນຕົ້ນແມ່ນການສົ່ງເສີມໃຫ້ມີການໝູນໃຊ້ລະບົບ AI ເພື່ອໃຫ້ສອດຄ່ອງກັບວຽກງານໃນແຕ່ລະຂະແໜງການ, ເຮັດໃຫ້ເຕັກໂນໂລຊີດິຈີຕອນ ກາຍເປັນໜຶ່ງໃນປັດໃຈພື້ນຖານທີ່ຈໍາເປັນໃນການດໍາລົງຊີວິດ ແລະ ເຄື່ອນໄຫວທຸລະກິດ.