ຂອບເຂດສິດ

ມາດຕາ 4 ຂອບເຂດສິດ 

  • ສະເໜີພາກສ່ວນທີ່ກຽ່ວຂ້ອງໃນການປັບປຸງ, ສ້າງຕັ້ງ ຫຼື ລົບລ້າງ ກົງຈັກການຈັດຕັ້ງ ແລະ ຕຳແນ່ງງານ ທີ່ຂຶ້ນກັບສິດຄຸ້ມຄອງຂອງ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງສາລະວັນ ໃນເມື່ອເຫັນວ່າບໍ່ສອດຄ່ອງ;
  • ສະເໜີປັບປຸງກົດໝາຍ, ລະບຽບການ, ຂໍ້ກຳນົດ, ມະຕິ, ຄຳສັ່ງ, ຂໍ້ຕົກລົງ, ແຈ້ງການ ແລະ ອື່ນໆ ທາງດ້ານວຽກງານເຕັກໂນໂລຊີ ແລະ ການສື່ສານ ທີ່ບໍ່ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງ ແຂວງສາລະວັນ ໃນແຕ່ລະໄລຍະ;
  • ເຈລະຈາ, ພົວພັນ ແລະ ເຊັນສັນຍາ, ອະນຸສັນຍາ ຫຼື ຂໍ້ຜູກພັນອື່ນໆ ກັບພາກສ່ວນຕ່າງໆ ພາຍໃນ ແລະ ຕ່າງປະເທດ ກຽ່ວກັບວຽກງານດ້ານເຕັກໂນໂລຊີ ແລະ ການສື່ສານ ຢູ່ພາຍໃນຄວາມຮັບຜິດຊອບຂອງຕົນ ຕາມການເຫັນດີຂອງ ແຂວງສາລະວັນ ແລະ ກະຊວງ;
  • ອອກແຈ້ງການ, ຂໍ້ຕົກລົງ, ຄຳແນະນຳ ແລະ ລະບຽບການອື່ນໆ ທີ່ບໍ່ຂັດກັບກົດໝາຍ, ລະບຽບການຂອງກະຊວງ ວາງອອກ, ເຖິງບັນດາຫົວໜ່ວຍທຸລະກິດທີ່ຂຶ້ນກັບ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ແລະ ຂະແໜງການອື່ນອ້ອມຂ້າງ ແຂວງສາລະວັນ;
  • ອອກ, ສຶບຕໍ່, ໂຈະ, ຖອກ, ຍົກເລີກ ໃບອະນຸຍາດດຳເນີນວຽກງານທຸລະກິດດ້ານເຕັກໂນໂລຊີ ແລະ ການສື່ສານ, ການນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານລະບົບໂຟນີ ແລະ ເຄື່ອງບິນບໍ່ມີຄົນຂັບ (Drone) ທີ່ຢູໃນຄວາມຮັບຜິດຊອບຂອງຕົນ ຕາມການມອບໝາຍ ຂອງກະຊວງ ໃນແຕ່ລະໄລຍະ;
  • ເກັບຄ່າທຳນຽມ, ຄ່າບໍລິການ ດ້ານເຕັກໂນໂລຊີ ແລະ ການສື່ສານ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ແລະ ຕາມລະບຍບກົດໝາຍກຳນົດ;
  • ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ກັກຢຶດ ອຸປະກອນ-ຜະລິດຕະພັນດ້ານເຕັກໂນໂລຊີ ແລະ ການສື່ສານ ທີ່ນຳເຂົ້າ, ຈຳໜ່າຍ, ນຳໃຊ້ ແລະ ໃຫ້ບໍລິການ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ຢູ່ພາຍໃນຂອບເຂດ ແຂວງສາລະວັນ;
  • ຊຸກຍູ້, ຕິດຕາມ, ກວດກາການປະຕິບັດແຜນການດຳເນີນທຸລະກິດຂອງບັນດາສາຂາບໍລິສັດທີ່ໃຫ້ບໍລິການທາງດ້ານເຕັກໂນໂລຊີ ແລະ ການສື່ສານ ລວມທັງແກ້ໄຂຂໍ້ຂັດແຍ່ງ ເພື່ອໃຫ້ຄວາມເປັນທຳຕໍ່ປະຊາຊົນທີ່ມາພົວພັນ;
  • ສະເໜີແຕ່ງຕັ້ງ, ຍົກຍ້າຍ, ເລື່ອນຊັ້ນ-ຂັ້ນເງິນເດືອນ, ຍ້ອງຍໍ, ປະຕິບັດນະໂຍບາຍ ແລະ ວິໄນຕໍ່ພະນັກ ງານ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ;
  • ຄຸ້ມຄອງ, ນຳໃຊ້ຊັບສິນ ແລະ ງົບປະມານ ຕາມການອະນຸມັດຂອງ ແຂວງສາລະວັນ;
  • ຈັດສັນ, ອະນຸມັດການຕິດຕັ້ງ ແລະ ວາງເຄື່ອຂ່າຍໂຄ່ງລ່າງທາງດ້ານເຕັກໂນໂລຊີ ແລະ ການສື່ສານ ພາຍໃນ ແຂວງສາລະວັນ;
  • ຮຽກປະຊຸມກັບພາກສ່ວນທີ່ກຽ້ວຂ້ອງ ເພື່ອຄົ້ນຄ້ວາ ແລະ ປຶກສາຫາລືກຽ່ວກັບວຽກງານ ເຕັກໂນໂລຊີ ແລະ ການສື່ສານ; ເຂົ້າຮ່ວມກອງປະຊຸມຕ່າງໆ ດ້ານວິຊາການ ຢູ່ພາຍໃນ ແລະ ຕ່າງປະເທດ ຕາມການເຫັນດີຂອງ ກະຊວງ ແລະ ແຂວງສາລະວັນ;
  • ປະສານສົມທົບກັບພາກສ່ວນທີ່ກຽ່ວຂ້ອງ ເພື່ອໄກ່ເກ່ຍ ແລະ ແກ້ໄຂຂໍ້ຂັດແຍ່ງ ໃນເມື່ອມີການສະເນີ ຫຼື ຮ້ອງຟ້ອງ;
  • ພົວພັນຮ່ວມມືດ້ານວຽກງານເຕັກໂນໂລຊີ ແລະ ການສື່ສານ ແລະ ຄວາມປອດໄພໄຊເບີ ກັບຕ່າງປະ ເທດ ຕາມການຕົກລົງເຫັນດີຂອງກະຊວງ ແລະ ອົງການປົກຄອງ ແຂວງສາລະວັນ;
  • ພົວພັນ ແລະ ປະສານສົມທົບກັບ ຂະແໜງການອື່ນໆ ທີ່ກຽ່ວຂ້ອງ ໃນການຈັກຕັ້ງປະຕິບັດວຽກງານຂອງພະແນກ ແລະ ປະກອບຄຳເຫັນ, ໃຫ້ຄຳປຶກສາ, ແກ້ໄຂບັນຫາ ທາງດ້ານເຕັກໂນໂລຊີ ແລະ ການສື່ສານ ເພື່ອໃຫ້ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງສາລະວັນ;
  • ເລືອກເຟັ້ນເອົາຜົນສຳເລັດດ້ານເຕັກໂນໂລຊີ ແລະ ການສື່ສານ ທີ່ເໝາະສົມຈາກຂົງເຂດຕ່າງໆ ຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອສະເໜີ ແລະ ພິຈາລະນານຳໃຊ້ ພາຍໃນແຂວງສາລະວັນ;
  • ນຳໃຊ້ງົບປະມານ ຂອງພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງສາລະວັນ ຕາມການອະນຸມັດຂອງ ແຂວງສາລະວັນ;
  • ປະຕິບັດສິດອື່ນໆຕາມການມອບໝາຍຂອງກະຊວງ ແລະ ອົງການປົກຄອງແຂວງ ຕາມກົດໝາຍທ້ອງຖິ່ນ.